Homeວົງການສື່ມວນຊົນໜັງສືພິມປະຊາຊົນ ເປີດໂຮງພິມສາຂາທີ 2 ຢູ່ຈຳປາສັກ ຄາດດຶງລູກຄ້າ 5 ແຂວງພາກໃຕ້!

ໜັງສືພິມປະຊາຊົນ ເປີດໂຮງພິມສາຂາທີ 2 ຢູ່ຈຳປາສັກ ຄາດດຶງລູກຄ້າ 5 ແຂວງພາກໃຕ້!

Published on

ໂຮງພິມໜັງສືພິມປະຊາຊົນ ເປີດນຳໃຊ້ສາຂາແຫ່ງທີ 2 ຢູ່ແຂວງຈຳປາສັກ ຫວັງດຶງດູດລູກຄ້າໃນ 4 ແຂວງພາກໃຕ້ (ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ແລະ ແຂວງສະຫວັນນະເຂດ, ຊຶ່ງພິທີເປີດນຳໃຊ້ໂຮງພິມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ກຸມພານີ້, ຢູ່ບ້ານບົວ ເມືອງໂພນທອງ ແຂວງຈຳປາສັກ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກເຂົ້າຮ່ວມນຳດ້ວຍ.

ໃນໂອກາດດັ່ງກ່າວ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ມີຄຳເຫັນວ່າ: ຈຸດປະສົງຂອງການກໍ່ສ້າງ ໂຮງພິມໜັງສືພິມປະຊາຊົນແຫ່ງທີ 2 ນີ້, ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ ທັງແມ່ນເປົ້າໝາຍລວມຂອງລັດຖະບານລາວ ເພື່ອເສີມຂະຫຍາຍກຳລັງແຮງຂອງພາຫະນະຂອງສື່ມວນຊົນ, ໂດຍສະເພາະໜັງສືພິມປະຊາຊົນ ເປັນສຽງຂອງສູນກາງພັກ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານ ໄດ້ລົງສູ່ທ້ອງຖິ່ນນັບມື້ກວ້າງຂວາງ.

ທ່ານ ທອງລິດ ຫລ່ຽມໄຊຍະຈັກ ຮອງຫົວໜ້າບັນນາທິການໜັງສືພິມປະຊາຊົນ ກ່າວວ່າ: ໂຮງພິມແຫ່ງທຳອິດ ແມ່ນຕັ້ງຢູ່ນະຄອນຫລວງວຽງຈັນ, ໂດຍຜ່ານມາ ພວກເຮົາອາໃສໂຮງພິມດັ່ງກ່າວ ເຂົ້າໃນການເຄື່ອນໄຫວບໍລິການ ຈັດພິມໜັງສືພິມປະຊາຊົນ ແລະ ສິ່ງພິມອື່ນໆ ໃນຂອບເຂດທົ່ວປະເທດ, ເພື່ອຮັບໃຊ້ໜ້າທີ່ການເມືອງ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຕ່າງໆຢ່າງຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ການປ່ຽນແປງແຕ່ລະໄລຍະເຮັດໃຫ້ແຂກພາຍໃນ-ຕ່າງປະເທດ ແລະ ປະຊາຊົນລາວ ບັນດາເຜົ່າ ສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ. ສະນັ້ນ, ການຂະຫຍາຍສາຂາມາຕັ້ງຢູ່ແຂວງຈຳປາສັກ ກໍເພື່ອຂະຫຍາຍຖານການຜະລິດ ຕອບສະໜອງຄວາມຕ້ອງການລູກຄ້າ, ຜູ້ອ່ານໃຫ້ສະດວກວ່ອງໄວທັນເຫດການ ແລະ ປະຢັດເວລາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...