spot_img
Homeຂ່າວຕ່າງປະເທດຝຣັ່ງ​ຮຽກ​ເກັບ​ເງິນ​ພາສີ​ຢ້ອນຫຼັງ ຈາກ​ກູ​ເກິ​ລ

ຝຣັ່ງ​ຮຽກ​ເກັບ​ເງິນ​ພາສີ​ຢ້ອນຫຼັງ ຈາກ​ກູ​ເກິ​ລ

Published on

bbd44809af8bd382d98a1c38fe25dd14_L

ສຳນັກ​ຂ່າວຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງປາຣີປະ​ເທດ​ຝຣັ່ງ ​ເມື່ອວັນ​ທີ 25 ກຸມພາ​ຜ່ານມາ​ວ່າ: ກະຊວງ​ເສດຖະກິດ​ຂອງຝຣັ່ງອອກ

​ຖະ​ແຫຼງການ​ເລື່ອງ​ການກຽມຮຽກ​ເກັບ​ພາສີ​ຍ້ອນຫຼັງມູນ​ຄ່າ 1 ຕື້​ກວ່າ​ເອີ​ໂຣຄືນ​ຈາກ​ກູ​ເກິ້ລໜຶ່ງ​ໃນ​ບໍລິສັດ​ຊັ້ນ​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລາຍ​ໃຫຍ່​ຂອງ​ໂລກ​ຈາກ​ອາ​ເມ​ລິ​ກາ .

​ຖະ​ແຫຼງການ​ໄດ້​ຮັບ​ການ​ເຜີຍ​ແຜ່​ບໍ່​ດົນຫຼັງທ່ານ ຊັນ​ດາ ພິ​ໄຊ ​ປະທານ​ຄະ​ນະ​ເຈົ້າໜ້າທີ່​ບໍລິຫານ (ຊີ​ອີ​ໂອ) ຂອງ​ກູ​ເກິ້ລ​ເດີນທາງ​ເຂົ້າ​ພົບ​ທ່ານ​ເອັມມາ​ນູ​ເອລ ມາຄຣອນ ລັດຖະມົນ​ວ່າການ​ກະຊວງ​ເສດຖະກິດ​ຂອງຝຣັ່ງ ທີ່​ນະຄອນລວງ​ປາຣີ ຂະນະ​ທີ່​ສຳນັກງານ​ຂອງ​ກູ​ເກີ້​ລ​ໃນ​ອາ​ເມ​ລິ​ກາ​ເປັນ​ສຳນັກງານ​ໃຫຍ່ ​ແລະ ສາຂາ​ໃນ​ພາກ​ພື້ນ​ເອີຣົບປະຕິ​ເສດສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ລາຍ​ງານ​ດັ່ງກ່າວ ​ໂດຍ​ຢືນຢັນ​ວ່າ​ຂໍ້​ຕົກລົງ​ກັບ​ລັດຖະບານ​ຝຣັ່ງ​ຖື​ເປັນ ຄວາມ​ລັບ ດ້ານ​ທ່າ​ນ ພິ​ໄຊ​ ກ່າວ​ພຽງວ່າ: ​ໃນ​ຖານະໜຶ່ງ​ໃນ​ບໍລິສັດ​ລະດັບ​ແນວໜ​້າຂອງ​ໂລກ​ກູເກີ້​ລຈະຂໍປະຕິບັດ​ ຕາມ​ກົດໝາຍດ້ານ​ພາສີ​ຂອງ​ປະ​ເທດ​ໃຫ້​ຖືກຕ້ອງ​ທີ່​ສຸດ.

ຄວາມ​ເຄື່ອນ​ໄຫວ​ດັ່ງກ່າວ​ເປັນ​ໄປ​ຕາມ​ຂະ​ບວນການ​ສຶບສວນ​ຂອງ​ຄະນະ​ກຳມາ​ທິການ​ເອີຣົບ(ອີ​ຊີ) ທີ່​ກຳລັງ​ກວດ​ສອບ​ບໍລິສັ​ດຂ້າມ​ຊາດຫຼາຍ​ແຫ່ງ​ທີ່​ມີ​ຕັ້ງ​ແຕ່​ສຳນັກງານ​ໃນ​ເອີຣົບ​ເພື່ອຫຼີກພາສີ​ຈາກ​ບ້ານ​ເກີດ ​ໂດຍ​ສ່ວນ​ໃຫຍ່​ເປັນ​ບໍລິສ​ັດຈາກ​ອາ​ເມ​ລິ​ກາ​ທີ່​ລວມ​ເຖິງ​ແອ​ປ​ເປິ້ລ, ກູ​ເກິ້ລ, ​ເຟສບຸກ ​ແລະ ສຕາ​ບັດ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...