spot_img
Homeຂ່າວພາຍ​ໃນນ້ຳ­ມັນ​ສືບ­ຕໍ່ປັບ​ລົງ​ຕໍ່​ເນື່ອງ

ນ້ຳ­ມັນ​ສືບ­ຕໍ່ປັບ​ລົງ​ຕໍ່​ເນື່ອງ

Published on

 

ນັບ​ວ່າ​ເປັນ​ຂ່າວ​ດີ​ສຳ­ລັບ​ພໍ່​ແມ່ປະ­ຊາ­ຊົນ​ຊາວ​ຄ້າ­ຂາຍ​ໃນ​ຂອບ​ເຂດທົ່ວ​ປະ­ເທດ​ທີ່​ໃຊ້​ຍານ­ພາ­ຫະ­ນະ​ຕ່າງໆ ຂະ­ນະ​ນີ້ ລັດ​ໄດ້​ສືບ­ຕໍ່​ປັບ​ລາ­ຄາ​ນ້ຳ­ມັນເຊື້ອ​ໄຟ​ລົງ​ເລື້ອຍໆ​ເພື່ອ​ໃຫ້​ເຂົ້າ​ກັບ​ສະພາບ​ຂອງ​ຕະ­ຫຼາດ​ໂລກ

ຂະ­ນະ​ທີ່​ຄັ້ງ​ນີ້ ເປັນ​ຄັ້ງ​ທີ 3 ແລ້ວ​ສຳ­ລັບ​ປີ 2016.

ຈາກ​ສະ­ພາບ​ລາ­ຄາ​ຊື້-ຂາຍ​ນ້ຳ­ມັນເຊື້ອ​ໄຟ​ຢູ່​ຕະ­ຫຼາດ​ໂລກ​ໃນ​ປະ­ຈຸ​ບັນ ໄດ້​ມີ​ການ​ປ່ຽນ­ແປງ ແລະ​ເພື່ອ​ໃຫ້​ສອດ ຄ່ອງ​ກັບ​ກົນ​ໄກ​ຕະ­ຫຼາດ​ກະ­ຊວງ​ອຸດ​ສາຫະ​ກຳ ແລະ​ການ​ຄ້າ ໄດ້​ອອກ​ແຈ້ງ​ການ ສະ­ບັບເລກ​ທີ 0315/ອຄ.ຄພນ ລົງ​ວັນ ທີ 17 ກຸມ­ພາ 2016 ເລື່ອງ​ການ​ປັບ​ລົງລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຂອບ​ເຂດ​ທົ່ວປະ­ເທດ ຊຶ່ງ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕັ້ງ­ແຕ່ ເວ­ລາ 6:00 ໂມງ​ຂອງ​ວັນ​ທີ 19 ກຸມ­ພາເປັນ­ຕົ້ນ​ໄປ.

ໂດຍ​ນະ­ຄອນ­ຫຼວງ​ວຽງ​ຈັນ​ນ້ຳ­ມັນ ແອັດ​ຊັງ​ພິ­ເສດ​ມາ​ຢູ່​ທີ່ 7.790 ກີບ​ຕໍ່​ລິດ, ແອັດ​ຊັງ​ທຳ​ມະ​ດາ​ຈາກ 7.970 ກີບ​ຕໍ່ລິດ ປັບ​ມາ​ເປັນ 6.800 ກີບ​ຕໍ່​ລິດ, ການຊວນ 5.600 ກີບ ມາ​ເປັນ 5.440 ກີບ​ຕໍ່ລິດ, ຄຳ​ມ່ວນ ແອັດ​ຊັງ​ພິ­ເສດ 8 ພັນ​ກີບມາ​ຢູ່​ທີ່ 7.820 ກີບ​ຕໍ່​ລິດ, ທຳ​ມະ​ດາ 6.830 ກີບ​ຕໍ່​ລິດ, ກາ​ຊວນ 5.470 ກີບ ຕໍ່​ລິດ ສ່ວນ​ແຂວງ​ສະ­ຫວັນ​ນະ​ເຂດ​ແມ່ນ​ລາ­ຄາ​ດຽວ​ກັນ​ກັບ​ແຂວງ​ຄຳ​ມ່ວນ.

ສຳ­ລັບ​ທາງ​ແຂວງ​ຈຳ­ປາ​ສັກ​ແອັດ ຊັງ​ພິ­ເສດ​ຈາກ 8.030 ກີບ ປັບ​ມາ​ເປັນ 7.850 ກີບ​ຕໍ່​ລິດ, ທຳ​ມະ​ດາ 7.030 ກີບ ມາ​ເປັນ 6.860 ກີບ​ຕໍ່​ລິດ, ກາ​ຊວນ 5.660 ກີບ ມາ​ເປັນ 5.500 ກີບ​ຕໍ່​ລິດ, ທາງ​ດ້ານແຂວງ​ບໍ່​ແກ້ວແອັດ​ຊັງ​ພິ­ເສດ 8.070 ກີບ ມາ​ເປັນ 7.890 ກີບ​ຕໍ່​ລິດ, ທຳ​ມະ​ດາ 7.070 ກີບ​ມາ 6.900 ກີບຕໍ່​ລິດ, ກາ​ຊວນ​ຢູ່​ທີ່ 5.540 ກີບ​ຕໍ່​ລິດ, ສ່ວນ​ແຂວງ​ຊຽງ​ຂວາງ​ແອັດ​ຊັງ​ທຳ​ມະ ດາ​ຢູ່​ທີ່ 6.990 ກີບ​ຕໍ່​ລິດ ແລະ​ກາ​ຊວນຢູ່​ທີ່ 5.630 ກີບ​ຕໍ່​ລິດ.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...