spot_img
Homeຂ່າວພາຍ​ໃນຍົກລະດັບຄູຝຶກ - ນັກກິລາຄົນພິການ

ຍົກລະດັບຄູຝຶກ – ນັກກິລາຄົນພິການ

Published on

S1-1

ກົມກິລາມວນຊົນກະ ຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການຄົນພິການອາ ຊີເພື່ອພັດທະນາ (ADDP) ຈັດ ຝຶກອົບຮົມຍົກລະດັບຄວາມຮູ້ ຄວາມສາມາດກ່ຽວກັບການພັດ ທະນາຄູຝຶກ ແລະ ນັກກິລາຄົນພິການຂັ້ນພື້ນຖານຂຶ້ນເມື່ອບໍ່ດົນຜ່ານມານີ້ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານ ຂອງ ທ່ານ ບົວລານ ສິລິປັນຍາ ລັດຖະມົນຕີຊ່ວຍວ່າການກະຊວງ ສຶກສາທິການ ແລະ ກິລາຊຶ່ງມີຄູຝຶກ, ພະນັກງານວິຊາການ ແລະ ນັກກິລາ ເຂົ້າຮ່ວມ.
ມີສຳມະນາກອນເຂົ້າ ຮ່ວມຝຶກອົບຮົມຄັ້ງນີ້ມີທັງໝົດ 31 ທ່ານ ທີ່ມາຈາກ 8 ແຂວງ ຄື: ແຂວງຊຽງຂວາງ, ຫຼວງພະ ບາງ, ໄຊຍະບູລີ, ວຽງຈັນ, ຄຳ ມ່ວນ, ບໍລິຄຳໄຊ, ສະຫວັນນະ ເຂດ, ເຊກອງ ແລະ ນະຄອນ ຫຼວງວຽງຈັນ. ຫຼັກສູດຝຶກອົບ ຮົມປະກອບມີພາກທິດສະດີ ແລະ ປະຕິບັດຕົວຈິງ ໃນການ ກຳນົດເປົ້າໝາຍເບື້ອງຕົ້ນຫຼັກ ປັດຊະຍາ ແລະ ຄວາມສຳຄັນ ຂອງນັກກິລາຄົນພິການ ທັກ ສະການໃຊ້ຄົນເຂັນ ຄວາມ ເຂົ້າໃຈກ່ຽວກັບ ການໃຊ້ອະໄວ ຍະວະທຽມ ຄວາມເຂົ້າໃຈກ່ຽວ ກັບຄົນພິການທາງສາຍຕາ ແລະ ສົ່ງເສີມການຫຼິ້ນກິລາສຳ ລັບຄົນພິການທາງສາຍຕາ ການຫຼິ້ນກິລາ ໂກລບອນ, ກິລາ ຕີໝາກປຸ້ມເປົ້າ, ແລ່ນ – ລານ, ບານບ້ວງ, ລົດເຂັນ, ຕີບານ, ປິ່ງປ່ອງ, ກິລາຈານບິນ ແລະ ການຈັດການແຂ່ງຂັນກິລາ ແຫ່ງຊາດ ສຳລັບຄົນພິການ.
ທ່ານ ບົວລານ ສິລິປັນຍາ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຜົນສຳເລັດຂອງນັກກິ ລາຄົນພິການລາວທີ່ເຂົ້າຮ່ວມ ແຂ່ງຂັນກິລາລະດັບພາກພື້ນ ແລະ ສາກົນທີ່ຜ່ານມາ ຊຶ່ງນັກ ກິລາດັ່ງກ່າວໄດ້ສູ້ຊົນຍາດໄດ້ ຜົນງານໂດດເດັ່ນຫຼາຍດ້ານມາ ໃຫ້ປະເທດຊາດ ແຕ່ເຊື່ອໝັ້ນ ວ່າໃນອະນາຄົດຕໍ່ໜ້າຄູຝຶກ ລວມທັງນັກກິລາຈະສືບຕໍ່ເສີມ ຂະຫຍາຍມູນເຊື້ອ ແລະ ຜົນ ງານທີ່ດີຢູ່ແລ້ວໃຫ້ດີກວ່າເກົ່າ.

 

ຂໍ້ມູນຈາກ http://www.pasaxon.org.la/sportnews/23-02-16/content1.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...