Homeຂ່າວທ້ອງຖິ່ນພະສົງຮ່ວມກັບປະຊາຊົນບ້ານອ່າງໃຫຍ່ ປ່ອຍປາບຶກລົງສູ່ນ້ຳຂອງ ເພື່ອອະນຸຮັກສັດນ້ຳ!

ພະສົງຮ່ວມກັບປະຊາຊົນບ້ານອ່າງໃຫຍ່ ປ່ອຍປາບຶກລົງສູ່ນ້ຳຂອງ ເພື່ອອະນຸຮັກສັດນ້ຳ!

Published on

ວັນ​ທີ 21 ກຸມພາ 2016 ພະສົງ​ສາມະເນນ​ ສົມທົບ​ກັບ​ອຳນາດ​ການ​ປົກຄອງບ້ານ​ອ່າງ​ໃຫຍ່ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ຈັດ​ພິທີ​ປ່ອຍ​ປາບຶກລົງ​ສູ່​ແມ່ນ້ຳ​ຂອງ​ຄືນ​ສູ່​ທຳ​ມະຊາດ ຢູ່​ທີ່​ທ່າ​ນ້ຳ​ວັດ​ບ້ານ​ດັ່ງກ່າວ ໂດຍ​ມີ​ພະ​ອາຈານ ຄຳ​ໝັ້ນ ສີສະຫວັດ ປະທານ​ອົງການ​ພຸດ​ທະສາສະໜາ ເມືອງ​ສີ​ໂຄດ​ຕະບອງ ພ້ອມ​ດ້ວຍ​ຄະນະ​ສົງ ແລະ ອອກຕົນ​ຍາດ​ໂຍມ​ບ້ານ​ອ່າງ​ໃຫຍ່ ແລະ ບ້ານ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ພະ​ອາຈານ ສວນ​ຈັນ ເພັງຄຳ​ໃສ ເຈົ້າ​ອະທິການ​ວັດ​ອ່າງໃຫຍ່ ໄດ້​ກ່າວ​ວ່າ: ປາ​ທີ່​ນຳ​ມາປ່ອຍ​ຄັ້ງ​ນີ້ ປະກອບ​ມີ​ປາບຶກ ຈຳນວນ 500 ໂຕ ເຊິ່ງ​ໄດ້​ມາ​ຈາກເຈົ້າ​ສັດທາ​ທັງຫຼາຍ ເປັນຕົ້ນແມ່ນ ​ປະຊາຊົນ​ບ້ານ​ອ່າງ​ໃຫຍ່ ພະສົງ​ສາມະເນນ ແລະ ເຈົ້າ​ສັດທາ​ບ້ານ​ອ້ອມ​ຂ້າງ​ຈຳນວນ​ໜຶ່ງ ຈຸດປະສົງ​ຂອງ​ການ​ປ່ອຍ​ປາ​ຄັ້ງນີ້ ​ກໍ່​ເພື່ອ​ອະນຸ​ຮັກ​ພັນ​ປາບຶກໄວ້ຄູ່​ກັບ​ແມ່ນ້ຳ​ຂອງຕະຫຼອດ​ໄປ ຮອດ​ຮຸ່ນ​ລູກ​ຮຸ່ນ​ຫຼານ ທັງ​ເປັນການ​ເພີ່ມ​ປະຊາກອນ​ປາ​ໃນ​ແມ່ນ້ຳຂອງ​ໃຫ້​ມີ​ຈຳນວນ​ຫຼາຍ​ຂຶ້ນ ແລະ ສະໜອງ​ປາ​ໃຫ້​ແກ່​ປະຊາຊົນ ເວົ້າ​ສະເພາະກໍ່​ຄືປະຊາຊົນໃນ​ບໍລິເວນ​ໃກ້​ຄຽງ ​ໃຫ້​ມີ​ແຫຼ່ງຫາ​ປາ​ໄວ້​ບໍລິໂພກ ແລະ ເປັນ​ສິນຄ້າ​ໃນຕໍ່ໜ້າ ອັນ​ສຳຄັນ​ເປັນ​ການປູກ​ຈິດ​ສຳນຶກ​ໃຫ້​ແກ່​ສັງຄົມ​ ໃນການ​ອະນຸ​ຮັກ​ສັດ​ນ້ຳ-ສັດປ່າ ໃຫ້ຢູ່​ຄູ່​ກັບ​ສັງຄົມ​ລາວ​ຕະຫຼອດ​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...