spot_img
Homeຂ່າວພາຍ​ໃນເຜີຍແຜ່ຍຸດທະສາດ ຄຸ້ມຄອງການລົງທຶນພາກເອກະຊົນ

ເຜີຍແຜ່ຍຸດທະສາດ ຄຸ້ມຄອງການລົງທຶນພາກເອກະຊົນ

Published on

   ກອງ​ປະ­ຊຸມ​ເຜີຍ­ແຜ່​ແຜນ​ຍຸດ​ທະສາດ​ການ​ສົ່ງ­ເສີມ ແລະ​ຄຸ້ມ​ຄອງ​ການລົງ­ທຶນ​ພາກ​ເອ­ກະ​ຊົນ​ຂອງ​ແຂວງ​ສະຫວັນ​ນະ​ເຂດ​ຮອດ​ປີ 2025 ຊຶ່ງ​ໄດ້​ຮັບທຶນ​ສະ­ໜັບ­ສະ­ໜູນ​ຈາກ​ອົງ­ການ UNDP ແລະ UNEP ໂຄງ­ການ​ເຊື່ອມ​ໂຍງ​ສິ່ງແວດ​ລ້ອມ​ເຂົ້າ​ໃນ​ກິດ­ຈະ­ກຳ​ແກ້​ໄຂ​ຄວາມທຸກ​ຍາກ​ໄດ້​ມີ​ຂຶ້ນ​ທີ່​ສະ­ໂມ­ສອນ​ພະ​ແນກແຜນ­ການ ແລະ​ການ​ລົງ­ທຶນ​ແຂວງໃນວັນ​ທີ 17 ກຸມ­ພາ​ຜ່ານ​ມາ, ໂດຍ​ມີ​ທ່ານ ທ່ອນ​ແກ້ວ ພຸດ​ທະ​ໄກ​ຍະ​ລາດ ຮອງ​ເຈົ້າແຂວງ​ສະ­ຫວັນ​ນະ​ເຂດທັງ​ເປັນ​ປະ­ທານຄະ­ນະ​ກຳ­ມະ­ການ​ສົ່ງ­ເສີມ ແລະ​ຄຸ້ມ​ຄອງການ​ລົງ­ທຶນ​ຂັ້ນ​ແຂວງ, ທ່ານ ບຸນ​ປັນສຸ­ວັນ­ນະ​ວົງ ຮອງ​ຫົວ­ໜ້າ​ກົມ​ສົ່ງ­ເສີມການ​ລົງ­ທຶນ, ມີ​ບັນ­ດາ​ທ່ານ​ຈາກ​ສູນກາງ, ເຈົ້າ­ເມືອງ-ຮອງ​ເຈົ້າ­ເມືອງ, ຫົວໜ້າ-ຮອງ​ຫົວ­ໜ້າ​ພະ­ແນກ­ການ​ອ້ອມ​ຂ້າງແຂວງ​ເຂົ້າ​ຮ່ວມ.

