spot_img
Homeຂ່າວທ້ອງຖິ່ນຊຽງຂວາງ ຮັບຮອງ 20 ໂຮງຮຽນປອດຢາເສບຕິດ 3 ປີຕໍ່ກັນ

ຊຽງຂວາງ ຮັບຮອງ 20 ໂຮງຮຽນປອດຢາເສບຕິດ 3 ປີຕໍ່ກັນ

Published on

4b88ed982c8560839411b24068b91abb_L (1)

ພິທີປະກາດ ແລະຮັບຮອງ ເອົາໂຮງຮຽນ 25 ແຫ່ງຢູ່ແຂວງຊຽງຂວາງເປັນໂຮງຮຽນປອດຢາເສບຕິດ 3 ປີຕິດຕໍ່ກັນໄດ້ຈັດຂຶ້ນໃນລະຫວ່າງກາງເດືອນກຸມພາ 2016 ຜ່ານມານີ້

ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງຊຽງຂວາງໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ. ຄຳປາວ ມົວ ຄະນະປະຈຳພັກແຂວງຮອງເຈົ້າແຂວງໆ ຊຽງຂວາງ, ມີທ່ານ ບົວລີ ພັນນາວົງ ກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ພະນັກງານທັງໝົດພາຍໃນຫ້ອງການພະແນກສຶກສາທິການ ແລະກີລາແຂວງ, ແຂກທີ່ຖືກເຊີນ, ຜູ້ອຳນວຍການໂຮງຮຽນທັງ 25 ແຫ່ງ ແລະນ້ອງນັກຮຽນເຂົ້າຮ່ວມ ໜຶ່ງຮ້ອຍກວ່າຄົນ.

ໃນພິທີ ທ່ານ ບົວລຽນ ເທບພະວົງ ຮອງຂະແໜງພະລະສິລະປະພະແນກສຶກສາທິການ ແລະກີລາແຂວງຊຽງຂວາງໄດ້ກ່າວລາຍງານຜົນສຳເລັດການຈັດຕັ້ງປະຕິບັດການສ້າງໂຮງຮຽນໃຫ້ເປັນໂຮງຮຽນປອດຢາເສບຕິດ 3 ປີຊ້ອນຕິດຕໍ່ກັນ ຊຶ່ງພະແນກສຶກສາທິການ ແລະກີລາແຂວງຊຽງ ຂວາງພວກເຮົາໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ສົກຮຽນ 2012–2013, ຈຸດປະສົງກໍເພື່ອເປັນການ ແກ້ໄຂບັນຫາການແຜ່ລາມຢາເສບຕິດຢູ່ໃນໂຮງຮຽນເພື່ອໃຫ້ຄົນຮຸ່ນໜຸ່ມຫຼຸດພົ້ນອອກຈາກສິ່ງເສບຕິດ, ຕ້ານ ແລະສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ສ້າງຄວາມຫຍຸ້ງຍາກ ແລະກົດໜ່ວງຖ່ວງດຶງການພັດທະນາຊາດພັດທະນາເສດຖະກິດ-ສັງ ຄົມ  ແລະການພັດທະນາຊັບພະຍາກອນມະນຸດ, ໂດຍສົມທົບກັບຫຼາຍພາກສ່ວນເຂົ້າມາມີສ່ວນຮ່ວມ ເພື່ອຫາວິທີແກ້ໄຂໂດຍອີງໃສ 10 ເງື່ອນໄຂ ແລະ 6 ຂັ້ນຕອນຂອງການສ້າງເປັນໂຮງຮຽນປອດຢາເສບຕິດທີ່ທາງກະຊວງສຶກສາທິການ ແລະກີລາວາງອອກ.

