spot_img
Homeຂ່າວການສຶກສາລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີຢູ່ແຂວງບໍລິຄຳໄຊ

ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີຢູ່ແຂວງບໍລິຄຳໄຊ

Published on

images-stories-photo5news-0141-215x143

ໃນຕອນເຊົ້າຂອງວັນທີ 8 ເມສາ 2014 , ທ່ານ ບັນດິດ. ສຈ. ດຣ ບໍ່ວຽງຄຳ ວົງດາລາ, ລັດຖະ ມົນຕີວ່າ

ການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານ ວິທະຍາສາດ ແລະ ເຕັກໂນ ໂລຊີ ຢູ່ແຂວງບໍລິຄຳໄຊ

ຕໍ່ການລົງເຮັດວຽກໃນຄັ້ງນີ້ : ທ່ານ ແຄນຄຳສຸກ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ບໍລິຄຳໄຊ ໄດລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ໃນໄລຍະຜ່ານມາທາງພະແນກ ກໍ່ໄດ້ມີ ການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນແມ່ນ ປະສານສົມທົບກັບກົມແຜນການ ແລະ ການຮ່ວມມື ຂອງ ກະຊວງ ຈັດຝຶກອົບຮົມກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະ 2013-2015; ໄດ້ກະກຽມນິ ຕິກຳຕ່າງໆ ເພື່ອຮັບໃຊ້ເຂົ້າໃນກອງປະຊຸມຮ່ວມມື ລະຫວ່າງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳ ມ່ວນ ລະຫວ່າງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຮ່າຕິ່ງ ສສ ຫວຽດນາມ; ເຂົ້າຝຶກອົບຮົມ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າວິທະຍາສາດ ຢູ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ; ຮ່ວມກັບນັກສຶກສາ ຈາດມະຫາໄລແຫ່ງຊາດ ລົງເກັບກຳຂໍ້ມູນຊະນິດ ແນວພັນພືດ 02 ຕັ້ງ ຢູ່ເຂດສວນອຸດທະຍານ ວິທະຍາສາດປາກຊັນ;ລົງກວດຄືນເຂດແດນສວນອຸທິຍານ ວິທະຍາສາດປາກຊັນ; ລົງກວດຊິ່ງຊັງຂະໜາດ 100 ກິໂລ ກຼາມຂື້ນໄປ ຢູ່ສາມເມືອງຄື: ເມືອງປາກຊັນ, ເມືອງບໍລິຄັນ ແລະ ເມືອງ ທ່າພະບາດ, ຈັດຝຶກອົບຮົມກ່ຽວກັບວຽກງານກວດສອບກົງເຕີໄຟຟ້າ, ນໍ້າປະປາ; ກວດສອບ ກົງເຕີ ລັດວິສາຫະກິດນໍ້າປະປາ ທີ່ນຳເຂົ້າໄໝ່ໄດ້ 380 ໜ່ວຍ; ລົງຊຸກຍູ້ຂຶ້ນທະບຽນຊິ່ງຊັງ ແລະ ຫົວປໍ້າຈ່າຍນໍ້າມັນ ຢູ່ ເມືອງ ບໍລິຄັນ ແລະ ເມືອງ ວຽງທອງ; ລົງກວດ ສີນຄ້າໝົດອາຍຸຢູ່ເມືອງປາກຊັນ ແລະ ກໍຍັງໄດ້ເຂົ້າຮ່ວມກອງປະຊູມ, ຝຶກອົບຮົມ ແລະ ຂະບວນການນຳພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອີກດ້ວຍ.

ພ້ອມກັນນັ້ນ, ຢູ່ໃນກອງປະຊຸມກໍຍັງໄດ້ມີການປິກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການນຳກັນ ແລະ ຫວ່າງສູນກາງ ແລະ ທ້ອງຖີ່ນ ໃນການຈັດ ຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດ,

ໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີຍັງໄດ້ໂອ້ລົງ ແລະ ມີຄຳເຫັນຕໍ່ການລົງເຮັດວຽກຄັ້ງນີ້ວ່າ: ເພື່ອເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ມີ ການປັບປຸງ ໃຫ້ແທດເໝາະກັບການຂະຫຍາຍໂຕ ຂອງເສດຖະກິດ-ສັງຄົມ ໃນແຕ່ລະຍຸກແຕ່ລະສະໄໝ.

ສະນັ້ນ, ທາງພະແນກຕ້ອງໄດ້ເອົາບາງປັບປຸງບັນຫາ ເປັນຕົ້ນແມ່ນ: ຕ້ອງຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານ ໃນຂົງເຂດວຽກງານວິທະຍາສາດ, ເຕັກໂນໂລ ຊີ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ; ທາງພະແນກຕ້ອງມີການສ້າງແຜນ ( ແຜນຄົນ, ແຜນເງິນ, ແຜນງານ) ເພື່ອນຳສະເໜີກະຊວງ; ເອົາໃຈໃສ່ໃນດ້ານ ການຈັດຕັ້ງປະຕິບັດກົດລະບຽບລັດຖະກອນຢ່າງເຂັ້ມງວດ; ຍົກສູງລະດັບການສຶກສາ, ການເມືອງແນວຄິດໃຫ້ແກ່ອ້າຍນ້ອງພະນັກງານຕາມເງື່ອນໄຂ; ປະສານສົມທົບ ພົວພັນຮ່ວມມືກັບພາຍໃນ ແລະ ຕ່າງປະເທດ

ນອກນີ້, ທ່ານກໍ່ຍັງໄດ້ຮຽກຮ້ອງໃຫ້ບັນດາກົມ, ສະຖາບັນຕ້ອງໃຫ້ຄວາມຊ່ວຍເຫຼືອໃຫ້ແກ່ພະແນກ, ເພື່ອນຳເອົາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນທຸກຂົງເຂດວຽກງານ ໃຫ້ມີປະສິດຕິພາບ ແລະ ທັນສະໄຫມຂື້ນໃນເທື່ອລະກ້າວ.

ທີ່ມາ http://www.most.gov.la

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...