spot_img
HomeມູມໄອທີລາວHP ເປີດໂຕ Elite X3 ແຟລັບເລັດລະບົບປະຕິບັດການ Windows 10 Mobile ຢ່າງເປັນທາງການ

HP ເປີດໂຕ Elite X3 ແຟລັບເລັດລະບົບປະຕິບັດການ Windows 10 Mobile ຢ່າງເປັນທາງການ

Published on

image

ຈາກຂ່າວຫຼຸດກ່ອນໜ້ານີ້ ຫຼຸດສະເປັກ HP’s Elite X3 ແຟລັບເລັດລະບົບ Windows 10 Mobile ເຊິ່ງເຫັນໄດ້ຊັດເຈນເລີຍວ່ານີ້ອາດຈະເປັນສະມາດໂຟນເຮືອທຸງຈາກທາງ HP ກໍເວົ້າໄດ້ ແຕ່ນັ້ນກໍເປັນພຽງຂ່າວຫຼຸດ ທີ່ມີມູນຄວາມຈິງແລະບໍ່ແມ່ນຄວາມຈິງ

ແຕ່ໃນຕອນນີ້ HP ກໍໄດ້ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຢ່າງເປັນທາງການກັັນແລ້ວນັ້ນກໍຄື Elite X3 ເຊິ່ງເປັນແຟລັບເລັດລະບົບ Windows 10 Mobile ທີ່ຖືໄດ້ວ່າສະເປັກຈັດມາຄົບຊຸດເລີຍ

image

ຖ້າຫາກເຈົ້າຄິດວ່າ Surface ນັ້ນແມ່ນແທັບເລັດທີ່ຈະມາແທນທີ່ແລັບທ໋ອບ ແລະ Lumia 950 ນັ້ນເປັນໂທລະສັບທີ່ສາມາດເປັນໄດ້ທັງຄອມແລະໂທລະສັບ, ແຕ່ວ່າ HP Elite X3 ນັ້ນເປັນໂທລະສັບທີ່ພິເສດກວ່າແລະມີປະສິດທິພາບຫຼາຍກວ່າແລະຈະມາແທນທີ່ທັັງ ແລັບທ໋ອບແລະເດດທ໋ອບຂອງເຈົ້າໄດ້ຢ່າງສະບາຍເລີຍ (ເວົ້າໄປຊັ້ນແຫຼະ ^^)

image

ສຳລັບສະເປັກ HP Elite X3 ຢ່າງເປັນທາງການມີດັ່ງນີ້:

– ໜ້າຈໍຂະໜາດ 5.96 ນິ້ວ ຄວາມລະອຽດ 2560×1440 (QHD), ໃຊ້ຈໍ AMOLED, ປົກປ້ອງດ້ວຍ Corning Gorilla Glass 4 ແລະຍັງເຄືອບສານປ້ອງກັນແສງສະທ້ອນ

– ໃຊ້ງານຊິບປະມວນຜົນຄອດຄໍ Qualcomm Snapdragon 820 (ຄວາມໄວ 2.15 GHz, ມີ 4 ຄໍ) ແລະ ຊິບປະມວນຜົນກຣາບຟິກ Adreno 530 GPU

– RAM 4 GB LPDDR4

– ພື້ນທີ່ຈັດເກັບ 64GB, ສາມາດເພີ່ມ microSD (ສູງສຸດ 200 GB)

– ພອຣດ USB 3.0 Type-C (USB-C), ຮອງຮັັບ NFC

– ຮອງຮັບການສາກແບັດໄຮ້ສາຍ

– ລະບົບສະແກນມ່ານຕາ (Windows Hello)

– ລະບົບສະແກນລາຍນິ້ວມື

– ຮອງຮັບ Continuum

– ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ (ຮູຮັບແສງ f/2.0)

– ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ

– ໃຊ້ງານລະບົບປະຕິບັດການ Windows 10 Mobile

– ຮອງຮັບມາດຕະຖານກັນນ້ຳກັນຝຸ່ນ IP67

– ຮອງຮັບ MIL-STD 810 ມາດຕະຖານການສັ່ນສະເທືອນ (ປົກປ້ອງການຕົົກ 1 ຟຸດ)

– ລຳໂພງສະເຕີຣີໂອທັງ 2 ອັນ

– ແບັດເຕີຣີ 4150 mAh Li-ion

ທີ່ມາ:1,2

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...