spot_img
HomeມູມໄອທີລາວArchos ເປີດໂຕສະມາດໂຟນໃໝ່ Diamond 2 Plus ແລະ Diamond 2 Note

Archos ເປີດໂຕສະມາດໂຟນໃໝ່ Diamond 2 Plus ແລະ Diamond 2 Note

Published on

ຫຼ້າສຸດນີ້ Archos ບໍລິສັດຜະລິດສະມາດໂຟນຈາກຝຣັ່ງ ໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ແຊງໜ້າບໍລິສັດໃຫຍ່ໆພ້ອມກັນ 2 ລຸ້ນເລີຍນັ້ນກໍຄື: Diamond 2 Plus ແລະ Diamond 2 Note.

image

Diamond 2 Plus ແມ່ນມີໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080p (FHD), ກ້ອງຫຼັັງຄວາມລະອຽດ 20 ລ້ານພິກເຊວ ພ້ອມກັບແຟລັດຄູ່ LED, ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ, ໃຊ້ງານຊິບປະມວນຜົນ MediaTek MT6755 Helio P10 (ປະມວນຜົນໄດ້ໄວສຸດ 2 GHz) ແລະຊິບປະມວນຜົນກຣາບຟິກ Mali-T860MP2 (ປະມວນຜົນໄດ້ໄວສຸດ 700MHz), RAM 4GB, ພື້ນທີ່ຈັດເກັບ 64GB, ຮອງຮັບ LTE Cat.6, ມີລະບົົບສະແກນລາຍນິ້ວມືຢູ່ດ້ານຫຼັງ, ພອຣດ USB Type-C, ແລະແບັດເຕີຣີ 3,000 mAh.

ໃຊ້ງານລະບົບປະຕິບັດການ Android 6.0 Marshmallow. ສັດສ່ວນຂອງໂຕເຄື່ອງແມ່ນ 148.3 x 73.8 x 8.3 ມມ, ແລະໜັກ 130 ກຣາມ. The Archos Diamond 2 Plus ຈະເລີ່ມຂາຍໃນເດືອນພຶດສະພານີ້ ໃນລາຄາ $229 (1.860.000)
*NOTE: ສະເປັກແບບນີ້ກັບລາຄາຊ່ຳນີ້ ຖ້າມີຄົນນຳເຂົ້າມາລາວນິ ຊື້ຢ່າງແນ່ນອນສະເປັກ ໂຄດກຸ້ມກັບເງິນທີ່ຈ່າຍໄປເລີຍ
________________________________________

image

ມາຕໍ່ກັັນທີ່ທາງດ້ານຂອງແຟລັບເລັດ Archos Diamond 2 Note ແມ່ນມີໜ້າຈໍຂະໜາດ 6 ນິ້ວ “ບໍ່ມີຂອບ” ຄວາມລະອຽດ QHD, ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ພ້ອມກັບລະບົົບກວດສອບໂອໂຕ້ໂຟກັດ ແລະແຟລັດຄູ່ LED, ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ, ໃຊ້ງານຊິບປະມວນຜົນ MediaTek MT6795 Helio X10 (ຄວາມໄວສູງສຸດ 2 GHz) ແລະໃຊ້ຊິບປະມວນຜົນກຣາບຟິກ PowerVR G6200, RAM 3GB, ພື້ນທີ່ຈັດເກັບ 32GB ,ຮອງຮັບ LTE Cat.4 ແລະແບັດເຕີຣີໃຫ້ມາ 3,610 mAh.

ໃຊ້ງານລະບົບປະຕິບັດການ Android 6.0 Marshmallow. ສັດສ່ວນຂອງໂຕເຄື່ອງ 158.35 x 82.7 x 8.7 ມມ, ແລະໜັກ 150 ກຣາມ. ຈະເລີ່ມຂາຍໃນເດືອນພຶດສະພາ ໃນລາຄາ $279 (2.265.000 ກີບ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...