spot_img
Homeຂ່າວຕ່າງປະເທດນະຄອນທຽນຈິນຂອງຈີນ ສັ່ງຍ້າຍໂຮງງານເຄມີຫລາຍແຫ່ງ ປ້ອງກັນເຫດລະເບີດຊ້ຳຮອຍ

ນະຄອນທຽນຈິນຂອງຈີນ ສັ່ງຍ້າຍໂຮງງານເຄມີຫລາຍແຫ່ງ ປ້ອງກັນເຫດລະເບີດຊ້ຳຮອຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກຸມພາຜ່ານມານີ້ວ່າ ນະຄອນທຽນຈິນ ປະເທດຈີນ ໄດ້ສັ່ງຍ້າຍໂຮງງານສານເຄມີ ທີ່ຕັ້ງຢູ່ໃກ້ກັບເຂດທີ່ຢູ່ອາໄສຫລາຍເກີນໄປ ເພື່ອປ້ອງກັນເຫດຊ້ຳຮອຍ ຈາກສາງເຄມີລະເບີດຮຸນແຮງ ເມື່ອຫົກເດືອນກ່ອນໜ້ານີ້ ໂດຍທາງການໄດ້ກວດພົບ ໂຮງງານສານເຄມີ ທີ່ມີບັນຫາທັງໝົດ 85 ແຫ່ງ ໃນນັ້ນມີ 10 ແຫ່ງ ຕັ້ງຢູ່ໃກ້ກັບບ່ອນຢູ່ອາໄສຂອງປະຊາຊົນຫລາຍເກີນໄປ.

ທັງນີ້ ເນື່ອງຈາກໃນວັນທີ 12 ສິງຫາ 2015 ຜ່ານມາ ນະຄອນທຽນຈິນ ໄດ້ປະເຊີນກັບເຫດການ ສາງເຄມີລະເບີດຮຸນແຮງ ສ້າງຄວາມເສຍຫາຍແກ່ອາຄານ 304 ແຫ່ງ, ລົດໃຫຍ່ 12,428 ຄັນ ແລະ ຕູ້ຄອນເທັນເນີ້ອີກ 7,533 ໜ່ວຍ ສ້າງຄວາມເສຍຫາຍກວ່າ 6.87 ຕື້ຢວນ ມີຜູ້ເສຍຊີວິດ 173 ຄົນ ແລະ ບາດເຈັບອີກ 798 ຄົນ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...