spot_img
Homeຂ່າວພາຍ​ໃນມສ ຂົວຕະພານເມືອງປາກເຊ ແຂວງຈຳປາສັກ ໄດ້ເປີດລະດູການກີລາປະຈຳສັກປີ 2015-2016

ມສ ຂົວຕະພານເມືອງປາກເຊ ແຂວງຈຳປາສັກ ໄດ້ເປີດລະດູການກີລາປະຈຳສັກປີ 2015-2016

Published on

ມສ ຂົວຕະພານເມືອງປາກເຊ ແຂວງຈຳປາສັກ ໄດ້ເປີດລະດູການກີລາປະຈຳສັກປີ 2015-2016 ໂດຍຈັດໃຫ້ມີການແຂ່ງຂັນກີລາ 5 ປະເພດຄື: ບານເຕະ(ຊາຍ-ຍິງ), ບານສົ່ງຊາຍ (ຊາຍ-ຍິງ), ກະຕໍ້ (ຊາຍ-ຍິງ),ເປຕັງ(ຊາຍ-ຍິງ) ແລະໝາກເສີກ(ຊາຍ-ຍິງ) ຊັ້ນ ມ.ປາຍ ແມ່ນເຂົ້າຮ່ວມທຸກປະເພດ, ສ່ວນ ມ.ຕົ້ນ ເຂົ້າຮ່ວມແຂ່ງຂັນມີແຕ່ 4 ປະເພດ ປະເພດກີລາບໍ່ໄດ້ເຂົ້າຮ່ວມແມ່ນກີລາໝາກເສີກ, ການແຂ່ງຂັນໄດ້ເລີ່ມຕົ້ນມາແຕ່ເດືອນທັນວາ 2015 ຜ່ານມາ ແລະໄດ້ຈັດພິທີເປີດຢ່າງເປັນທາງການໃນວັນທີ 19/2/2016 ຈະສືບຕໍ່ແຂ່ງຂັນຮອດວັນທີ 12/4/2016 ຈິງຈະປິດລະດູການແຂ່ງຂັນກີລາໃນໄລຍະຜ່ານມາມີບາງປະເພດກີລາກໍໄດ້ແຂ່ງຂັນສຳເລັດແລ້ວໂດຍນຳໃຊ້ ເດີ່ນແຂ່ງຂັນຂອງໂຮງຮຽນເອງ, ພິທີເປີດລະດູການກີລາຄັ້ງນີ້ຍັງໄດ້ມີການສະແດງສີລະປະວັນວັນນະຄະດີຟ້ອນ, ຮ້ອງເພງຂອງນັກຮຽນແຕ່ລະຊັ້ນຢ່າງມີບັນຍາກາດເບີກບານມ່ວນຊື່ນ.

ເປັນກຽດເຂົ້າຮ່ວມ ແລະກ່າວເປີດໂດຍທ່ານ ພູທອນ ສີເມືອງ ຜູ້ອຳນວຍການ ມສ ຂົວຕະພານ ເມືອງປາກເຊ ແຂວງຈຳປາສັກ ພ້ອມດ້ວຍຄະນະມີອຳນາດການປົກຄອງບ້ານ, ສະມາຄົມພໍ່ແມ່ນັກຮຽນພະນັກງານຄູ-ອາຈານນ້ອງນັກຮຽນແຕ່ຊັ້ນ ມ.1 ຊັ້ນ ມ.7   ເຂົ້າຮ່ວມຢ່າງຫຼວງຫຼາຍ.

ກີລາບາງປະເພດທີ່ແຂ່ງຂັນສຳ ເລັດແລ້ວມີດັ່ງນີ້ຊັ້ນມັດທະຍົມຕອນຕົ້ນກີລາເປຕັງ(ຊາຍຊະນະເລີດແມ່ນຫ້ອງ ມ.4/3, ຮອງຊະນະເລີດຫ້ອງ ມ.4/2 ແລະທີ 3 ຫ້ອງ ມ.2/4, ປະ ເພດ(ຍິງ)ຊະນະເລີດຫ້ອງ ມ.2,ຮອງ ຊະນະເລີດຫ້ອງ ມ.4 ແລະທີ 3 ຫ້ອງ ມ.1, ກີລາບານເຕະ(ຊາຍຊະນະເລີດຊູເປີສະຕາ ມ.4, ຮອງຊະນະເລີດສະເປີມ ມ.4, ທີ 3 ທີມປະສົມ ມ.4/1 ແລະ ມ.4/2, ຊັ້ນມັດທະຍົມຕອນປາຍກີລາບານເຕະປະເພດ(ຍິງ)ຊະນະເລີດຊັ້ນ ມ.7,ຮອງຊະນະເລີດຊັ້ນ ມ.6, ທີ 3 ຊັ້ນ ມ.5, ກີລາບານສົ່ງປະເພດ(ຍິງ)ຊະນະເລີດ ມ.5, ຮອງຊະນະເລີດຊັ້ນ ມ.7, ທີ 3 ຊັ້ນ ມ.6 ແລະກີລາທີ່ຍັງ ບໍ່ສຳເລັດຈະສືບຕໍ່ແຂ່ງຂັນຄື: ຊັ້ນມັດທະຍົມຕອນຕົ້ນມີກີລາບານເຕະ(ຍ), ກະຕໍ້(ຊາຍ-ຍິງ) ກີລາບານສົ່ງ (ຊາຍ ຍິງ), ຊັ້ນມັດທະຍົມຕອນປາຍມີກີລາບານເຕະ(ຊາຍ),ກີລາບານສົ່ງ (ຊາຍ), ກີລາກະຕໍ້(ຊາຍ-ຍິງ), ກີລາໝາກເສີກ(ຊາຍ-ຍິງ) ແລະກີລາ ເປຕັງ(ຊາຍ-ຍິງ).

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...