Homeຂ່າວຍົນຕົກໂຮນລັງໃກ້ສຳເລັດການສືບສວນ ອີກບໍ່ດົນຮູ້ຊັດເຈນ ປະເພດລູກສອນໄຟ ຍິງເຮືອບິນ MH17 ຕົກ!

ໂຮນລັງໃກ້ສຳເລັດການສືບສວນ ອີກບໍ່ດົນຮູ້ຊັດເຈນ ປະເພດລູກສອນໄຟ ຍິງເຮືອບິນ MH17 ຕົກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ກຸມພາຜ່ານມານີ້ວ່າ ສຳນັກງານໄອຍະການໂຮນລັງ ໃກ້ສຳເລັດການສອບສວນທາງອາຍາໃນອີກບໍ່ດົນນີ້ ກ່ຽວກັບເຫດການເຮືອບິນ ມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH17 ທີ່ຖືກຍິງຕົກໃນວັນທີ 17 ກໍລະກົດ 2014 ຊຶ່ງຈະເຮັດໃຫ້ຮັບຮູ້ຊັດເຈນວ່າ ຂີປະນາວຸດປະເພດໃດແທ້ ທີ່ຍິງເຮືອບິນລຳດັ່ງກ່າວຕົກ ແລະ ຮູ້ຈະແຈ້ງວ່າ ຂີປະນາວຸດດັ່ງກ່າວ ຖືກຍິງມາຈາກທິດທາງໃດ.

ທັງນີ້ ຄອບຄົວຂອງຜູ້ເສຍຊີວິດ ຊຶ່ງສ່ວນໃຫຍ່ເປັນຊາວໂຮນລັງ ໄດ້ຮຽກຮ້ອງເມື່ອເດືອນກ່ອນນີ້ ໃຫ້ລັດຖະບານໂຮນລັງ ຂໍຂໍ້ມູນພາບຈາກຣາດາແຫ່ງຕ່າງໆທົ່ວໂລກ ເພື່ອສືບຫາຜູ້ຍິງລູກສອນໄຟ ໃສ່ເຮືອບິນລຳດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...