spot_img
Homeຂ່າວການພັດທະນາໂຮງໝໍ​ແມ່ ​ແລະ ​ເດັກ​ ຈະລົງ​ກວດ-ປິ່ນປົວສຸຂະພາບ​​ ແມ່ຍິງ​ຜູ້​ທຸກ​ຍາກໂດຍ​ບໍ່​​ເສຍ​ຄ່າ​ ຢູ່ແຂວງຊຽງຂວາງ!

ໂຮງໝໍ​ແມ່ ​ແລະ ​ເດັກ​ ຈະລົງ​ກວດ-ປິ່ນປົວສຸຂະພາບ​​ ແມ່ຍິງ​ຜູ້​ທຸກ​ຍາກໂດຍ​ບໍ່​​ເສຍ​ຄ່າ​ ຢູ່ແຂວງຊຽງຂວາງ!

Published on

ທ່ານ ຮອງ​ສາສະ​ດາ​ຈານ ດຣ ບົວ​ວັນ ​ແສນ​ສະຖິດ ອຳ​ນວຍການ​ໂຮງໝໍ​ແມ່ ​ແລະ ​​ເດັກ​​ແດງ​ສູນກາງ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພ​ວກ​ເຮົາ​ວ່າ: ​​​ເພື່ອ​ກະກຽມ​ໃກ້​ແກ່ສະ​ເຫຼີ​ມສະຫຼອງ ວັນ​​ສ້າງ​ຕັ້ງ​ໂຮງໝໍ​​ແມ່ ​ແລ​ະ ​ເດັກ​ຄົບ​ຮັບ 22 ປີ ( ປີ 1994 – 2016 ), ທັງເປັນການສ້າງຜົນງານ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ​ໃຫ້​ມີ​ຂະ​ບວນການ​ຟົດ​ຟື້ນ ​ໂຮງໝໍແມ່ ແລະ ເດັກ ຈະຮ່ວມກັບໂຄງການໂຮງໝໍລາວ-ສະວິດ ລົງບໍລິການກວດ ແລະ ປິ່ນປົວພະຍາດຍິງ ຜູ້ທຸກຍາກຂາດເຂີນ ​ແລະ ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ ຂອງແຂວງຊຽງຂວາງ ໂດຍບໍ່ເສຍຄ່າບໍລິການໃດໆຄື: ຢູ່ໂຮງ ໝໍເມືອງຄຳ, ເມືອງຄູນ, ​ເມືອງ​ພູ​ກູດ, ເມືອງໜອງແຮດ ແລະ ໂຮງໝໍແຂວງດັ່ງກ່າວ ທີ່ເປັນນະໂຍບາຍຂອງໂຄງການຮ່ວມມືລະຫວ່າງໂຮງໝໍແມ່ ແລະ ເດັກ ແລະ ໂຄງການໂຮງໝໍລາວ-ສະວິດ ​ເພື່ອ​ຊ່ວຍ​ໃຫ້​ແມ່ຍິງຜູ້​​ດ້ອຍ​ໂອກາດ ​ແລະ ທຸກ​ຍາກ​ຂາດ​ເຂີນ​ໃນ​ເຂດ​ຫ່າງ​​ໄກສອກຫຼີກ ໄດ້​ເຂົ້າ​ເຖິງ​ການ​ບໍລິການ ​ປິ່ນປົວ​ສຸຂະ​ພາບໄດ້​ຢ່າງ​ທົ່ວ​ເຖິງ, ​ເປັນ​ຕົ້ນ​ແມ່ນ​​ແມ່ຍິງ​ເຜົ່າ​ມົ້ງ, ໂດຍຈະ​ມີ​ແພດ​ຜູ້​ຊ່ຽວຊານ​ດັ່ງ​ທ່ານ ດຣ ອວກ ລາວເປີ ( Dr Urs laoper ) ຫົວໜ້າ​ໂຄງການ​ໂຮງໝໍ​ລາວ-ສະ​ວິດ ​ແລະ ທ່ານ ຮສຈ ດຣ ບົວ​ວັນ​ ​ແສນ​ສະ​ຖິດ ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ, ພ້ອມ​ດ້ວຍ​ທີ​ມ​ແພດ​ຊ່ຽວຊານ​ພະຍາດ​ຍິງ​ຈຳນວນ​ໜຶ່ງ, ຊຶ່ງ​​ຈະ​ໃຊ້​ເວລາ​ປະມານ 2 ອາທິດ​.
ອຳ​ນວຍ​ການ​ໂຮງໝໍ​ດັ່ງກ່າວ​ໃຫ້​ຮູ້​ອີກ​ວ່າ: ຜ່ານ​ມາ​ໂຮງໝໍ​ຂອງ​ຕົນ​ ໄດ້ຮ່ວມ​ກັບ​ໂຄງການ​ໂຮງໝໍ​ລາວ​-ສະ​ວິດ ​ລົງ​ຊ່ວຍ​ເຫຼືອ​​ປິ່ນປົວ​ສຸຂະພາບ​​ແມ່ຍິງ ​ຜູ້​ທີ່​ທຸກ​ຍາກ​ຂາດ​ເຂີນ​ເຂດ​ຫ່າງ​ໄກ​ສອກຫຼີກ ​ຢູ່​ແຂວງ​ຕ່າງໆ​ມາ​ແລ້ວ​ຫຼາຍ​ຄັ້ງ ​ແລະ ​​ສັງ​ເກດ​ເຫັນ​ວ່າ ​ຍັງ​ມີ​ແມ່ຍິງ​ຈຳນວນ​ຫຼາຍ​ ທີ່​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເຖິງ​ການ​ບໍລິການ​ປິ່ນປົວ​ສຸຂະພາບ​ທີ່​ດີ, ດັ່ງ​ນັ້ນ​ທາງ​ໂຮງໝໍ​ແມ່ ​ແລະ ​ເດັກ ​ແລະ ​ໂຄງການ​ໂຮງໝໍ​ລາວ-ສະ​ວິດ​ ຈຶ່ງ​ໄດ້​ຮ່ວມ​ກັນ​ກຳນົດ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​​​ເຂົາເຈົ້າ​ໃຫ້ສາມາດ​ເຂົ້າ​ເຖິງ ​ການ​ບໍລິການ​ປິ່ນປົວ​ສຸຂະພາບ ​ໄດ້​ຫຼາຍຂຶ້ນ​ໃນ​ແຕ່ລະ​ປີ, ອຳ​ນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ​ໃຫ້​ຮູ້​ອີກ​ວ່າ​:​​ ໃນ​ປີຜ່ານມາ​ມີ​ຜູ້​ມາ​ເກີດ​ລູກ​ນຳ​ໂຮງໝໍ​ຂອງ​ຕົນ ຫຼາຍ​ກວ່າ 7,600 ຄົນ ​ແລະ ​ຮັບປະກັນ​ບໍ່​ມີ​ຜູ້​ເສຍ​ຊີວິດ, ທັງ​ແມ່ ​ແລະ ​ເດັກ​ມີ​ສຸຂະພາບ​ແຂງ​​ແຮງ​ດີ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...