spot_img
Homeຂ່າວການພັດທະນາລາວ-ຍີ່ປຸ່ນ ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດ

ລາວ-ຍີ່ປຸ່ນ ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດ

Published on

ວັນ​ທີ 19 ກຸມພາ 2016 ຜ່ານ​ມາ ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ພົບ​ປະ​ເຮັດ​ວຽກ​ກັບທ່ານ ຟູ​ມິ​ໂອະ ກິ​ຊີ​ດະ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະເທດ​ຍີ່ປຸ່ນ ທີ່​ໂຕ​ກຽວ ເພື່ອ​ເສີມຂະຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ ​ສປປ ລາວ ແລະ ຍີ່ປຸ່ນ.

ລາວ-ຍີ່ປຸ່ນ ເສີມຂະຫຍາຍຄູ່ຮ່ວມມືຍຸດທະສາດ

ການ​ພົບ​ປະ​ຄັ້ງ​ນີ້ ​ທັງ​ສອງ​ຝ່າຍໄດ້​ສະແດງ​ຄວາມ​ຍິນ​ດີ ແລະ ຕີລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ການພົວພັນ​ຮ່ວມ​ມື ​ທີ່​ມີ​ມູນເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະເທດ ໃນໄລຍະ 60 ປີຜ່ານມາ ເຊິ່ງ​ນັບ​ມື້ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ ໂດຍ​ສະເພາະ ສອງ​ປະເທດ​ໄດ້​ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ ຢ່າງ​ຄຶກຄື້ນ​ໃນ​ປີ 2015 ຜ່ານ​ມາ ໂດຍ​ໄດ້​ມີ​ການ​ແລກປ່ຽນ​ການ​ຢ້ຽມຢາມ ລະຫວ່າງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະເທດ ທັງ​ສອງ​ຝ່າຍ​ໄດ້​ມີ​ການ​ຍົກ​ລະດັບການ​ພົວພັນ ​ການ​ຮ່ວມ​ມື​ຂຶ້ນ​ມາເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​ ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ສູ່​ລະດັບ​ສູງ ເປັນຕົ້ນ ທາງດ້ານ​ເສດຖະກິດ ແລະ ການ​ລົງທຶນ ເຊິ່ງ​ການ​ລົງທຶນ​ຂອງ​ຍີ່​ປຸ່ນຢູ່​ລາວ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ​ໃນຊຸມ​ປີຜ່ານມາ ແລະ ປັດຈຸບັນ​ມີນັກທຸລະກິດ​ຍີ່ປຸ່ນ​ເຂົ້າ​ມາ​ລົງທຶນຢູ່​ລາວ ຈຳນວນ 130 ບໍລິສັດ ໄດ້ສ້າງ​ວຽກ​ເຮັດ​ງານ​ທຳ ສ້າງ​ລາຍໄດ້​ໃຫ້​ແກ່​ປະຊາຊົນ​ທ້ອງຖິ່ນ​ຂອງລາວ ແລະ ທັງ​ເປັນ​ການ​ພັດ​ທະນາ​ສີມື​ແຮງ​ງານ​ລາວ ການ​ສ້າງຕັ້ງ​ສູນ​ອາຊີ​ມູນ​ນິທິ​ຍີ່ປຸ່ນ (Japan Foundation Asia Center) ຢູ່​ນະຄອນຫຼວງ​ວຽງ​ຈັນ ໃນ​ທ້າຍປີ 2015 ກໍ່​ຈະ​ສ້າງ​ຜົນ​ປະໂຫຍດອັນ​ດີ​ ໃຫ້​ແກ່​ການ​ສົ່ງເສີມ​ຄວາມຮັບ​ຮູ້ ແລະ ເຂົ້າໃຈ​ຂອງ​ປະຊາຊົນ​ສອງ​ຊາດ​ ກ່ຽວ​ກັບ​ວັດທະນະທຳ ແລະ ຮີດຄອງ​ປະເພນີ​ຂອງທັງ​ສອງ​ປະເທດ​ຫຼາຍ​ຂຶ້ນ ພ້ອມທັງ​ເປັນ​ການ​ສົ່ງເສີມ​ການ​ທ່ອງທ່ຽວ​ລະຫວ່າງ​ລາວ ແລະ ຍີ່ປຸ່ນ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ພ້ອມດຽວ​ກັນ ສອງ​ຝ່າຍ​ກໍ່​ໄດ້​ຕີ​ລາຄາສູງ​ຕໍ່​ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ເວທີ​ພາກ​ພື້ນ ແລະ ສາກົນ ໂດຍ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້ກັນ​ຊາບ ​ກ່ຽວ​ກັບ​ສະພາບ​ພົ້ນ​ເດັ່ນຂອງ​ແຕ່​ລະ​ປະເທດ ເປັນຕົ້ນ ການ​ເປັນ​ປະທານ​ໝູນວຽນ​ອາຊຽນ ຄັ້ງ​ທີ 2 ຂອງ​ລາວ ໃນ​ປີ 2016 ພາຍ​ໃຕ້​ຄຳ​ຂວັນ: “ຫັນ​ວິໄສ​ທັດ​ໃຫ້​ເປັນ​ຮູບ​ປະ​ທຳ ເພື່ອຄວາມ​ເຂັ້ມແຂງ​ຂອງ​ປະຊາ​ຄົມອາ​ຊຽນ” ເຊິ່ງ​ເປັນ​ປີ​ທີ່​ມີ​ຄວາມໝາຍ​ສຳຄັນ​ສຳລັບ​ອາ​ຊຽນ ເພາະວ່າ​ເປັນ​ປີ​ທຳ​ອິດ​ຂອງ​ການເປັນ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງໄດ້​ຮັບ​ການ​ສ້າງຕັ້ງ​ຢ່າງ​ເປັນ​ທາງການ ​ໃນ​ວັນ​ທີ 31 ທັນວາ 2015.

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...