spot_img
Homeຂ່າວພາຍ​ໃນໂຮງໝໍມິດຕະພາບ ໄດ້ຮັບການຊ່ອຍເຫຼືອເປັນເຄື່ອງນອນຈາກຫຼາຍພາກສ່ວນ ຮວມມູນຄ່າ 35 ລ້ານກີບ

ໂຮງໝໍມິດຕະພາບ ໄດ້ຮັບການຊ່ອຍເຫຼືອເປັນເຄື່ອງນອນຈາກຫຼາຍພາກສ່ວນ ຮວມມູນຄ່າ 35 ລ້ານກີບ

Published on

ໂຮງໝໍມິດຕະພາບ ໄດ້ຮັບການຊ່ອຍເຫຼືອເປັນເຄື່ອງນອນຈາກຫຼາຍພາກສ່ວນ ຮວມມູນຄ່າ 35 ລ້ານກີບ

ໂຮງໝໍມິດຕະພາບ ໄດ້ຮັບການຊ່ອຍເຫຼືອເປັນເຄື່ອງນອນຈາກຫຼາຍພາກສ່ວນ ຮວມມູນຄ່າ 35 ລ້ານກີບ

ສູນກາງແນວລາວສ້າງຊາດ ຮ່ວມກັບ ໜ່ວຍງານຫ້ອງການສັງຄົມສົງເຄາະ ສູນກາງອົງການພຸດທະສາສະໜາສໍາພັນລາວ ມູນນິທິຊ່ອຍເຫຼືອຄົນທຸກຍາກແຫ່ງ ສປປ.ລາວ ສາຂານະຄອນຫຼວງວຽງຈັນ ຮ້ານຊຽງນ້ອຍການໄຟຟ້າ ແລະ ບັນດາບໍລິສັດ ຫົວໜ່ວຍທຸລະກິດ ນິຕິບຸກຄົນຕ່າງໆ ໄດ້ນໍາເອົາຜ້າຫົ່ມ ຜ້າປູຕຽງນອນ ໝອນ ແລະ ຊົບໝອນ ຈໍານວນ 150 ຊຸດ ຮວມມູນຄ່າ 35 ລ້ານກີບ ມອບໃຫ້ໂຮງໝໍມິດຕະພາບ ເພື່ອເປັນການປະກອບສ່ວນຊ່ອຍເຫຼືອ ແລະ ອໍານວຍຄວາມສະດວກໃນການບໍລິການຄົນເຈັບໃຫ້ໄດ້ດີຍິ່ງຂຶ້ນ.

ພິທີມອບ-ຮັບເຄື່ອງຊ່ອຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ກຸມພາ 2016 ທີ່ໂຮງໝໍມິດຕະພາບ (150 ຕຽງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການກ່າວມອບຂອງພະອາຈານ ພົງສະຫວັນ ອານຸສິນ ປະທານມູນນິທີຊ່ອຍເຫຼືອຄົນທຸກຍາກ ແຫ່ງ ສປປ.ລາວ ສາຂານະຄອນຫຼວງວຽງຈັນ ທັງເປັນຫົວໜ້າໜ່ວຍງານສັງຄົມສົງເຄາະ ສູນກາງອົງການພຸດທະສາສະໜາສໍາພັນລາວ ແລະ ກ່າວຮັບໂດຍທ່ານ ດຣ.ສະໜອງ ທອງຊະນະ ຜູ້ອໍານວຍການໃຫຽ່ໂຮງໝໍມິດຕະພາບ ໂດຍການເຂົ້າຮ່ວມຂອງພະອາຈານ ຄໍາມາ ປັນຍາວິຈິດ ຫົວໜ້າຫ້ອງການສູນກາງອົງການພຸດທະສາສະໜາສໍາພັນລາວ ມີຄະນະອໍານວຍການໂຮງໝໍມິດຕະພາບ ບັນດາພະນັກງານແພດ ໝໍ ແລະ ຜູ້ຕາງໜ້າບໍລິສັດ ຫ້າງຮ້ານ ນິຕິບຸກຄົນ ທີ່ໃຫ້ການສະໜັບສະໜູນ ແລະ ອຸປະຖໍາເຂົ້າຮ່ວມ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...