Homeຂ່າວພາຍ​ໃນກອງປະຊຸມສຳມະນາວິທະຍາສາດລົງເລິກວຽກງານ 3 ສ້າງອັດລົງດ້ວຍຄວາມເປັນເອກະພາບ

ກອງປະຊຸມສຳມະນາວິທະຍາສາດລົງເລິກວຽກງານ 3 ສ້າງອັດລົງດ້ວຍຄວາມເປັນເອກະພາບ

Published on

fri25apr6

 

ກອງປະຊຸມສຳມະນາວິ ທະຍາສາດພາຍໃຕ້ຫົວຂໍ້ ການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານໃຫຍ່ໃຫ້ ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດຈັດຂຶ້ນໃນວັນທີ 24 ເມສາ ພາຍໃຕ້ການເປັນປະ ທານຂອງ ທ່ານ ເຈືອງ ສົມບູນ ຂັນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ມີບັນດາລັດ ຖະມົນຕີຊ່ວຍວ່າການ, ກອງ ເລຂາ 3 ສ້າງຂັ້ນກະຊວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກ 3 ສ້າງຂັ້ນແຂວງ, ເຈົ້າເມືອງ 12 ເມືອງທີ່ເຮັດທົດລອງ 3 ສ້າງ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ 60 ກ່ວາຄົນ ມາຮອດຕອນເຊົ້າວັນທີ 25 ເມສາ 2014 ກໍ່ໄດ້ອັດລົງດ້ວຍ ຄວາມເປັນເອກະພາບໂດຍ ພື້ນຖານ.
ກອງປະຊຸມຄັ້ງນີ້ເປັນການສືບຕໍ່ຊຸກຍູ້ວຽກງານ 3 ສ້າງໃຫ້ ເຂົ້າສູ່ລວງເລິກ ແລະ ສາ ມາດສະຫຼຸບຖອດຖອນບົດ ຮຽນໄດ້ຢ່າງເປັນລະບົບຮອບ ດ້ານເຫັນວ່າມີຄວາມຈຳເປັນ ຕ້ອງອອກມະຕິຂອງກົມການ ເມືອງວ່າດ້ວຍການສ້າງ ແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງຕົວເມືອງນ້ອຍໃນ ຊົນນະບົດ. ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ ແມ່ນການສ້າງແຂວງທົດລອງ 3 ສ້າງຂັ້ນສູນກາງໄດ້ຮ່າງຂຶ້ນ ແລະ ໄດ້ປຶກສາຫາລືໃນຫຼາຍ ຂົງເຂດວຽກງານເປັນຕົ້ນ ແມ່ນການປັບປຸງອຳນາດ ການປົກຄອງທ້ອງຖິ່ນວ່າຈະ ຍຶດຖືແບບເກົ່າ ຫຼື ວ່າມີການ ດັດປັບໄປຕາມການຂະ ຫຍາຍຕົວຂອງປະເທດຊາດ ໃນໄລຍະໃໝ່ ຊຶ່ງບາງກົດ ໝາຍທີ່ມີຢູ່ໃນປັດຈຸບັນ ຫຼື ລະ ບຽບວິໄນບາງສະບັບກໍ່ຍັງບໍ່ ແທດເໝາະ, ບໍ່ສອດຄ່ອງກັບ ວຽກງານ 3 ສ້າງ.
ທ່ານປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນສັງລວມບັນ ດາຄຳຄິດຄຳເຫັນທີ່ບັນດາຜູ້ ແທນຍົກຂຶ້ນມາສົນທະນາກັນ ໃນຄັ້ງນີ້ ແລະ ຂັ້ນຕໍ່ໄປຄະນະ ຊີ້ນຳເຮັດທົດລອງ 3 ສ້າງຂັ້ນ ສູນກາງຈະໄດ້ຂຽນເປັນຮ່າງ ມະຕິຂອງກົມການເມືອງ ອອກມາແລ້ວສົ່ງໃຫ້ພາກ ສ່ວນທີ່ກ່ຽວຂ້ອງກັບວຽກງານ 3 ສ້າງປະກອບຄຳເຫັນໃສ່ ເປັນຂັ້ນຕອນສຸດທ້າຍກ່ອນ ຈະເຖິງບັ້ນສະຫຼຸບຕີລາປະ ເມີນຜົນການດຳເນີນເຮັດທົດ ລອງ 3 ສ້າງໃນທ້າຍປີ.
ຊຶ່ງເປັນຫົວໜ່ວຍການປົກ ຄອງສູງສຸດຢູ່ທ້ອງຖິ່ນໃຫ້ມີ ຄວາມສາມາດນັບມື້ນັບສູງ ຂຶ້ນໃນການປະຕິບັດໜ້າທີ່ຍຸດ ທະສາດຂອງຕົນ ເພື່ອປະ ກອບສ່ວນເຂົ້າໃນການສ້າງ ປະເທດຊາດໃຫ້ມັ່ງຄັ່ງເຂັ້ມ ແຂງປະຊາຊົນຮັ່ງມີຜາສຸກໃຫ້ ເປັນຈິງເທື່ອລະກ້າວຕາມ ແນວທາງແຜນນະໂຍບາຍ ຂອງພັກກໍ່ຄືແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ນະ ໂຍບາຍລະບຽບກົດໝາຍ ຂອງລັດ ບົນພື້ນຖານການຂຸດ ຄົ້ນເສີມຂະຫຍາຍບັນດາທ່າ ແຮງລວມຂອງປະເທດ ແລະ ທ້ອງຖິ່ນຢ່າງມີປະສິດທິຜົນ ແລະ ມີຄວາມຍືນຍົງໝາຍ ຄວາມວ່າການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ ແມ່ນການສ້າງຄວາມສາມາດ ໃຫ້ແກ່ແຂວງໃນການປະ ກອບສ່ວນຈັດຕັ້ງປະຕິບັດໜ້າ ທີ່ຍຸດທະສາດກໍ່ຄືຄາດໝາຍ ສູ້ຊົນລວມຂອງປະເທດໃນ ແຕ່ລະໄລຍະຊຶ່ງໃນຊຸມປີຕໍ່ ໜ້ານີ້ແມ່ນຄາດໝາຍຍຸດທະ ສາດຮອດປີ 2025 ແລະ ວິໄສ ທັດຮອດປີ 2030, ໃນ ນັ້ນອັນທີ່ເປັນຈຸດສຸມກ່ວາໝູ່ ແມ່ນການແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ໄດ້ ໂດຍພື້ນຖານ, ພາປະເທດ ຊາດຫຼຸດພົ້ນຈາກສະຖານະ ພາບດ້ອຍພັດທະນາ ໃນປີ 2020, ສ້າງພື້ນຖານ ແລະ ບາດລ້ຽວໃໝ່ໃຫ້ແກ່ການພັດ ທະນາໄປຕາມທິດທີ່ຍືນຍົງສູ່ ຈຸດໝາຍສັງຄົມນິຍົມ.
ຕະຫຼອດໄລຍະເວລາສຳ ມະນາເປັນເວລາເກືອບສອງ ວັນຜູ້ແທນທີ່ເຂົ້າຮ່ວມກອງ ປະຊຸມໄດ້ສຸມຈິດໃຈໃສ່ປະ ກອບຄຳເຫັນຢ່າງກວ້າງ ຂວາງດ້ວຍຄວາມຮັບຜິດ ຊອບສູງໄປຕາມທິດຮ່າງຄຳ ຖາມເຈາະຈິ້ມທີ່ຄະນະຊີ້ນຳ ເຮັດ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...