spot_img
Homeຂ່າວພາຍ​ໃນເມືອງໄຊທານີ ຈັດງານວາງສະແດງສິນຄ້າ ສົ່ງເສີມການຜະລິດຂອງປະຊາຊົນ ຄັ້ງທຳອິດ!

ເມືອງໄຊທານີ ຈັດງານວາງສະແດງສິນຄ້າ ສົ່ງເສີມການຜະລິດຂອງປະຊາຊົນ ຄັ້ງທຳອິດ!

Published on

ເມືອງ​ໄຊ​ທານີ ນະຄອນຫຼວງວຽງ​ຈັນ ຈັດ​ງານ​ຕະຫຼາດນັດວາງສະແດງ​ຂາຍ​ສິນຄ້າ​ກະ​ສິກຳ ອຸດ​ສະຫະ​ກຳ ແລະ ຫັດຖະກຳ ຄັ້ງ​ທຳ​ອິດ​ຂຶ້ນ ລະຫວ່າງ​ວັນທີ 19-24 ກຸມພາ 2016 ທີ່​ບ້ານພະ​ຂາວ.

ການ​ຈັດ​ງານ​ຄັ້ງ​ນີ້ ​ເພື່ອ​ເປັນການ​ຢັ້ງຢືນ​ໃນ​ການຈັດຕັ້ງ​ແຜນພັດທະນາ​ເສດຖະກິດ-ສັງຄົມຂອງ​ເມືອງ ພ້ອມ​ທັງ​ສ້າງ​ເງື່ອນໄຂ​ໃຫ້​ຊາວ​ກະສິກອນ ຊ່າງ​ຫັດຖະ​ກຳ ຄອບຄົວ​ຕົວ​ແບບ ຫົວໜ່ວຍ​ທຸລະ​ກິດ​ດ້ານ​ຕ່າງໆ​ພາຍໃນ​ເມືອງ ແລະ ຕ່າງ​ເມືອງ​ໄດ້​ນຳເອົາ​ຜະລິດ​ຕະ​ພັນ​ຂອງ​ຕົນ​ ມາວາງສະແດງ​ຂາຍ​ອອກ​ສູ່​ສັງຄົມ ທັງ​ນີ້​ກໍ່​ເພື່ອ​ສົ່ງເສີມ​ການ​ຜະລິດເປັນ​ສິນຄ້າ​ຂອງ​ປະຊາຊົນ ແລະ ຄອບຄົວ​ໃຫ້​ຂະຫຍາຍຕົວ​ແຂງແຮງ ເປີດ​ກວ້າງ​ດ້ານ​ການ​ຄ້າ ການ​ບໍລິການ ການທ່ອງທ່ຽວຂອງ​ເມືອງ ​ໃຫ້​ຂະຫຍາຍຕົວກວ້າງຂວາງ​ຂຶ້ນ​ຕື່ມ ເປັນ​ການແລກປ່ຽນ​ບົດຮຽນ​ຂອງ​ຊາວ​ກະສິ​ກອນ ຊ່າງ​ຫັດຖະກຳ ຄອບຄົວຕົວ​ແບບ ຜູ້​ທຳ​ການ​ຜະລິດ​ສິນຄ້າ​ໂອ​ດ໋ອບ​ຂອງ​ເມືອງ.

ສຳລັບ​ຮ້ານ​ວາງສະແດງ ແລະ ຂາຍ​ສິນຄ້າ​ຄັ້ງ​ນີ້​ມີ 141 ຮ້ານ ໃນນັ້ນ ມີ​ຜົນ​ຜະລິດ​ຂອງ​ປະຊາຊົນພາຍ​ໃນ​ເມືອງ​ໄຊ​ທານີ ຈຳນວນ 33 ຮ້ານ ລວມ​ມູນ​ຄ່າ​ສິນຄ້າ​ທັງໝົດ 773 ລ້ານ​ກີບ ປະກອບ​ມີ​ຜະລິດ​ຕະ​ພັນ​ສິນຄ້າ​ໂອ​ດ໋ອບ ການຜະລິດ​ກະສິກຳ​ຂອງ​ຄອບຄົວ​ຕົວແບບ ເຄື່ອງ​ອຸດ​ສະຫະ​ກຳ ຫັດຖະກຳ ເຟີ​ນີ​ເຈີ ແລະ ບໍລິສັດ​ຕົວແທນ​ຈຳໜ່າຍ​ຜະລິດ​ຕະ​ພັນຜະລິດ​ຕະ​ພັນ​ສິນຄ້າ​ຕ່າງ​ແຂວງ ຮ້ານ​ບໍລິການ ຮ້ານ​ຂາຍ​ສິນຄ້າທົ່ວ​ໄປ ຮ້ານ​ກິນ​ດື່ມ ແລະ ຮ້ານອາຫານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...