spot_img
Homeຂ່າວພາຍ​ໃນໂອ­ກາດ-​ສິ່ງ​ທ້າ​ທາຍຂອງວິ​ສາ​ຫະ​ກິດ​ຂະ­ໜາດນ້ອຍ ແລະ​ ກາງ

ໂອ­ກາດ-​ສິ່ງ​ທ້າ​ທາຍຂອງວິ​ສາ​ຫະ​ກິດ​ຂະ­ໜາດນ້ອຍ ແລະ​ ກາງ

Published on

 

ວັນ​ທີ 19 ກຸມ­ພາ​ຜ່ານ​ມາ​ທີ່​ໂຮງແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງຈັນ ໄດ້​ມີ​ກອງ​ປະ­ຊຸມ​ວິ­ຊາ​ການ​ພາຍ​ໃຕ້ ຫົວ­ຂໍ້ “ກາ­ລະ​ໂອ­ກາດ ແລະ​ສິ່ງ​ທ້າ​ທາຍສຳ­ລັບ​ການ​ຂະ­ຫຍາຍ­ຕົວ​ຂອງ​ວິ​ສາ​ຫະກິດ​ຂະ­ໜາດ​ນ້ອຍ ແລະ​ກາງ​ໃນ​ປະ­ຊາຄົມ​ເສດ­ຖະ­ກິດ​ອາ​ຊຽນ” ໂດຍ​ເຂົ້າ​ຮ່ວມຂອງ​ທ່ານ ບຸນ​ໂຈມ ອຸ­ບົນ​ປະເສີດ ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ເງິນ, ທ່ານ ດຣ. ນາງ ພິ­ລາ​ນີ ພິດ­ສະ­ໄໝ ປະທານ​ສະ­ພາ​ວິ­ຊາ​ຊີບ​ນັກ​ບັນ­ຊີ ແລະ​ນັກກວດ​ສອບ​ລາວ, ມີ​ບັນ­ດາ​ພາກ­ສ່ວນ​ຕ່າງທັງ​ພາກ​ລັດ, ພາກ​ທຸ­ລະ​ກິດ ແລະ​ອົງ­ການຈັດ​ອື່ນໆ​ເຂົ້າ​ຮ່ວມ.

ທ່ານ ດຣ. ນາງ ພິ­ລາ​ນີ ພິດ­ສະ­ໄໝ ກ່າວ​ວ່າ: ເຖິງ​ວ່າ ວິ​ສາ​ຫະ​ກິດ​ຂະ­ໜາດນ້ອຍ ແລະ​ກາງ ປະ­ກອບ­ສ່ວນ​ຕໍ່​ຜະ­ລິດຕະ​ພັນ​ລວມ​ພາຍ​ໃນ (ຈີ​ດີ​ພີ) ຂອງ​ໂລກພຽງ​ແຕ່ 30% ກໍ​ຕາມ ແຕ່​ຖື​ວ່າ​ມີ​ຄວາມສຳ­ຄັນ​ຫຼາຍ​ທີ່​ສຸດ​ເປັນ­ຕົ້ນ​ແມ່ນ​ທາງ​ດ້ານຈຳ­ນວນ​ເພາະ​ກວມ​ເອົາ​ປະ­ມານ 90% ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທັງ​ໝົດ​ໃນ​ເກືອບທຸກໆ​ປະ­ເທດ​ທົ່ວ​ໂລກ ແລະ​ຍັງ​ປະ­ກອບສ່ວນ​ໃນ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ປະ­ຊາ­ຊົນເນື່ອງ​ຈາກ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ໃນ​ໂລກ​ຫຼາຍ​ກວ່າ 50% ແລະ​ປະ­ມານ 85% ໃນ​ບັນ­ດາ​ປະ­ເທດອາ​ຊຽນ.

ສະ­ນັ້ນ ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ​ກາງ (ວນກ) ຈິ່ງ​ຖື​ວ່າ​ເປັນ​ກະ­ດູກສັນ­ຫຼັງ​ຂອງ​ບັນ­ດາ​ປະ­ເທດ​ກຳ­ລັງ​ພັດ​ທະນາ​ເປັນ​ສ່ວນ​ໃຫຍ່ ແລະ​ການ​ພັດ­ທະ­ນາ ວນກ ສຳ­ລັບ​ແຕ່​ລະ​ປະ­ເທດ​ແລ້ວ​ໄດ້​ເປັນພື້ນ­ຖານ​ສຳ­ຄັນ ເພື່ອ​ໃຫ້​ບັນ­ລຸ​ການ​ຂະຫຍາຍ​ຕົວ​ດ້ານ​ເສດ­ຖະ­ກິດ​ໄລ­ຍະ​ຍາວແບບ​ຍືນ​ຍົງ ແຕ່​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ ວນກ ບໍ່​ສາ­ມາດ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ຊຶ່ງເປັນ​ສິ່ງ​ກີດ​ກັ້ນ​ບໍ່​ໃຫ້​ເຂົາ­ເຈົ້າ​ສາ­ມາດ​ຂະ­ຫຍາຍ­ຕົວ​ໄດ້.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...