spot_img
Homeຂ່າວການພັດທະນາບໍລິສັດດາວທຽມລາວ LAOSAT-1 ແນະນໍາການບໍລິການສື່ສານຜ່ານດາວທຽມ ຕໍ່ພາກທຸລະກິດ ພາກລັດ-ເອກະຊົນ

ບໍລິສັດດາວທຽມລາວ LAOSAT-1 ແນະນໍາການບໍລິການສື່ສານຜ່ານດາວທຽມ ຕໍ່ພາກທຸລະກິດ ພາກລັດ-ເອກະຊົນ

Published on

ພາຍຫຼັງດາວທຽມ LAOSAT-1 ເຊິ່ງເປັນດາວທຽມດວງທໍາອິດຂອງ ສປປ.ລາວ ໄດ້ປ່ອຍຂຶ້ນສູ່ວົງໂຄຈອນໂລກດ້ວຍຫົວຈະຫຼວດ LM-3B ທີ່ສະຖານີສີຈາງ ແຂວງສີສວນ ສປ.ຈີນ ດ້ວຍຜົນສໍາເລັດເປັນຢ່າງດີໃນວັນທີ 21 ພະຈິກ 2015 ແລະ ຖືກຈັດຢູ່ໃນຕໍາແໜ່ງທີ 128,5 E ໃນວັນທີ 26 ພະຈິກ 2015 ທີ່ຜ່ານມາ ຄຽງຄູ່ກັບ ສູນບັນຊາການຂອງດາວທຽມລາວ LAOSAT-1 ພາກພື້ນດິນ ກໍໄດ້ຮັບການສ້າງຕັ້ງຂຶ້ນທີ່ຖະໜົນທ່າເດື່ອ ຫຼັກ 14 ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີເນື້ອທີ່ 121.600 ຕາແມັດ ແລະ ມີເນື້ອທີ່ຫ້ອງການ 10.000 ຕາແມັດ ມາຮອດປັດຈຸບັນ ແມ່ນມີຄວາມພ້ອມໃຫ້ບໍລິການສົ່ງ-ຮັບສັນຍານສື່ສານ ແລະ ສັນຍາໂທລະພາບແລ້ວ ເຊິ່ງປະກອບດ້ວຍ ບັນດາ ອຸປະກອນ ແລະ ຈານອັງແຕນເສັ້ນຜ່າໃຈກາງ 13 ແມັດ 3 ຈານ ມີລະບົບບັນຊາການ ແລະ ຄຸ້ມຄອງດາວທຽມຄົບຊຸດ ນອກນັ້ນ ຍັງມີລະບົບສື່ສານແບບ VSAT ລະບົບກະຈາຍໂທລະພາບ DTHTV ແລະ ລະບົບການສື່ສານທີ່ໃຫ້ບໍລິການໃນຍາມສຸກເສີນ ຈິ່ງນໍາສູ່ການຈັດກອງປະຊຸມປຶກສາຫາລື ແລະ ນໍາສະເໜີດ້ານການບໍລິການຕໍ່ບັນດາຫົວໜ່ວຍທຸລະກິດທັງພາກລັດ-ເອກະຊົນ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີິ 23 ກຸມພາ 2016 ທີ່ສູນບັນຊາການດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທ່ານ ດິງ ຢົງບິງ (Ding YONGBING) ອໍານວຍການບໍລິສັດ LAOSAT-1 ມີຄະນະອໍານວຍການສູນບັນຊາການດາວທຽມລາວ ບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການດ້ານການສື່ສານ ໂທລະຄົມມະນາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ-ເອກະຊົນ ພ້ອມດ້ວຍພະນັງານວິຊາການເຂົ້າຮ່ວມຫຼາຍກວ່າ 60 ຄົນ.

SPS_0703

SPS_0674

ທ່ານ ແກ້ວວຽງໄຊ ສຸຣິຍະ ຮອງອໍານວຍບໍລິສັດ LAOSAT-1 ໄດ້ກ່າວວ່າ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈໍາກັດ ຫຼື ເອີ້ນວ່າ LAOSAT ແມ່ນໝາກຜົນການຮ່ວມທຶນລະຫວ່າງ ລັດຖະບານລາວ ແລະ ຂາຫຸ້ນ ສປ.ຈີນ ເປັນບໍລິສັດທີ່ໃຫ້ບໍລິການດ້ານການສື່ສານຜ່ານດາວທຽມດວງທໍາອິດ ແລະ ມີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ.ລາວ ເປັນບໍລິສັດດຽວທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວໃຫ້ການບໍລິການສື່ສານຜ່ານດາວທຽມ ແລະ ເຄືອຂ່າຍພາກພື້ນດິນ ເຊິ່ງ LAOSAT-1 ກໍຈະພະຍາຍາມເພື່ອເຮັດໃຫ້ຕົນເອງກາຍເປັນບໍລິສັດທີ່ມີການພັດທະນາ ແລະ ມີບົດບາດສໍາຄັນໃນຂົງເຂດອາຊີ-ປາຊີຟິກ ໃນການບໍລິການສື່ສານຜ່ານດາວທຽມ ແລະ ຕັ້ງໜ້າຍົກສູງຄວາມຮູ້ ຄວາມສາມາດໃຫ້ພະນັກງານ ວິຊາການ ພ້ອມທັງປັບປຸງຮູບແບບການໃຫ້ບໍລິການຢ່າງບໍ່ຢຸດຢັ້ງ ເພື່ອສະໜອງຕອບຄວາມຕ້ອງການຂອງລູກຄ້າ ທັງນີ້ກໍເພື່ອຮັບປະກັນໄດ້ວິວັດທະນາການຂອງເຕັກໂນໂລຊີໃນແຕ່ລະໄລຍະ.

SPS_0684

SPS_0699

LAOSAT-1 ຈະໃຫ້ບໍລິການດ້ານການສື່ສານຜ່ານດາວທຽມແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ໃນຂົງເຂດອາຊີຕາເວັນອອກສະຫຼຽງໃຕ້ ດ້ວຍຫຼາຍຮູບແບບຄື ການບໍລິການໃຫ້ເຊົ່າເຄື່ອງຮັບ-ສົ່ງສັນຍານ ໂທລະຄົມມະນາຄົມ ການກະຈາຍໂທລະພາບຜ່ານດາວທຽມ ດ້ວຍລະບົບ VSAT ທີ່ມີຄຸນະພາບສູງ ແລະ ລາຄາສົມເຫດສົມຜົນ ເຊິ່ງລະບົບ VSAT ປະກອບມີ 1 ສະຖານີສູນກາງ ແລະ ສະຖານີລູກ 71 ສະຖານີ ທີ່ສາມາດຕິດຕັ້ງໄດ້ທຸກພື້ນທີ່ ທີ່ພື້ນຖານໂຄງລ່າງທາງດ້ານຄົມມະນາຄົມຍັງບໍ່ທັນໄປເຖິງ.

ຂ່າວ/ພາບ ເທບພະວົງ

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...