ທ່ານ ບົວລຽນ ເທບພະວົງ ຮອງຂະແໜງພະລະ, ສິລະປະພະແນກສຶກສາທິການ ແລະກີລາແຂວງຊຽງຂວາງຍັງລາຍງານໃຫ້ຮູ້ອີກວ່າ: ຫຼັງຈາກກຳນົດໄດ້ ກຸ່ມເປົ້າໝາຍໂຮງຮຽນທີ່ຈະສ້າງໃຫ້ເປັນໂຮງຮຽນປອດຢາເສບຕິດແລ້ວໄດ້ນຳເອົາແຜນການດັ່ງກ່າວ ເຂົ້າໃນແຜນງານໃຫຍ່ຂອງໂຮງຮຽນຈາກນັ້ນໄດ້ຈັດຕັ້ງໃຫ້ມີຄະນະຮັບຜິດຊອບຂັ້ນແຂວງຂັ້ນເມືອງ, ຂັ້ນໂຮງຮຽນ ແລະພາກສ່ວນສຶກສາ, ສາທາ, ປກສ, ຫ້ອງການຕ້ານຢາເສບຕິດ ແລະອຳນາດການປົກຄອງທ້ອງຖິ່ນເຂົ້າມາມີສ່ວນຮ່ວມ ໃນການເຄື່ອນໄຫວຕາມ 8 ຫົວ ຂໍ້ກິດຈະກຳຄື: ເກັບກຳຂໍ້ມູນ, ກຳນົດເປົ້າໝາຍກຸ່ມເສບ, ກຸ່ມສ່ຽງຕາມ ແບບຟອມທີ່ແລ້ວວິເຄາະວິໄຈ, ເຮັດກິດຈະກຳໂຄສະນາເຜີຍແຜປູກຈິດ ສຳນຶກກ່ຽວກັບຄວາມອັນຕະລາຍ ຂອງຢາເສບຕິດ,ກວດນ້ຳປັດສະວະ, ເຮັດກິດຈະກຳເພື່ອນສອນເພື່ອນ ແລະຕິດຕາມຂະບວນກຸ່ມເສບ, ກຸ່ມສ່ຽງ, ລົງປະເມີນຜົນໃນໂຮງຮຽນ, ສ້າງນິຕິກຳໃນການແກ້ໄຂບັນຫາ ຕ້ານຢາເສບຕິດໃນໂຮງຮຽນ, ສຶກສາກຸ່ມເສບ, ກຸ່ມສ່ຽງ ແລະພົວພັນກັບຜູ້ປົກຄອງເດັກ, ຈັດກິດຈະກຳຕ້ານສິ່ງເສບຕິດໃນໂຮງຮຽນດ້ວຍ ການແຂ່ງຂັນກີລາສິລະປະ,ສະແດງລະຄອນ, ແຕ້ມຮູບ, ແຕ່ງເລື່ອງ ແລະອື່ນໆຜ່ານການຈັດຕັ້ງປະຕິບັດ ໃນ 3 ສົກຮຽນຕິດຕໍ່ກັນເຫັນວ່າໂຮງ ຮຽນກຸ່ມເປົ້າໝາຍ 25 ແຫ່ງທົ່ວ ແຂວງຊຽງຂວາງສາມາດຮັບຮອງ ໄດ້ເປັນໂຮງຮຽນປອດຢາເສບຕິດ 3 ປີຊ້ອນຕິດຕໍ່ກັນ, ໃນນັ້ນມີໂຮງຮຽນ ມຕ 17 ແຫ່ງຄື: ມຕ (ວຽງທອງ, ສາຍລົມ, ສຳພັນໄຊ, ບຸນຖິ່ນ, ນາແປນ, ສຸມ ແມນ, ຖ້ຳທ້າວ, ບໍກໍ, ປ່າຈ້າໃຕ້, ແກ່ວບອນ, ໂພສີພູກູດ, ພູໂຊ້, ນ້ຳຈັດ, ລັ້ງຈອງ, ບ້ານທາງ), ສ່ວນໂຮງຮຽນ ມສ ມີທັງໝົດ 8 ແຫ່ງຄື: ມສ(ລາດງ່ອນ, ລາດຮ້ວງ, ເຜິ້ງຊາມ, ພັກແຄະ, ພຽງຮົ່ມລ້ອງຊັນ, ນາຄ່ອນ, ໜອງຕັ່ງບັນດາໂຮງຮຽນດັ່ງກ່າວທີ່ໄດ້ຮັບຮອງຈະໄດ້ສືບຕໍ່ວາງແຜນເຄື່ອນໄຫວ ໃນຕໍ່ໜ້າຕື່ມອີກເພື່ອແນໃສ່ປູກຈິດສຳນຶກໃຫ້ກຸ່ມເດັກນັກຮຽນ ເຂົ້າໃຈຢ່າງເລິກເຊີ່ງຕໍ່ກັບຜົນຮ້າຍຂອງຢາເສບຕິດໃນແຕ່ລະປີ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງກໍຄືຊຸມຊົນ ແລະຜູ້ປົກ ຄອງເດັກ,  ພ້ອມນັ້ນບັນດາໂຮງ ຮຽນທີ່ຖືກຮັບຮອງຍັງມີແຜ່ນປ້າຍຕິດໃສ່ໂຮງຮຽນເພື່ອບົ່ງບອກເຖິງໂຮງຮຽນດັ່ງກ່າວເປັນ ໂຮງຮຽນປອດຢາເສບຕິດ 3 ປີຕິດຕໍ່ກັນພ້ອມທັງຍັງໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈາກລັດຖະບານຕື່ມອີກ.

