spot_img
Homeຂ່າວພາຍ​ໃນກະກຽມກອງປະຊຸມລັດຖະມົນຕີການເງິນອາຊຽນ

ກະກຽມກອງປະຊຸມລັດຖະມົນຕີການເງິນອາຊຽນ

Published on

ກະກຽມກອງປະຊຸມລັດຖະມົນຕີການເງິນອາຊຽນ

ກອງ​ປະຊຸມ​ໜ່ວຍ​ງານ​ຄະນະ​ເຮັດ​ວຽກ ​ກະກຽມ​ໃຫ້​ຄະນະນຳ​ກະຊວງ​ການ​ເງິນ ແລະ ທະນາ​ຄານ​ກາງ​ອາ​ຊຽນ​ແມ່ນ​ກອງປະຊຸມ​ໜຶ່ງ​ປິ່ນ​ອ້ອມ ​ກອງ​ປະຊຸມຄະນະ​ວິຊາ​ການ​ດ້ານ​ການ​ເງິນ ແລະ ທະນາຄານ​ກາງ​ອາ​ຊຽນອາ​ຊຽນ+3 ເຊິ່ງ​ໄດ້​ຈັດ​ຂຶ້ນ ໃນວັນ​ທີ 25 ກຸມພາ 2016 ທີ່ໂຮງແຮມດອນ​ຈັນ​ພາ​ເລດ ນະຄອນ​ຫຼວງ​ວຽງ​ຈັນ ເປັນ​ປະທານຮ່ວມ​ຂອງທ່ານ ບຸນ​ຖົມ ລໍ​ມະນີ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ກະຊວງການ​ເງິນ ແລະ ທ່ານ ເພັດ​ສະຖາ​ພອນ ແກ້ວ​ວົງ​ວິຈິດ ຫົວໜ້າກົມ​ພົວພັນ​ສາກົນ​ທະນາຄານ ແຫ່ງ ​ສປປ ລາວ ໂດຍ​ມີ​ພະນັກງານ​ວິຊາ​ການ​ຂະແໜງການ​ເງິນ ແລະ ທະນາຄານ​ກາງ​ອາ​ຊຽນ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ປຶກສາ​ຫາລື​ໃສ່​ຫຼາຍ​ບັນຫາ​ເປັນຕົ້ນ ​ແມ່ນ​ແຜນ​ແມ່​ບົດຂອງ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ແລະ ໄດ້​ເຊື່ອມ​ໂຍງ​ທາງດ້ານ​ການ​ເງິນ ເງິນຕາ ໃນ​ນັ້ນ ກໍ່ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ຮ່ວມ​ກັນ ໃນ​ການ​ພັດທະນາ​ຕະຫຼາດ​ພັນທະບັດ ການ​ປະຕິບັດ​ວິທີ​ການ​ບໍ​ລິການ​ດ້ານ​ການ​ເງິນ ການ​ເປີດ​ເສລີ​ບັນຊີ​ທຶນ​ລະບົບ​ການ​ຊຳລະ​ສະສາງ​ຂອງ​ທະນາຄານ​ກາງ​ອາຊຽນ ແລະ ແຜນ​ການຈັດຕັ້ງ​ປະຕິ​ບັດ​ຍຸດ​ທະ​ສາດ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ຮອດ​ປີ 2025 ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ​ອາຊຽນ 2016 ຫາ 2025 ນອກນັ້ນຍັງ​ມີ​ຂະ​ບວນ​ການ​ຕິດຕາມເສດຖະກິດ​ໃນ​ພາກ​ພື້ນ​ຂອງ​ອາຊຽນ ຫຼັງ​ຈາກ​ນັ້ນ ກໍ່​ໄດ້​ມີ​ການຮ່ວມ​ມື​ດ້ານ​ການ​ເງິນ​ອາ​ຊຽນ ເຊິ່ງ​ມີ​ກອງ​ທຶນ​ພັດທະນາ​ໂຄງລ່າງ​ພື້ນຖານ​ອາ​ຊຽນ ແລະ ການຮ່ວມ​ມື​ດ້ານ​ປະກັນ​ໄພ​ອາ​ຊຽນ ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ພາສີ ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ການສະໜອງ​ທຶນ​ໃຫ້​ໃນ​ການ​ກໍ່​ການຮ້າຍ ແລະ ຮ່ວມ​ມື​ທາງ​ດ້ານ​ອາກອນ ການ​ເຂົ້າ​ຫາ​ແຫຼ່ງ​ທຶນ ນອກ​ນັ້ນຍັງ​ໄດ້​ປຶກສາ​ຫາລື​ກ່ຽວກັບ​ ການ​ຈັດ​ກອງ​ປະຊຸມ​ສຳ​ມະນາ​ການ​ລົງທຶນ​ຂອງ​ລັດຖະມົນຕີການ​ເງິນ​ອາ​ຊຽນ ທັງ​ໝົດ​ນີ້ ກໍ່ເພື່ອ​ກະກຽມ​ດ້ານ​ເນື້ອ​ໃນ​ໃຫ້ກອງ​ປະຊຸມ​ລັດຖະມົນຕີ​ຊ່ວຍການ​ເງິນ ແລະ ຮອງ​ຜູ້​ວ່າການທະນາຄານ​ກາງ​ອາ​ຊຽນ ອາຊຽນ+3 ແລະ ກອງ​ປະຊຸມ​ລັດ​ຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 20 ກອງ​ປະຊຸມ​ຜູ້​ວ່າການ​ທະນາຄານກາງ​ອາ​ຊຽນ ​ຄັ້ງ​ທີ 12 ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ລັດຖະມົນຕີການ​ເງິນ ແລະ ຜູ້​ວ່າການ​ທະ​ນາຄານ​ກາງ​ອາ​ຊຽນ ຄັ້ງ​ທີ 2 ທີ່​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 1-4 ເມສາ 2016 ທີ່ນະຄອນຫຼວງ​ວຽງ​ຈັນ ພ້ອມ​ທັງ​ປຶກສາ​ຫາລື​ວຽກ​ທີ່​ພົວພັນ​ຂອງ​ຂະແໜງການ​ເງິນ ​ທີ່​ຈະເອົາ​ເຂົ້າ​ໃນ​ແຜນ​ຫຼັງ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ຮອດ​ປີ 2025.

ຜ່ານ​ການ​ຮັບ​ຟັງ​ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​ເຫັນວ່າ​ບັນດາ​ປະເທດ​ອາ​ຊຽນ​ແມ່ນ​ມີການຈັດຕັ້ງ​ປະຕິບັດ​ຄືບ​ໜ້າ​ສົມຄວນ ​ໂດຍ​ສະເພາະ​ການຈັດຕັ້ງປະຕິບັດ​ແຜນ​ແມ່​ບົດ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ສະແດງ​ອອກເຖິງ​ຄວາມ​ພ້ອມ​ໃນ​ການ​ຈັດ​ກອງປະຊຸມ​ຂະແໜງການ​ເງິນ ແລະ ທະນາຄານ​ກາງ​ອາ​ຊຽນ​ໃນເດືອນ​ເມສາ​ນີ້.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...