spot_img
Homeຂ່າວຕ່າງປະເທດສານອີຣັກພິພາກສາ ປະຫານຊີວິດນັກຮົບໄອເອັສ 40 ຄົນ ຂໍ້ຫາສັງຫານໝູ່ທະຫານອີຣັກ!

ສານອີຣັກພິພາກສາ ປະຫານຊີວິດນັກຮົບໄອເອັສ 40 ຄົນ ຂໍ້ຫາສັງຫານໝູ່ທະຫານອີຣັກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ກຸມພານີ້ວ່າ ໃນມື້ວານນີ້ (18 ກຸມພາ) ສານນະຄອນຫລວງແບກແດດ ປະເທດອີຣັກ ໄດ້ພິພາກສາປະຫານຊີວິດຜູ້ຖືກຫາ ທີ່ເປັນສະມາຊິກກຸ່ມລັດອິດສະລາມ ຫລື ໄອເອັສ ຈຳນວນ 40 ຄົນ ໃນຂໍ້ຫາສັງຫານໝູ່ທະຫານອີຣັກ ປະມານ 1,700 ຄົນ ທີ່ພວກເຂົາຈັບກຸມໄດ້ ໃນລະຫວ່າງບຸກຍຶດດິນແດນ ທາງພາກເໜືອຂອງອີຣັກ ໃນປີ 2014 ທີ່ຜ່ານມາ.

ທ່ານ ອັບດູນ-ຊັດຕາ ອັນ-ເບີກດາ ໂຄສົກສະພາຍຸຕິທຳສູງສຸດຂອງອີຣັກ ໄດ້ອ້າງຄຳຖະແຫລງຂອງ ສານອາຍານະຄອນຫລວງແບກແດດ ລະບຸວ່າ ສະມາຊິກໄອເອັສທັງ 40 ຄົນ ຖືກພິພາກສາປະຫານຊີວິດ ໃນຂໍ້ຫາກໍ່ການຮ້າຍ ແຕ່ມີຈຳເລີຍອີກ 7 ຄົນ ທີ່ໄດ້ຮັບການຊຳລະຄະດີ ແລະ ຖືກປ່ອຍຕົວເປັນອິດສະຫລະ ເນື່ອງຈາກຂາດຫລັກຖານ.

ແນວໃດກໍຕາມ ນັກໂທດປະຫານຊີວິດທັງ 40 ຄົນ ຈະຖືກພິຈາລະນາທົບທວນຄຳພິພາກສາ ໂດຍສານອຸທອນອີກຂັ້ນໜຶ່ງ ເນື່ອງຈາກກົດໝາຍອີຣັກ ໃຫ້ສິດອຸທອນແບບອັດຕະໂນມັດ ເຖິງແມ່ນຈຳເລີຍຈະບໍ່ຍື່ນຄຳຮ້ອງກໍຕາມ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...