Homeຂ່າວພາຍ​ໃນກະຊວງກະສິກຳຯເຜີຍ ສະພາບອາກາດໜາວ ສົ່ງຜົນໃຫ້ການປັກດຳເຂົ້ານາແຊງຊັກຊ້າ!

ກະຊວງກະສິກຳຯເຜີຍ ສະພາບອາກາດໜາວ ສົ່ງຜົນໃຫ້ການປັກດຳເຂົ້ານາແຊງຊັກຊ້າ!

Published on

ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ສະພາບອາການໜາວໃນໄລຍະຜ່ານມານີ້, ໄດ້ສົ່ງຜົນເຮັດໃຫ້ ການປັກດຳເຂົ້ານາແຊງ ຊັກຊ້າກ່ວາປົກກະຕິ, ເນື່ອງຈາກມີບາງທ້ອງຖິ່ນໜາວເຢັນຫຼາຍ ຈຶ່ງບໍ່ສາມາດກະກຽມ ແລະ ຕົກກ້າໄດ້, ຊຶ່ງມາຮອດປັດຈຸບັນ ທົ່ວປະເທດສາມາດປັກດຳໄດ້ແລ້ວພຽງ 85 ພັນກ່ວາຮັກຕາ, ເທົ່າກັບ 75% ຂອງເນື້ອທີ່ແຜນການວາງໄວ້, ດັ່ງນັ້ນ ຫຼາຍທ້ອງຖິ່ນ ຈຶ່ງໄດ້ຂຸ້ນຂ້ຽວປັກດຳໃຫ້ສຳເລັດຕາມຄາດໝາຍເຊັ່ນ: ຫຼວງນ້ຳທາ, ອຸດົມໄຊ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ, ກໍສາມາດປັກດຳ ສຳເລັດແລ້ວເປັນສ່ວນໃຫຍ່ ໃນນັ້ນສະເພາະແຂວງພາກກາງ ປະຕິບັດໄດ້ແລ້ວຫຼາຍກວ່າ 86 %, ພາກເໜືອ 48 %, ພາກໃຕ້ 60 % ແລະ ປັດຈຸບັນຂະແໜງກະສິກຳ ກໍໄດ້ສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ຊາວກະສິກອນ ສຸມໃສ່ການຜະລິດກະສິກຳ ໃຫ້ໄດ້ຮັບຜົນເຊັ່ນ: ການບົວລະບັດຮັກສາ, ການກຽມພ້ອມປ້ອງກັນສັດຕູພືດ, ໃສ່ຝຸ່ນ, ເສຍຫຍ້າໃຫ້ດີ ເພື່ອສາມາດຍົກສະມັດຕະພາບການຜະລິດເຂົ້າສູງຂື້ນ.

ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ໃນໄລຍະນີ້ ຄຽງຄູ່ກັບການປັກດຳເຂົ້ານາແຊງແລ້ວ ກະສິກອນທ້ອງຖິ່ນຕ່າງໆ ຍັງໄດ້ສຸມໃສ່ປູກພືດລະດູແລ້ງ ຊະນິດຂອງພືດຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນ ທົ່ວປະເທດ ສາມາດປະຕິບັດໄດ້ແລ້ວ ຫຼາຍກວ່າ 87 ພັນເຮັກຕາ, ທົ່ວກັບ 76 % ຂອງແຜນການ, ຂະນະທີ່ສະພາບອາກາດໜາວ ຍັງສົ່ງຜົນກະທົບຕໍ່ຜົນລະປູກຂອງປະຊາຊົນຢ່າງຮ້າຍແຮງ ໂດຍສະເພາະບັນດາແຂວງພາກເໜືອຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ , ຫຼວງພະບາງ, ຫົວພັນ, ໄຊຍະບູລີ ແລະ ແຂວງຊຽງຂວາງ, ລວມມີເນື້ອທີ່ປະສົບໄພໜາວທັງໝົດ 1.620 ເຮັກຕາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...