spot_img
Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ເຄື່ອນໄຫວຢ້ຽມຢາມແຂວງວຽງຈັນ!

ສະຫາຍເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ເຄື່ອນໄຫວຢ້ຽມຢາມແຂວງວຽງຈັນ!

Published on

ຂປລ. ​ໃນວັນທີ 17 ກຸມພານີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ລົງ​​ເຄື່ອນ​ໄຫວຢ້ຽມ​ຢາມ ​ແລະ ​ພົບປະຄະນະພັກ ແລະ ອຳນາດການປົກຄອງແຂວງວຽງຈັນ, ໂດຍ​ໃຫ້​ກຽດ​ຕ້ອນຮັບ ຈາກສະຫາຍ ວິ​​ດົງໄຊຍະສອນເລຂາພັກແຂວງ, ​ເຈົ້າແຂວງໆວຽງຈັນພ້ອມດ້ວຍຄະນະ.

ສະຫາຍ ວິດົງ ໄຊຍະສອນ, ໄດ້ລາຍງານສະພາບການພັດທະນາເສດຖະກິດສັງຄົມ​ 1 ຜ່ານມາ​ໂດຍ​ຫຍໍ້​ວ່າ: ​​ເສດຖະກິດ​ພາຍ​ໃນ​ແຂວງ​ຂອງ​ຕົນ ​ສືບ​ຕໍ່​​ໄດ້​ຮັບ​ການ​ຂະ​ຫຍາ​ຍຕົວ​​ຢ່າງ​ຕໍ່​ເນື່ອງ ​ໃນ​ນັ້ນລວມຍອດຜະລິດຕະພັນພາຍ​ໃນ​ GDP ບັນລຸເຖິງ 5.318 ຕື້ກວ່າກີບ ຫລື ປະມານ 8,02% ຕໍ່ປີ; ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 12.008.000 ກີບຕໍ່ຄົນ​, ໂຄງປະກອບເສດຖະກິດ ມີການປ່ຽນແປງໄປຕາມທິດການຜະລິດກະສິກຳຕິດພັນກັບອຸດສາຫະກຳແລະ ການບໍລິການເທື່ອລະກ້າວ. ດ້ານງົບປະມານການເກັບລາຍຮັບໄດ້ 207 ຕື້ກວ່າກີບ, ລາຍຈ່າຍປະຕິບັດໄດ້ 571 ຕື້ກວ່າກີບ, ການສົ່ງເສີມການຜະລິດເປັນສິນຄ້າ 1 ​ເມືອງ 1 ຜະລິດຕະພັນ ຫລື ODOP ມີເຖິງ 10 ຜະລິດຕະພັນ ເປັນອັນດັບທີ 3 ຂອງບັນດາແຂວງໃນທົ່ວປະເທດ, ການກໍ່ສ້າງພື້ນຖານໂຄ່ງລ່າງເດັ່ນ ແມ່ນການກໍ່ສ້າງເທສະບານແຂວງ, ຂົວຂ້າມນ້ຳງື່ມ ແລະ ເສັ້ນທາງສາຍຍຸດທະສາດຈຳນວນໜຶ່ງ; ປັດຈຸບັນ ທົ່ວແຂວງສ້າງບ້ານພັດທະນາໄດ້ 190 ບ້ານເທົ່າກັບ 43,77% ຂອງບ້ານທົ່ວແຂວງ,​​ ອັດ​ຕາເຂົ້າຮຽນສຸດທິບັນລຸ 99,34% , ອັດຕານຳໃຊ້ນໍ້າສະອາດ ​83.5% ​ແລະ ມີລາຍຮັບຈາກນັກທ່ອງທ່ຽວ 190 ຕື້ກວ່າກີບ.

DSC_0997 b .nhang 2

ໃນໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ, ໄດ້​ໂອ້​ລົມ ແລະ ເນັ້ນໜັກໃຫ້ຄະນະພັກ, ອຳນາດການປົກຄອງແຂວງວຽງຈັນ ​ແລະ ພະນັກງານ​ຫລັກ​ແຫ​ລ່ງ​ ໃຫ້ເອົາໃຈໃສ່ໃນຫລາຍບັນຫາເປັນຕົ້ນການແກ້ໄຂໜີ້ສີນການລົງທຶນ, ການຄຸ້ມຄອງ ການລົງທຶນ, ການເກັບລາຍຮັບໃຫ້ສົມຄູ່ກັບທ່າແຮງຂອງ​ແຂວງ, ຍູ້ແຮງການຜະລິດເປັນສິນຄ້າ​​ໃຫ້ຫລາຍໂດຍຕິດພັນກັບຕະຫລາດຈຳໜ່າຍ, ຍົກສູງຄຸນນະພາບ ຂອງການສຶກສາ, ສາທາລະນະສຸກ ທັງຂະຫຍາຍຕາໜ່າງດັ່ງກ່າວລົງສູ່ເຂດຊົນນະບົດ, ຂະຫຍາຍສູນຝຶກວິຊາຊີບ​, ຄູ​ຝຶກວິຊາຊີບເພື່ອສະໜອງສີມືແຮງງານ​ໃຫ້ມີຄຸນນະພາ​ໃນ​ຍຸກ​ເຊື່ອມ​ໂຍງ AEC,​ ເອົາໃຈໃສ່ວຽກງານປ້ອງກັນຊາ-ປ້ອງ​ກັນຄວາມສະຫງົບທົ່ວປວງຊົນ​, ສ້າງພື້ນຖານປະຖົມປັດ​ໄຈທີ່​​ດີ ເພື່ອກຽມຄວາມພ້ອມເຂົ້າສູ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ​ແລະ ສະມາຊິກສະພາຂັ້ນແຂວງ​​​ໃຫ້​ຮັບປະກັນ, ສ້າງສະຕິຊາດ​, ສະຕິເປັນເຈົ້າໃຫ້ແກ່ປະຊາຊົນ​ ໂດຍເຊີດຊູນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນແກ່ປະຊາຊົນບັນດາເຜົ່າ ແລະ ອື່ນໆ​ ເພື່ອ​ນຳພາແຂວງວຽງຈັນ ກ້າວຂຶ້ນສູ່ຄວາມຮຸ່ງເຮືອງສີວິໄລຂຶ້ນ​ເປັນ​ກ້າວໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...