spot_img
HomeມູມໄອທີລາວSanDisk ເປີດໂຕ MicroSD ແລະ ແຟລັດໄດຣໂຕໃໝ່

SanDisk ເປີດໂຕ MicroSD ແລະ ແຟລັດໄດຣໂຕໃໝ່

Published on

SanDisk ເປີດໂຕ USB Type-C ແຟລັດໄດຣ ແລະ microSD 128GB ທີ່ງານ Mobile World Congress (MWC 2016). ຖືໄດ້ວ່າບໍລິສັດໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ເລີຍກັບການມາຂອງພອຣດ USB Type-C ທີ່ມີຫຼາຍໆບໍລິສັດກຳລັງທະຍອຍໃຊ້ງານກັນຢ່າງຫຼວງຫຼາຍ ແລະຜູ້ບໍລິໂພກເອງກໍຕ້ອງການສິ່ງທີ່ມາຮັບຮອງໃນສ່ວນນີ້ນຳ.ເຊິ່ງ MicroSD ໂຕໃໝ່ນີ້ມີຄວາມໄວໃນການໂອນຍ້າຍໄຟລທີ່ 275MB ຕໍ່ວິນາທີ, ເຊິ່ງສາມາດໃຊ້ງານກັບປະເພດໄຟລ 4K ໄດ້ຢ່າງດີເລີຍ.

image

ສຳລັບ MicroSD ໂຕໃໝ່ນີ້ມີ 2 ລຸ້ນໃຫ້ເລືອກຄື: 64GB ແລະ 128GB, SanDisk Extreme Pro ຈະເລີ່ມວາງຂາຍໃນທົ່ວໂລກຊ່ວງໄຕມາດທີ 2 ຂອງປີ Q2 2016 ນີ້ພ້ອມກັບອາຍຸການຮັບປະກັນຕະຫຼອດຊີວິດ. ລາຄາເລີ່ມຕົ້ນແມ່ນ $179.99 (1.460.000 ກີບ) ສຳລັບລຸ້ນ 64GB ແລະ ລາຄາ $299.99 (2.450.000 ກີບ) ສຳລັບລຸ້ນ 128GB.

image

ທາງດ້ານຂອງ ແຟລັດໄດຣ SanDisk Ultra USB Type-C ມີຄວາມຈຸສູງສຸດເຖິງ 128GB, ຄວາມໄວໃນການໂອນຖ່າຍໄຟລແມ່ນ 150MB ຕໍ່ວິນາທີ, ແລະນີ້ເປັນບໍລິສັດທຳອິດທີ່ເຮັດແຟລັດໄດຣ USB Type-C ໄດ້ໄວກວ່າໝູ່. ແລະເຈົ້າຈະສາມາດນຳໄປໃຊ້ງານໄດ້ຫຼາກຫຼາຍບໍ່ວ່າຈະເປັນແທັບເລັດ,ຄອມພິວເຕີ ຫຼືສະມາດໂຟນ

ສຳລັບແຟລັດໄດຣນີ້ແມ່ນມີຄວາມບັນຈຸເລີ່ມຕົ້ນທີ່
16GB $19.99 (160.000 ກີບ)
32GB $29.99 (245.000 ກີບ)
64GB $49.99 (405.000 ກີບ)
128GB $79.99 (650.000 ກີບ)

ຂໍ້ມູນເພີ່ມຕື່ມ Amazon

ທີ່ມາ:windowscentral

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...