Homeຂ່າວຕ່າງປະເທດມຽນມາ ສັ່ງຫ້າມນັກທ່ອງທ່ຽວ ປີນຂຶ້ນເຈດີພຸກາມ ຊົມທິວທັດຕາເວັນຕົກດິນ ມີຜົນ 1 ມີນານີ້!

ມຽນມາ ສັ່ງຫ້າມນັກທ່ອງທ່ຽວ ປີນຂຶ້ນເຈດີພຸກາມ ຊົມທິວທັດຕາເວັນຕົກດິນ ມີຜົນ 1 ມີນານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກຸມພາຜ່ານມານີ້ວ່າ ກະຊວງວັດທະນະທຳມຽນມາ ໄດ້ອອກປະກາດ ຫ້າມນັກທ່ອງທ່ຽວ ປືນຂຶ້ນບູຮານສະຖານ ເພື່ອຊົມທິວທັດທົ່ງເຈດີເມືອງພຸກາມ ຊຶ່ງເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງປະເທດ ເພື່ອປ້ອງກັນພຶດຕິກຳທີ່ບໍ່ເໝາະສົມ ເນື່ອງຈາກໃນໄລຍະຜ່ານມາ ມີນັກທ່ອງທ່ຽວຈຳນວນຫລວງຫລາຍ ພາກັນປີນໄຕ່ຂຶ້ນຕາມໂຄງສ້າງບູຮານ ເພື່ອຊົມຕາເວັນຕົກ ບໍວິເວນທົ່ງເຈດີ ທີ່ມີເຈດີຫລາຍກວ່າ 2,500 ແຫ່ງ ແລ້ວມີພຶດຕິກຳທີ່ຂັດຕໍ່ວັດທະນະທຳອັນດີງາມເຊັ່ນ ການແຕ່ງກາຍບໍ່ເໝາະສົມ ມີການເຕັ້ນລຳ ຫລື ນອນຫລັບຢູ່ເທິງເຈດີ ຊຶ່ງຂໍ້ຫ້າມໃໝ່ທີ່ປະກາດນີ້ ຈະເປັນການປົກປ້ອງສິ່ງປຸກສ້າງບູຮານ ທີ່ຖືເປັນປູສະນິຍະສະຖານ ຂອງຊາວມຽນມາໃນທ້ອງຖິ່ນ ລວມທັງເປັນການປ້ອງກັນອັນຕະລາຍ ທີ່ອາດເກີດຂຶ້ນ ຕໍ່ກັບນັກທ່ອງທ່ຽວ ທີ່ປີນຂຶ້ນໄປອີກດ້ວຍ.

ທັງນີ້ ຂໍ້ຫ້າມດັ່ງກ່າວ ແມ່ນຈະມີຜົນບັງຄັບໃຊ້ ນັບຕັ້ງແຕ່ວັນທີ 1 ມີນາ 2016 ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...