Homeຂ່າວພາຍ​ໃນກຽມຈັດງານແຂ່ງຂັນກ໊ອຟລະດັບປະເທດ ຄັ້ງທີ 4 ປະຈໍາປີ 2016 ໃນວັນທີ 12 ມີນາ ທີ່ຈະມາເຖິງນີ້

ກຽມຈັດງານແຂ່ງຂັນກ໊ອຟລະດັບປະເທດ ຄັ້ງທີ 4 ປະຈໍາປີ 2016 ໃນວັນທີ 12 ມີນາ ທີ່ຈະມາເຖິງນີ້

Published on

ສະຫະພັນກີລາກ໊ອຟແຫ່ງຊາດລາວ ຮ່ວມກັບ ວາລະສານທາເກັດ ຈະຈັດງານແຂ່ງຂັນກີລາກ໊ອຟລະດັບປະເທດ ຄັ້ງທີ 4 ຢູ່ສະໜາມກ໊ອຟລອງວຽນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 21 ມີນາ 2016 ໂດຍໄດ້ມີພິທີຖະແຫຼງຂ່າວຂຶ້ນໃນຕອນບ່າຍວັນທີ 16 ກຸມພາ 2016 ທີ່ໂຮງແຮມລັດສະໝີພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການວາລະສານທາເກັດ ມີບັນດາຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

…….ທ່ານປະທານສະຫະພັນກີລາກ໊ອຟແຫ່ງຊາດລາວ ຖະແຫຼງວ່າ ການຈັດງານແຂ່ງຂັນກີລາກ໊ອຟໃນເທື່ອນີ້ ຈັດຂຶ້ນໃນທຸກໆປີຕິດຕໍ່ກັນ ເຊິ່ງເລີ່ມແຕ່ປີ 2013 ເປັນຕົ້ນມາ ແລະ ປີນີ້ກໍເປັນປີທີ 4 ແລ້ວ ແນໃສ່ເພື່ອພັດທະນາວົງການກີລາກ໊ອຟລາວໃຫ້ເຕີບໃຫຽ່ເຂັ້ມແຂງ ທັງເປັນການພົບປະແລກປ່ຽນປະສົບການ ແລະ ຄົ້ນຫາພອນສະຫວັນ ເພື່ອຄັດເລືອກເອົາໂຕແທນນັກກີລາດີເດັ່ນ ເຂົ້າຮ່ວມແຂ່ງຂັນລາຍການໃນລະດັບພາກພື້ນ ແລະ ສາກົນ.

…….ຂະນະທີ່ທ່ານ ໄຊຍະສອນ ປັນຍາທິບ ກໍໄດ້ກ່າວວ່າ ການແຂ່ງຂັນກີລາກ໊ອຟໃນເທື່ອນີ້ ແມ່ນເປັນການເປີດກວ້າງໃຫ້ທຸກພາກສ່ວນໃນສັງຄົມເຂົ້າຮ່ວມ ໂດຍຮັບສະໝັກແຕ່ວັນທີ 16 ກຸມພາ 2016- 07 ມີນາ 2016 ມີສ່ວນຫຼຸດພິເສດສໍາຫຼັບຜູ້ທີ່ມາລົງທະບຽນ ແລະ ຊໍາລະເງິນພາຍໃນໄລຍະທີ່ກໍານົດ ຄ່າລົງທະບຽນພຽງແຕ່ 1 ລ້ານກີບຕໍ່ 1 ທ່ານ ຈາກລາຄາເດີມ  1.200.000 ກີບຕໍ່ 1 ທ່ານ (ຍົກເວັ້ນສາຍ Junior ແມ່ນບໍ່ມີສ່ວນຫຼຸດ ຄ່າລົງທະບຽນແມ່ນ 800.000 ກີບຕໍ່ 1 ທ່ານ) ສ່ວນລາງວັນກໍມີຫຼາກຫຼາຍປະເພດຄື ສາຍ Enaiienge Junior ຊະນະເລີດອັນດັບ 1 ຈະໄດ້ຮັບຂັນລາງວັນ ເງິນສົດ 2 ລ້ານກີບ ດື່ມເຄື່ອງດື່ມສະຕຣິງຟຣີ 1 ປີ ຈາກບໍລິສັດເບຍລາວ ບັດສ່ວນຫຼຸດມູນຄ່າ 16 ລ້ານກີບ ແລະ ຂອງຂວັນຈາກລາວຟອດຊີຕີ ແລະ ບັດສະມາຊິກອ່ານວາລະສານຟຣີ 5 ປີ ຈາກວາລະສານທາເກັດ ສາຍ Professional ລາງວັນຊະນະເລີດ ອັນດັບ 1 ຈະໄດ້ຮັບຂັນລາງວັນ ແລະ ເງິນສົດ 3 ລ້ານກີບ ບັດສ່ວນຫຼຸດມູນຄ່າ 16 ລ້ານກີບ ພ້ອມບັດສະມາຊິກອ່ານວາລະສານທາເກັດຟຣີ 5 ປີ ລາງວັນ ສໍາລັບຜູ້ທີ່ຕີໄກຫຼຸມ 16 ອັນດັບທີ 1 ປະກອບມີ ບັດສ່ວນຫຼຸດ ມູນຄ່າ 16 ລ້ານກີບ ພ້ອມຂອງຂວັນຈາກຜູ້ສະໜັບສະໜູນ ລາງວັນສໍາລັບຜູ້ຕີໃກ້ຫຼຸມ 3 ອັນດັບທີ 1 ປະກອບມີ ເງິນສົດ 5 ລ້ານກີບ ບັດສ່ວນຫຼຸດມູນຄ່າ 16 ລ້ານກີບ ພ້ອມຂອງຂວັນຈາກຜູ້ສະໜັບສະໜູນ ລາງວັນ Hole In One ຫຼຸມພາ 3 (ຫຼຸມທີ 5.7.12.17) ຈະໄດ້ຮັບເງິນສົດ 5 ລ້ານກີບ ບັດສ່ວນຫຼຸດມູນຄ່າ 16 ລ້ານກີບ ແລະ ຂອງຂວັນຈາກຜູ້ສະໜັບສະໜູນ ນອກນີ້ ຍັງມີລາງວັນອື່ນໆອີກຢ່າງຫຼວງຫຼາຍ.

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...