Homeຂ່າວການພັດທະນາເລີ່ມການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍນ້ຳກຶນ ຢູ່ແຂວງຊຽງຂວາງ!

ເລີ່ມການກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍນ້ຳກຶນ ຢູ່ແຂວງຊຽງຂວາງ!

Published on

ຂປລ. ​ໂຄງການ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ​ຂະໜາດ​ນ້ອຍ ນ້ຳກຶນ ທີ່​ເມືອງ​ແປກ​ ​ແຂວງ​ຊຽງ​ຂວາງ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແລ້ວ, ພາຍຫລັງ​​ມີ​ພິທີ​ເຊັນ​ສັນຍາ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ລະຫ່ວາງ ອຳນາດການປົກຄອງແຂວງ ຕາງໜ້າໂດຍພະ ແນກແຜນ ການ ແລະ ການລົງທຶນແຂວງ ກັບບໍລິສັດສົມພູກໍ່ສ້າງຂົວ-ທາງຈຳກັດ, ​ໂດຍ​ມີ ທ່ານ.ດຣ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ, ຜູ້ຊີ້ນຳວຽກງານ ເສດຖະກິດ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ເຂື່ອນໄຟຟ້າດັ່ງກ່າວ,​ຕັ້ງຢູ່ບ້ານນາຫອຍ, ມີກຳລັງການຜະລິດໄຟຟ້າ0,64 ເມກາວັດ (MW) ມູນຄ່າການກໍ່ສ້າງ 1.200.000 ໂດລາສະຫະລັດ ໄລຍະເວລາການກໍ່ສ້າງ 2 ປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...