ໂອກາດດຽວກັນ ທ່ານ ດຣ. ຄຳປາວ ມົວ ຄະນະປະຈຳພັກ ແຂວງຮອງເຈົ້າແຂວງຊຽງຂວາງ ໄດ້ໃຫ້ກຽດຂຶ້ນໂອ້ລົມປະກອບຄຳຄິດຄຳເຫັນກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບທຸກຂັ້ນທີ່ ໄດ້ພ້ອມກັນປະກອບສ່ວນສ້າງໃຫ້ ໂຮງຮຽນມັດທະຍົມສຶກສາທັງ 25 ແຫ່ງທົ່ວແຂວງຊຽງຂວາງ ເປັນໂຮງຮຽນປອດຢາເສບຕິດທັງໄດ້ຮັບການຍ້ອງຍໍຈາກລັດຖະ ບານຕື່ມອີກ, ທ່ານຍັງໄດ້ຍົກໃຫ້ ເຫັນປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມປະຈຸບັນທີ່ສົ່ງຜົນກະທົບຕໍ່ປະເທດຊາດ, ຕໍ່ສັງຄົມ ແລະຊາວໜຸ່ມນັກສຶກສາຕົ້ນເຫດສ່ວນໃຫຍ່ແມ່ນມາຈາກສິ່ງເສບຕິດ, ສະນັ້ນຖ້າພວກເຮົາບໍ່ມີ ສະຕິ, ບໍ່ມີຫຼັກໝັ້ນ ແລະບໍ່ຮ່ວມ ມືກັນສະກັດກັ້ນກໍຈະຕົກເປັນທາດຂອງສີ່ງເສບຕິດ ແລະເດີນໜ້າຕໍ່ໄປໄດ້ຍາກ, ທ່ານຍັງໄດ້ຮຽນ ຮ້ອງໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນ ກໍຄືອຳນາດການປົກຄອງບ້ານຈົ່ງຊ່ວຍກັນໃນການສຶກສາອົບຮົມແນວຄິດເປັນຫຼັກໃນການກໍ່ສ້າງ ໄວໜຸ່ມນັກຮຽນ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງຫັນມາໃຫ້ການຊ່ວຍເຫຼືອຢ່າງໃກ້ສິດ ແລະເອົາຈິງເອົາຈັງເພື່ອເຮັດ ແນວໃດໃຫ້ບັນຫາສິ່ງເສບຕິດໝົດໄປ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...