spot_img
Homeຂ່າວພາຍ​ໃນລົດ­ເມ​ຕຳ​ລົດ​ຕູ້​ເສຍ​ຊີ­ວິດ​ຄາ​ທີ່ 5 ຄົນ

ລົດ­ເມ​ຕຳ​ລົດ​ຕູ້​ເສຍ​ຊີ­ວິດ​ຄາ​ທີ່ 5 ຄົນ

Published on

 

ເວ­ລາ​ປະ­ມານ 9 ໂມງ​ເຊົ້າຂອງວັນ​ທີ 21 ກຸມ­ພາ​ຜ່ານ​ມາ ຢູ່​ເສັ້ນ­ທາງ​ຕັດໃໝ່ເມືອງ​ນານ ເຂດ​ບ້ານ​ເໝືອດເມືອງກາ­ສີ ແຂວງ​ວຽງ​ຈັນ ໄດ້​ເກີດ​ອຸ­ບັດ­ເຫດລົດ­ເມ​ຕຳ​ກັບ​ລົດ​ຕູ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດຄາ​ທີ່ 5 ຄົນ ແລະ​ມີ​ຜູ້­ໂດຍ­ສານ​ຢູ່​ລົດ​ທັງ​ສອງ​ຄັນ​ໄດ້​ຮັບ​ບາດ­ເຈັບ​ກວ່າ 30 ຄົນ.

ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ຈະ­ລາຈອນ​ແຂວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ພາຍ­ຫຼັງໄດ້​ຮັບ​ແຈ້ງ­ວ່າ​ມີ​ອຸ­ບັດ­ເຫດ​ຢ່າງ​ຮຸນ​ແຮງເກີດ​ຂຶ້ນ​ຢູ່​ເສັ້ນ­ທາງ​ຕັດ​ໃໝ່​ເມືອງ​ນານ ເຈົ້າ​ໜ້າ­ທີ່​ໄດ້​ເລ່ງ​ນຳ​ກຳ­ລັງ​ລົງ​ຈຸດ​ເກີດເຫດ, ພົບ​ເຫັນ​ຮ່າງ​ຜູ້​ເສຍ​ຊີ­ວິດ​ຈຳ­ນວນ 5 ຄົນ, ຄື ທ້າວ ຈັນ​ພູ­ທອນ ອາ­ຍຸ 36 ປີ, ຜູ້​ຂັບ​ຂີ່​ລົດ​ຕູ້ ແລະ​ຄົນ​ຕ່າງ­ປະ­ເທດ​ສັນຊາດ​ເກົາ­ຫຼີ 4 ຄົນ, ຍິງ 3 ຄົນ (ຍັງ​ບໍ່​ຮູ້​ຊື່) ພ້ອມ​ຜູ້​ໄດ້​ຮັບ​ບາດ­ເຈັບ​ກວ່າ 30 ຄົນ ຊຶ່ງ​ເຈົ້າ​ໜ້າ­ທີ່​ໄດ້​ເລ່ງ​ນຳ​ຕົວ​ສົ່ງ​ໂຮງ­ໝໍ​ຢ່າງ​ຮີບ​ດ່ວນ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ເບື້ອງຕົ້ນ​ໄດ້​ຮູ້​ວ່າ: ກ່ອນ​ເກີດ​ເຫດ​ລົດ­ເມໝາຍເລກ​ທະ­ບຽນ ບກ 5551 ແຂວງ ຫຼວງພະ​ບາງ ໄດ້​ຂັບ​ຂີ່​ມາ ແຕ່​ແຂວງ​ຫຼວງ​ພະບາງ​ມຸ່ງ​ໜ້າ​ມາ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຜູ້­ໂດຍ­ສານ​ທັງ​ໝົດ 30 ກວ່າ​ຄົນ ພໍ​ມາເຖິງ​ຈຸດ​ເກີດ​ເຫດ​ທີ່​ເປັນ​ຈຸດ​ຄ້ອຍ​ຊັນ, ແລະ​ເສັ້ນ­ທາງ​ໂຄ້ງ, ດ້ວຍ​ຄວາມ​ໄວ, ບວກ​ກັບ​ສະ­ພາບ​ເສັ້ນ­ທາງ​ທີ່​ເປ່​ເພ​ເຮັດໃຫ້​ລົດ­ເມ​ເກີດ​ເສຍ​ຫຼັກ​ໄປ​ຕຳ​ກັບ​ລົດ​ຕູ້ໝາຍ​ເລກ​ທະ­ບຽນ ກກ 5536 ແຂວງວຽງ​ຈັນ ຢ່າງ​ຮຸນ​ແຮງ ຈົນ​ເຮັດ​ໃຫ້​ຜູ້​ໂດຍສານ​ຟົ້ງ​ອອກ​ມາ​ຈາກ​ລົດ ແລະ​ມີ​ຜູ້​ເສຍຊີ­ວິດ 5 ຄົນ.

ປະ­ຈຸ​ບັນ ເຈົ້າ​ໜ້າ­ທີ່​ໄດ້​ກັກ​ຕົວ​ຜູ້​ຂັບຂີ່​ລົດ­ເມ​ຄື ທ້າວ ເຂັມ​ພອນ ອາ­ຍຸ 40 ປີ ເພື່ອ​ສືບ­ສວນ-ສອບ​ສວນ ແລະ​ດຳ­ເນີນຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...