   ທ່ານ ກອງ​ຄຳ ໄຊ​ປັນ­ຍາ ຮອງ​ຫົວໜ້າ​ພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນແຂວງ​ກ່າວ​ວ່າ: ແຜນ​ຍຸດ​ທະ​ສາດ​ຄຸ້ມຄອງ ແລະ​ສົ່ງ­ເສີມ​ການ​ລົງ­ທຶນ​ພາກ​ເອ­ກະ​ຊົນ​ຂອງ​ແຂວງ​ຮອດ​ປີ 2025 ເປົ້າ​ໝາຍ​ແມ່ນ​ເພື່ອ​ໃຫ້​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້ແລະ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ສາ­ມາດ​ນຳ​ໃຊ້​ແຜນ​ຍຸດ​ທະ​ສາດ​ດັ່ງ­ກ່າວເພື່ອ​ເປັນ​ເຄື່ອງ­ມື​ໃນ​ການ​ໂຄ­ສະ­ນາ, ເຜີຍແຜ່ ແລະ​ດຶງ​ດູດ​ການ​ລົງ­ທຶນ​ໃຫ້​ນັບ​ມື້ນັບ​ຫຼາຍ​ຂຶ້ນນອກ​ນີ້ ກໍ​ຍັງ​ເປັນ​ບ່ອນ​ອີງ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ສົ່ງ­ເສີມແລະ​ຄຸ້ມ​ຄອງ​ການ​ລົງ­ທຶນ​ໃນ­ຕໍ່­ໜ້າ, ສຳລັບ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂອງ​ແຂວງ 2016-2025 ແມ່ນ​ສ້າງ​ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍຕົວ​ຕໍ່​ເນື່ອງ, ໜັກ​ແໜ້ນ ແລະ​ຍືນ​ຍົງໂດຍຖື​ເອົາ​ເສດ­ຖະ­ກິດ​ເປັນ­ໃຈ​ກາງ, ນຳ​ໃຊ້ບັນ­ດາ​ທ່າ­ແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ແຂວງທີ່​ໄດ້​ປຽບ​ເພື່ອ​ຮັບ­ປະ­ກັນ​ຄວາມ​ສົມ​ດູນຂອງ​ສາມ​ເສົາ­ຄ້ຳ​ຄື: ເສົາ­ຄ້ຳ​ທາງ​ດ້ານເສດ­ຖະ­ກິດ, ສັງ­ຄົມແລະ​ສິ່ງ­ແວ­ດລ້ອມ, ຫັນ­ປ່ຽນ​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຫຼາກ​ຫຼາຍຕາມ​ທິດ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝນຳ​ໃຊ້​ທາງ​ເລືອກ​ໃນ​ການ​ພັດ­ທະ­ນາ​ທີ່​ມີ​ປະ​ສິດ­ທິ​ຜົນ​ສູງ​ເທື່ອ​ລະ​ກ້າວ ເລັ່ງ​ໃສ່​ຍົກ​ສະ­ມັດ­ຖະ­ພາບ​ການ​ຜະ­ລິດ ແລະ​ການ​ພັດ­ທະ­ນາ​ໃຫ້​ສູງ​ຂຶ້ນ, ປັບ­ປຸງສະ­ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ­ນວຍ​ໃຫ້​ແກ່ ການ​ຄ້າ, ການ​ລົງ­ທຶນ, ການ​ດຳ­ເນີນ​ທຸລະ​ກິດ ເພື່ອ​ເພີ່ມ​ທະ­ວີ​ຄວາມ​ອາດ​ສາ­ມາດ ແຂ່ງ­ຂັນ​ຂອງ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ​ໃນ​ການ​ເຊື່ອມ​ໂຍງ ແລະ​ຫັນ ເປັນ​ສາ­ກົນ​ເທື່ອ​ລະ​ກ້າວ, ສ້າງ​ຊັບ​ພະ­ຍາ ກອນ​ມະ­ນຸດ​ໃຫ້​ມີ​ຄຸນ​ນະ​ພາບ ໂດຍ​ເລັ່ງ​ໃສ່ ສ້າງ​ພື້ນ­ຖານ​ທີ່​ເອື້ອ​ອຳ­ນວຍ​ໃຫ້​ແກ່​ການສຶກ​ສາ ແລະ​ການ​ຮັກ­ສາ​ສຸ­ຂະ­ພາບໂດຍເນັ້ນ​ໃສ່​ການ​ສຶກ​ສາ​ໃຫ້​ຈົບ​ຊັ້ນ​ມັດ­ທະ­ຍົມ​ປາຍ​ກວມ​ອັດ­ຕາ​ສ່ວນ​ຫຼາຍ ແລະ ມີ​ຄຸນ​ນະ​ພາບ, ເອົາ​ການ​ພັດ­ທະ­ນາ​ເສດ​ຖະກິດ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ສິ່ງ­ແວ­ດລ້ອມ​ທຳ​ມະ​ຊາດ​ໃຫ້ ຍືນ​ຍົງ, ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ​ໃຫ້​ມີ​ປະ​ສິດ­ທິ​ຜົນ​ທາງ​ດ້ານ​ເສດ​ຖະກິດ ແລະ​ເກີດ​ຜົນ​ປະ­ໂຫຍດ​ສູງ​ສຸດ​ຕໍ່​ສັງຄົມ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...