spot_img
Homeຂ່າວທ້ອງຖິ່ນເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ໂຄງການກໍ່ສ້າງຂົວ-ທາງ ເຂດເມືອງຈຳພອນ

ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ໂຄງການກໍ່ສ້າງຂົວ-ທາງ ເຂດເມືອງຈຳພອນ

Published on

ໃນວັນທີ 17 ກຸມພານີ້ ທ່ານ ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດ, ພ້ອມຫົວໜ້າພະແນກ ຍທຂ, ເຈົ້າເມືອງຈຳພອນ ແລະ ຂະແໜງການກ່ຽວຂ້ອງຂອງແຂວງຈຳນວນໜຶ່ງ, ໄດ້ລົງຊຸກຍູ້ ແລະ ກວດກາ ຄວາມຄືບໜ້າຂອງໂຄງການກໍ່ສ້າງທາງປູຢາງສອງຊັ້ນ ພ້ອມດ້ວຍການກໍ່ສ້າງຂົວເບຕົງເສີມເຫລັກ ແຕ່ແຍກທາງເລກ 9 ຫາບ້ານສະພັງແກ້ວ-ບໍ່ຫີນກາວ-ບ້ານດົງເມືອງ-ສະຄຶນ-ຂາມເຖົ້າ ແລະ ຈອດກັບທາງເຂົ້າ ແກ້ງກອກ ບ້ານນາຄູ ເມືອງຈຳພອນ, ໂດຍແມ່ນ ບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ເປັນຜູ້ຮັບເຫມົາກໍ່ສ້າງ, ພາຍຫລັງໄດ້ລົງມືມາແຕ່ຕົ້ນປີ 2013 ແລະ ມາຮອດປັດຈຸບັນ ສຳລັບການກໍ່ສ້າງທາງ ກໍ່ຄືຂົວ ແມ່ນສຳເລັດ ໄປແລ້ວຫລາຍກວ່າ 40% ໃນມູນຄ່າການກໍ່ສ້າງທັງໝົດຫລາຍກວ່າ 200 ຕື້ກີບ.

ຜູ້ຈັດການໂຄງການ ບໍລິສັດຄູນໄຊພັດທະນາກໍ່ສ້າງ ຈຳກັດ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງທາງຢູຢາງ ພ້ອມດ້ວຍຂົວອັດແຮງສອງແຫ່ງດັ່ງກ່າວ ແມ່ນໂຄງການບູລິມະສິດຂອງແຂວງກໍຄືເມືອງຈຳພອນ ເພາະເປັນເສັ້ນທາງຍຸດທະສາດຂອງການທ່ອງທ່ຽວ ເຊັ່ນວ່າ: ແຫລ່ງທ່ອງທ່ຽວທາງທຳມະຊາດບ້ານດົງເມືອງ, ຫໍໄຕ ບ້ານໜອງລຳຈັນ, ອ່າງເບນ້ຳຝາຍສຸຍ ແລະ ເບິ່ງວິຖີດຳລົງຊີວິດຂອງຊາວບ້ານເຂດນັ້ນ. ຖ້າເມື່ອໃດການກໍ່ສ້າງເສັ້ນທາງດັ່ງກ່າວສຳເລັດ ກໍຈະເປັນສ່ວນສຳຄັນ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນດີຂຶ້ນ, ຊຶ່ງຄາດວ່າການກໍ່ສ້າງ ຈະໃຫ້ສຳເລັດໃນທ້າຍປີ 2016 ນີ້.

ໃນໂອກາດດັ່ງກ່າວ ທ່ານ ດຣ ສຸພັນ ແກ້ວມີໄຊ ໄດ້ແນະນຳໃຫ້ຜູ້ກໍ່ສ້າງ ຕ້ອງຮັບປະກັນຄຸນນະພາບ ຕາມມາດຖານເຕັກນິກ ແລະ ໃຫ້ສຳເລັດຕາມແຜນການທີ່ວາງອອກ. ໃນເບື້ອງປະຊາຊົນຜູ້ມີເນື້ອທີ່ການຜະລິດ ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ໃຫ້ອຳນວຍຄວາມສະດວກ ແກ່ບໍລິສັດໄດ້ດຳເນີນການກໍ່ສ້າງ ຢ່າງເປັນປົກກະຕິ, ເຮັດແນວໃດໃຫ້ການສັນຈອນໄປມາ ບົນເສັ້ນທາງດັ່ງກ່າວໄດ້ສະດວກສະບາຍ ແລະ ຮັບປະກັນການພັດທະນາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...