Homeຂ່າວພາຍ​ໃນຄະນະຜູ້ແທນກະຊວງການຕ່າງປະເທດມົງໂກລີ ຢ້ຽມຢາມລາວ

ຄະນະຜູ້ແທນກະຊວງການຕ່າງປະເທດມົງໂກລີ ຢ້ຽມຢາມລາວ

Published on

fri25apr7

ແຕ່ວັນທີ 23-26 ເມສາ 2014, ຄະນະຜູ້ແທນກະຊວງ ການຕ່າງປະເທດຂອງມົງໂກ ລີ ນຳໂດຍທ່ານ ດາມບິງ ກັງ ໂຄຢັກ, ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະ ເທດ ແຫ່ງ ມົງໂກລີ ພ້ອມ ດ້ວຍຄະນະ ໄດ້ເດີນທາງມາ ຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕາມການເຊື້ອເຊີນຂອງ ກະຊວງການຕ່າງປະເທດ ສປປ ລາວ.
ໃນວັນທີ 24 ເມສາ 2014, ທີ່ກະຊວງການຕ່າງປະເທດ ທ່ານ ທອງລຸນ ສີສຸລິດ, ຮອງ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຄຳນັບຂອງທ່ານ ດາມບິງກັງໂຄຢັກ ພ້ອມຄະນະ ໂດຍສອງຝ່າຍໄດ້ແຈ້ງ ສະພາບເດັ່ນຂອງປະເທດ ຕົນໃຫ້ກັນຊາບ, ໄດ້ສະແດງ ຄວາມເພິ່ງພໍໃຈຕໍ່ສາຍພົວ ພັນ ຂອງສອງປະເທດທີ່ມີມູນເຊື້ອ ອັນດີນຳກັນເປັນເວລາຍາວ ນານ,ນອກນັ້ນ,ຍັງໄດ້ແລກ ປ່ຽນຄວາມເຫັນນຳກັນກ່ຽວ ກັບບາງບັນຫາສາກົນທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ, ທ່ານ ດາມບິງ ກັງໂຄຢັກ ຍັງ ໄດ້ມອບຈົດໝາຍເຊີນຂອງ ທ່ານ Luvsavandangiin BOLD, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດມົງ ໂກລີ ເພື່ອເຊື້ອເຊີນທ່ານ ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະ ເທດ ສປປ ລາວ ເພື່ອໄປຢ້ຽມ ຢາມປະເທດມົງໂກລີ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມດີໃຈຕໍ່ການເຊື້ອດັ່ງ ກ່າວ ແລະ ຈະຊັບຊ້ອນເວລາ ເພື່ອໄປຢ້ຽມຢາມປະເທດມົງ ໂກລີ ໃນໂອກາດທີ່ເຫມາະ ສົມ.
ໃນເວລາດຽວກັນ, ຄະນະ ຜູ້ແທນກະຊວງການຕ່າງປະ ເທດ ສປປ ລາວ ນຳໂດຍທ່ານ ດຣ.ນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ ແລະ ຄະນະຜູ້ແທນກະຊວງການ ຕ່າງປະເທດ ມົງໂກລີ ນຳ ໂດຍທ່ານ ດາບິງ ກັງໂຄຢັກ, ລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ ແຫ່ງ ມົງໂກລີ ໄດ້ມີການພົບປະສອງຝ່າຍທີ່ກະຊວງການຕ່າງ ປະເທດ ສປປ ລາວ. ສອງ ຝ່າຍໄດ້ແຈ້ງໃຫ້ກັນຊາບສະ ພາບການພົ້ນເດັ່ນຂອງແຕ່ ລະປະເທດ, ຕີລາຄາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວ ກັບການພົວພັນຮ່ວມມືນຳກັນ ໃນໄລຍະຜ່ານມາ ແລະ ທິດ ທາງຮ່ວມມືໃນຕໍ່ໜ້າ, ທັງສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ເພີ່ມທະວີເປັນ ກ້າວໆ ເຊິ່ງສະແດງອອກໃນ ການແລກປ່ຽນຢ້ຽມຢາມເຊິ່ງ ກັນ ແລະ ກັນ ລະຫວ່າງການ ນຳຂັ້ນສູງຂອງສອງພັກ, ລັດ, ຂັ້ນວິຊາການ ແລະ ທ້ອງຖິ່ນ ອັນໄດ້ເປັນການປະກອບ ສ່ວນເຮັດໃຫ້ການພົວພັນ ຮ່ວມມືລະຫວ່າງລາວ ແລະ ມົງໂກລີ ນັບມື້ນັບມີບາດ ກ້າວໃຫມ່ ແລະ ເປັນຮູບປະ ທຳໃນຫຼາຍດ້ານເຊັ່ນ: ດ້ານ ກະສິິກຳ, ດ້ານສາທາລະນະ ສຸກ ແລະ ການສຶກສາ ແລະ ມີ ການແລກປ່ຽນທັດສະນະ ຕໍ່ບາງບັນຫາໃນຊີວິດສາກົນ.
ນອກນັ້ນ, ຄະນະຍັງໄດ້ ພົບປະເຮັດວຽກກັບການນຳ ຂອງກະຊວງສາທາລະນະສຸກ ທ່ານ ສຈ.ດຣ.ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ທັງ ເປັນປະທານຄະນະກຳມາທິ ການຮ່ວມມືສອງຝ່າຍ ລາວ- ມົງໂກລີ ກໍ່ໄດ້ຕ້ອນຮັບການ ເຂົ້າຢ້ຽມຄຳນັບຂອງທ່ານ ດາ ບິງ ກັງໂຄຢັກ, ລັດຖະມົນຕີ ຊ່ວຍວ່າການກະຊວງການ ຕ່າງປະເທດ ແຫ່ງ ມົງໂກລີ, ໂດຍສອງຝ່າຍໄດ້ທົບທວນ ຄືນຫມາກຜົນການພົວພັນ ຮ່ວມມືຂອງສອງປະເທດ ທີ່ມີ ມູນເຊື້ອອັນດີງາມລະຫວ່າງ ປະຊາຊົນ 2 ຊາດ ແລະ ເປັນ ເອກະພາບນຳກັນວ່າຈະສືບ ຕໍ່ເສີມຂະຫຍາຍການພົວພັນ ຮ່ວມມມືຕາມເນື້ອໃນຂອງ ບົດບັນທຶກກອງປະຊຸມຂອງ ຄະນະກຳມາທິການຮ່ວມມື ສອງຝ່າຍດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 09 ໃຫ້ ບັນລຸຫມາກຜົນ ແລະ ເປັນ ຮູບປະທຳຍິ່ງໆຂຶ້ນໃນຊຸມປີຕໍ່ ຫນ້າ.
ໃນໂອກາດຢ້ຽມຢາມລາວ ຄະນະຍັງໄດ້ໄປຢ້ຽມຢາມພື້ນ ຖານການຜະລິດ, ວັດທະນະ ທຳ ຢູ່ນະຄອນຫຼວງ ແລະ ແຂວງວຽງຈັນ.

ທີ່ມາ ຫນັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...