spot_img
Homeຂ່າວພາຍ​ໃນກຽມແຂ່ງຂັນກິລາຣັກບີ້ນາໆຊາດຊີງແຊ້ມວຽງຈັນ 2016

ກຽມແຂ່ງຂັນກິລາຣັກບີ້ນາໆຊາດຊີງແຊ້ມວຽງຈັນ 2016

Published on

ຂປລ. ສະຫະພັນກິລາຣັກບີ້ແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນກິລາຣັກບີ້ນາໆຊາດ ຊີງແຊ້ມວຽງຈັນ 2016 ຢູ່ ສູນຝຶກກິລາແຫ່ງຊາດ ສີເກີດນະຄອນຫລວງວຽງຈັນ,  ​ໃນ​​ລະຫວ່າງວັນທີ 20-21 ກຸມພາ ນີ້ໂດຍການສະໜັບສະໜູນ ຂອງ Rugby Pass . com ​ເຊິ່ງແມ່ນເວໄຊໃໝ່ ຣັກບີ້ໂລກທີ່ນຳສະເໜີໂດຍຮູບແບບຂອງຣັກບີ້ HD ​ແລະໄດ້ຮັບການຖ່າຍທອດສົດຈາກ 40 ປະເທດທົ່ວໂລກໃນແຕ່ລະປີ.

ທ່ານ ວິຣະຢຸດ ຣາທິກຸນ ປະທານສະຫະພັນກິລາຣັກບີ້ແຫ່ງຊາດລາວກ່າວໃນງານຖະແຫລງ ຂ່າວການຈັດການແຂ່ງຂັນດັ່ງກ່າວໃນວັນທີ 18 ກຸມພານີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ການແຂ່ງຂັນໃນຄັ້ງນີ້ປະກອບປະເພດທີມຊາຍ 15 ທີ, ທີມຍິງ 5 ທີ ຈາກສະໂມສອນປະເທດລາວ, ​ໄທ, ສະຫະລັດອາເມລິກາແລະຮົ່ງກົ່ງ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມແລະ ພັດທະນາກິລາຣັກບີ້ລາວໃຫ້ກ້າວສູ່ລະດັບມືອາຊີບ ກໍຄືລະດັບສາກົນໃນອະນາຄົດ.

ຂໍ້ມູນຈາກ http://kpl.gov.la/detail.aspx?id=10626

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...