spot_img
Homeຂ່າວການພັດທະນາອາຊຽນເພີ່ມທະວີເຊື່ອມໂຍງ ການເປີດເສລີການບໍລິການດ້ານການເງິນ

ອາຊຽນເພີ່ມທະວີເຊື່ອມໂຍງ ການເປີດເສລີການບໍລິການດ້ານການເງິນ

Published on

254dad16fa083551c5f7ff83b27d5569

ກອງ​ປະຊຸມ​ຄະນະ​ວິຊາ​ການດ້ານ​ການ​ເງິນ ແລະ ທະນາຄານກາງ​ອາ​ຊຽນ ແລະ ອາ​ຊຽນ+3 ໄດ້​ຈັດ​ຂຶ້ນ​ວັນ​ທີ 22 ກຸມພາ 2016 ທີ່​ໂຮງແຮມ​ດອນ​ຈັນ​ພາເລດ ນະຄອນຫຼວງ​ວຽງ​ຈັນ ເປັນປະທານ​ຂອງ​ທ່ານ ບຸນ​ຖົມ ລໍ​ມະນີ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ກະຊວງ​ການ​ເງິນ ມີ​ວິຊາ​ການ​ດ້ານການ​ເງິນ ແລະ ທະນາຄານ​ຈາກປະເທດ​ອາ​ຊຽນ ແລະ ອາ​ຊຽນ+3 ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 7 ວັນ ແລະ ມີ 7 ກອງ​ປະຊຸມ​ປິ່ນ​ອ້ອມ ໂດຍ​ມີຈຸດປະສົງ​ເພື່ອ​ກະກຽມ​ດ້ານ​ເນື້ອໃນ ໃຫ້​ກອງ​ປະຊຸມ​ລັດຖະມົນຕີຊ່ວຍ​ການ​ເງິນ ແລະ ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ ອາ​ຊຽນ+3 ກອງ​ປະຊຸມ​ລັດ​ຖະມົນຕີ​ການ​ເງິນ​ອາ​ຊຽນ ​ຄັ້ງ​ທີ 20 ກອງ​ປະຊຸມ​ຜູ້​ວ່າການ​ທະນາຄານກາງ​ອາ​ຊຽນ ​ຄັ້ງ​ທີ 12 ແລະ ກອງປະຊຸມ​ຮ່ວມ​ລະຫວ່າງ​ລັດ​ຖະ​ມົນຕີ​ການ​ເງິນ ແລະ ຜູ້​ວ່າການ​ທະນາ​ຄານ​ກາງ​ອາ​ຊຽນ ​ຄັ້ງ​ທີ 2 ທີ່ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1-4 ເມສາ 2016 ທີ່​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ທັງ​ປຶກສາ​ຫາລື​ວຽກ​ທີ່​ພົວພັນ​ຂອງ​ຂະແໜງການ​ເງິນ ​ທີ່​ຈະເອົາ​ເຂົ້າ​ໃນ​ແຜນຫຼັງ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ຮອດ​ປີ 2025.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...