Home​ຂ່າວບັນເທິງມາຮູ້ຈັກ 4 ສາວເນັດໄອດໍ້ ທີ່ດັ່ງທີ່ສຸດຂອງປະເທດລາວໃນຕອນນີ້

ມາຮູ້ຈັກ 4 ສາວເນັດໄອດໍ້ ທີ່ດັ່ງທີ່ສຸດຂອງປະເທດລາວໃນຕອນນີ້

Published on

  1. ແອັບເປິ້ນ ສີສະຫງ່ຽມ

ອັນດັບໜຶ່ງຕ້ອງຍົກໃຫ້ສາວຄົນນີ້ ບໍ່ວ່າຈະເປັນທີ່ຮູ້ກັນໃນດ້ານດາຣາ, ພິທີກອນ, ນາງແບບ ຫຼື ຖານະແຟນຂອງພະເອກໜຸ່ມລໍ່ ຟລຸດ ຊີຄວິນ (ດາຣາປະເທດໄທ) ເຊິງສະໄຕລ໌ການແຕ່ງຕົວຂອງນາງຈະເນັ້ນເປັນ Casual Chic ແລະ Street ແຕ່ຜ່າຄວາມສະໜຸກສະໜານຜ່ານເທຣນສີສັນທີ່ສົດໃສ.

2. ຈີຈີ້ ພອຍໄພລິນ ສີວິໄລ

ສາວໜ້າງາມຄົນນີ້ໂດ່ງດັງຫຼາຍທັງໃນພາຍປະເທດເຮົາ ແລະ ປະເທດເພື່ອນບ້ານ ນອກຈາກນາງຈະເປັນຄົນຫຸ່ນດີ, ງາມ ແລະ ໜ້າຮັກແລ້ວ ຄວາມສາມາດຂອງນາງບອກໄດ້ເລີຍວ່າສຸດຍອດ ນາງສາມາດເວົ້າໄດ້ຫຼາຍພາສາ ແລະ ນາງຍັງມີຄວາມສາມາດດ້ານແຟຊັ່ນນຳອີກ ຈິ່ງບໍ່ໜ້າແປກໃຈເລີຍວ່າ ນາງໄດ້ເປັນເນັດໄອດໍ້ຂອງໄວລຸ້ນລາວໄດ້ແນວໃດ

3. ແພນດ້າ ຝົນນະພາ

ສ່ວນສາວຄົນນີ້ບໍ່ແມ່ນດັງແຕ່ຢູ່ໃນເຂດ AEC ເທົ່ານັ້ນ ແຕ່ຍັງດັງໄກເຖິງເກົາຫຼີເລີຍ ເພາະຄວາມທີ່ນາງມີໃບໜ້າທີ່ສວຍສົດງົດງາມ ເຊິ່ງປັດຈຸບັນນາງກໍ່ກຳລັງຮຽນຢູ່ທີ່ Ehwa Women University ປະເທດເກົາຫຼີ ສະໄຕລ໌ການແຕ່ງຕົວຂອງນາງຮຽກໄດ້ວ່າເໝາະສົມກັບໜ້າຕາຂອງນາງແທ້ໆ ງາມສົມໄວ ສົດໃສສະບາຍຕາເປັນທີ່ສຸດ.

4. ຫລິງຫລິງ ປິຍະດາ

ສາວຄົນນີ້ຖືໄດ້ວ່າເປັນສາວປະເເພດສອງຂອງລາວຄົນທຳອິດທີ່ໄປໂດ່ງດັງໄກເຖິງຕ່າງແດນ ນາງມີດີກຣີເປັນເຖິງຮອງອັນດັບສອງຂອງເວທີ ມິສ ອິນເຕີເນເຊັ່ນແນລຄລິນ 2014 ແລະ ຄວາມງາມຂອງນາງຖືວ່າບໍ່ເປັນຮອງໃຜ ສ່ວນການແຕ່ງຕົວຂອງນາງກໍ່ບໍ່ທຳມະດາເພາະແອບແຝງໄປດ້ວຍຄວາມເຊັກຊີເບົາໆແຕ່ມີລະດັບ ຈົນຜູ້ຍິງແທ້ໆຕ້ອງຍອມນາງ

 

ໂດຍ: ປັອກເລັກ.

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...