Homeຂ່າວພາຍ​ໃນເອຊີລີດາ ກຽມປ່ອຍເງິນກູ້ 1.000 ຕື້ກີບ

ເອຊີລີດາ ກຽມປ່ອຍເງິນກູ້ 1.000 ຕື້ກີບ

Published on

000

ທະນາຄານ​ເອ​ຊີ​ລີ​ດາ ທະນາຄານ​ທຸລະ​ກິດ​ທີ່​ປະສົບ​ຜົນສຳເລັດ​ໃນ​ຫຼາຍ​ປະເທດ ໂດຍ​ສະເພາະ​ແມ່ນ​ໃນ ​ສປປ ລາວ ຈະ​ເດີນ​ໜ້າ​ເພີ່ມ​ງົບ​ປ່ອຍ​ກູ້​ໃນ​ປີ 2014 ເປັນ​ຈຳນວນ​ເງິນ 1.000 ຕື້​ກີບ ຫຼື ປະມານ 125 ລ້ານ​ໂດ​ລາ​ສະຫະລັດ ຫຼາຍ​ກວ່າ​ປິ​ຜ່ານ​ມາ 296 ລ້ານ​ກີບ.

ທ່ານ ນາ​ຣິນ​ພອນ ອຳນວຍ​ການ​ໃຫຍ່ ທະນາຄານ​ເອ​ຊີ​ລີ​ດາ​ລາວ​ຈຳກັດ ກ່າວ​ວ່າ: ພາຍຫຼັງ​ທີ່​ປະສົບ​ຄວາມ​ສຳເລັດ ໃນ​ປີ 2013 ທີ່​ປ່ອຍ​ກູ້​ໃຫ້​ກັບ​ລູກ​ຄ້າ​ທົ່ວ​ໄປ​ໃນ​ທົ່ວ​ປະເທດ ເປັນ​ຈຳນວນ​ເງິນ 88 ລ້ານ​ໂດ​ລາ​ສະຫະລັດ (704 ຕື້​ກີບ) ໃນ​ທີ່​ສຸດ​ປີ​ນີ້ ຈະ​ເພີ່ມ​ງົບປະມານ​ໃນ​ການ​ປ່ອຍ​ກູ້ ໃຫ້​ໄດ້​ຫຼາຍ​ກວ່າ​ປີຜ່ານມາ ຢູ່​ທີ່​ວົງ​ເງິນ 1.000 ຕື້​ກີບ (125 ລ້ານ​ໂດ​ລາ​ສະຫະລັດ) ເພື່ອ​ໃຫ້​ລູກ​ຄ້າ​ນຳໄປ​ເປັນຕົ້ນ​ທຶນ​ປະກອບ​ທາງ​ດ້ານ​ການ​ຄ້າ ການ​ລົງທຶນ ແລະ ເຮັດ​ກະສິກຳ ທີ່​ສາມາດ​ສ້າງ​ຜົນ​ປະໂຫຍດ​ທີ່​ໝັ້ນຄົງ ຫາ​ລ້ຽງ​ຄອບຄົວ​ໄດ້.

ເອ​ຊີ​ລີ​ດາ ເປັນ​ທະ​ນາຄາ​ທຸລະ​ກິດ​ທີ່​ປະສົບ​ຜົນສຳເລັດ​ຢ່າງ​ໄວ ສັງຄົມ​ໃຫ້ການ​ຍອມຮັບ​ທາງ​ດ້ານ​ການ​ບໍລິຫານ ແລະ ບໍລິການ​ໃນ​ລະບົບ​ທະນາຄານ ໃນ​ປີ 2013 ມີ​ລູກ​ຄ້າ​ນຳ​ເອົາ​ເງິນ​ມາ​ຝາກ​ແລ້ວ​ປະມານ 640 ຕື້​ກີບ ແລະ ຄາດໝາຍ​ວ່າ​ປີ 2014 ຈະ​ມີ​ລູກ​ຄ້າ​ນຳ​ເງິນ​ມາ​ຝາກ​ບໍ່​ຕ່ຳ​ກວ່າ 800 ຕື້​ກີບ ຈາກ​ສາຂາ ແລະ ໜ່ວຍ​ບໍລິການ​ທັງ​ໝົດ​ທົ່ວ​ປະເທດ 41 ແຫ່ງ ທ່ານ ນາ​ຣິນ​ພອນ ໃຫ້​ຄວາມ​ເຫັນ​ວ່າ: ພວກ​ເຂົາ​ປະສົບ​ຜົນສຳເລັດ​ໄດ້ ຍ້ອນ​ພະນັກງານ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ ບໍລິການ​ລູກ​ຄ້າ​ດ້ວຍ​ຄວາມ​ໂປ່ງ​ໃສ ມີ​ຄວາມ​ເປັນ​ກັນ​ເອງ​ກັບ​ລູກ​ຄ້າ ໄປ​ຕາມ​ແນວທາງ​ຂອງ​ເອ​ຊີ​ລີ​ດາ ທີ່​ມີ​ຢູ່​ໃນ 57 ປະເທດ​ໃນ​ທົ່ວ​ໂລກ​ທີ່​ສາກົນ​ຍອມຮັບ.

ທີ່ມາ http://www.vientianemai.net/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...