spot_img
Homeມູມໄອທີລາວຈຸດເດັ່ນຂອງໂທລະສັບ Huawei Mate 8

ຈຸດເດັ່ນຂອງໂທລະສັບ Huawei Mate 8

Published on

ແອຟຂອງກ້ອງ Mate8 ໜ້າຕາຄ້າຍຂອງ IOS ໂດຍແບ່ງເປັນ 5 ໂໝດຫຼັກຄື: Photo, Video, Time-lapse, Beauty, Light painting (ໂໝດ Beauty ສາມາດໃຊ້ກັບກ້ອງຫຼັງໄດ້ນຳບໍ່ສະເພາະໃຊ້ແຕ່ກັບກ້ອງໜ້າ) ສາມາດເລືອກທີ່ຈະໃຊ້ຈໍ IPS ແບບໃໝ່ທີ່ພັດທະນາໃຫ້ສະແດງຜົນສີສັນໄດ້ຢ່າງສົດໃສເຕັມອິ່ມຫຼາຍ.

ໃຊ້ Android 6.0 ຄອບທັບດ້ວຍອິນເຕີເຟສ Emotion UI 4.0 ,ຮອງຮັບ microSD card ສູງສຸດ 128GB ໃຊ້ໄດ້ 2ຊິມ ປະເພດ Nano-SIM ແລ໋ມແລະໜ່ວຍຄວາມຈຳພາຍໃນແບ່ງເປັນ 3 ລຸ້ນໄດ້ແກ່: ແລ໋ມ  3GB ໜ່ວຍຄວາມຈຳພາຍໃນ 32GB, ແລ໋ມ 4GB ມີທັງແບບໜ່ວຍຄວາມຈຳພາຍໃນ 64GB ແລະ 128GB.

ກ້ອງຫຼັງ 16 ລ້ານພິກເຊລໃຊ້ເຟສ Dual-LED ພ້ອມລະບົບກັນສັ່ນຂະນະທີ່ຖ່າຍຮູບຫຼື OIS (Optical Image Stabilization) ໃຊ້ເຊັນເຊີ້ຖ່າຍຮູບຈາກ Sony ຮອງຮັບການບັນທຶກວິດີໂອທີ່ຄວາມລະອຽດ 4K ແລະ ຖ່າຍວິດີໂອ Slow Motion ໃນຄວາມລະອຽດ 720p ໄດ້,ກ້ອງໜ້າ 8 ລ້ານພິກເຊລຮອງຮັບການບັນທຶກວິດີໂອທີ່ຄວາມລະອຽດ 1080p ໄດ້,ຮອງຮັບການເຊື່ອມຕໍ່ Wi-Fi 802. 11 a/b/g/n/ac,dual-band, DLNA,WiFi Direct, hotspot, Bluetooth 4.1,microUSB v2.0, 3G ແລະ 4G, ແບັດເຕີລີ້ຄວາມຈຸ 4,000 mAh ມີຟຮີເຈີ້ສະແກນລາຍນິ້ວມືຢູ່ທາງຫຼັງແຕ່ປ່ຽນຈາກສີ່ລ່ຽມເປັນວົງມົນ,ໂຕເຄື່ອງຂອງ Mate8 ຈະມີ 4 ສີໄດ້ແກ່: Champagne Gold, Moonlight Silver, Space Gray, Mocha Brown.

image001

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...