spot_img
Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວພ.ສ 2557

ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມມາຢ້ຽມຢາມ ແລະ ອວຍພອນປີໃໝ່ລາວພ.ສ 2557

Published on

ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມມາຢ້ຽມຢາມ
 ແລະ ອວຍພອນປີໃໝ່ລາວພ.ສ 2557

ຂປລ.ຕອບສະໜອງ ຕາມການຄຳເຊີນຂອງ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ພ້ອມ ດ້ວຍ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມ ອວຍພອນປີໃໝ່ ບັນດາສະຫາຍການນຳ ແລະ ປະຊາຊົນລາວ ແຕ່ວັນທີ 12-13 ເມສາ 2014.

ໃນໂອກາດທີ່ເດີນທາງມາຢ້ຽມຢາມອວຍພອນປີໃໝ່ລາວພ.ສ2257ຂອງສະຫາຍຫງວຽນຟູຈ້ອງເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ຜູ້ແທນ ຂັ້ນສູງພັກກອມມູນິດຫວຽດນາມຄັ້ງນີ້ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິ ຫານ ງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດແຫ່ງ ສປປ ລາວ ແລະ ພັນລະຍາ, ອະດິດ ປະທານພັກ,ປະທານປະເທດ ຄຳໄຕ ສີພັນດອນແລະພັນລະຍາ ພ້ອມດ້ວຍ ບັນດາ ສະຫາຍ ການນຳ ຂັ້ນສູງຂອງພັກ-ລັດລາວ,ການນຳ ແລະ ປະຊາຊົນແຂວງຈຳປາສັກ ແລະ ແຂວງອັດຕະປື ໄດ້ຕ້ອນ ຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ.

ໃນໄລຍະຢູ່ຢ້ຽມຢາມລາວ,ເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ພັນລະຍາ ໄດ້ເດີນທາງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ສະຫາຍຈູມມາລີ ໄຊຍສອນ,ເລຂາທິການໃຫຍ່ ປະທານປະເທດ ແລະ ພັນລະຍາ ຢູ່ແຂວງອັດຕະປື; ຢ້ຽມຢາມ ແລະ ອວຍພອນ ອະດິດ ປະທານພັກ, ປະທານປະເທດ ຄຳໄຕ ສີພັນດອນ ທີ່ແຂວງຈຳປາສັກ; ໄດ້ພົບປະ ແລະ ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ກັບ ອົງຄະນະ ພັກ, ອຳນາດການ ປົກຄອງ ແລະ ປະຊາຊົນ ແຂວງອັດຕະປື ແລະ ແຂວງຈຳປາສັກ; ສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ແລະ ເຂົ້າ ຮ່ວມສະຫລອງ ບຸນປີໃໝ່ກັບ ການນຳຂັ້ນສູງພັກ-ລັດລາວ,ອົງຄະນະພັກ,ອຳນາດການປົກຄອງແລະປະຊາຊົນຊາວແຂວງຈຳປາສັກແລະອັດຕະປື ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ-ລັດແລະປະຊາຊົນລາວພິເສດແມ່ນປະຊາຊົນຊາວແຂວງຈຳປາສັກແລະອັດຕະປືທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງສົມກຽດ,ອົບອຸ່ນ,ສະໜິດສະໜົມ ແລະ ຮອບຄອບ.

ໃນໂອກາດນີ້ສະຫາຍເລຂາທິການໃຫຍ່ຫງວຽນຟູຈ້ອງໄດ້ຝາກຄຳອວຍພອນປີໃໝ່ໄປຍັງບັນດາສະຫາຍການນຳພັກ-ລັດແລະປະຊາຊົນລາວ ເວົ້າລວມ,ອົງຄະ ນະພັກ,ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ອັດຕະປືແລະແຂວງຈຳປາສັກເວົ້າສະເພາະ ໃນໂອກາດປີໃໝ່; ສະແດງຄວາມຊົມເຊີຍ ຕໍ່ບັນ ດາຜົນສຳເລັດ ອັນໃຫຍ່ຫລວງ, ສຳຄັນໃນຂົງເຂດຕ່າງໆຂອງພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະສະແດງຄວາມ ເຊື່ອໜັ້ນ ວ່າ ພາຍໃຕ ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍ ນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກ,ສິ່ງທ້າທາຍນາໆປະ ການ,ສືບຕໍ່ຍາດໄດ້ບັນດາ ຜົນສຳ ເລັດ ໃໝ່ໃຫຍ່ຫລວງກວ່າເກົ່າ,ປະຕິບັດສຳເລັດບັນດາເປົ້າໝາຍທີ່ກອງປະຊຸຸມຄັ້ງທີIXຂອງພັກວາງອອກ,ສ້າງປະເທດລາວ ສັນຕິພາບ ເອກະລາດປະຊາທ ິປະໄຕເອກະພາບວັດທະນາຖາວອນ. ສະແດງຄວາມພາກພູມ ໃຈຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ຄວາມສາມັກຄີພິເສດ ແລະ ການຮ່ວມມ ືຮອບດ້ານລະຫວ່າງສອງພັກ,ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ,ແທດເໝາະ ກັບ ຕົວຈິງແລະມີປະສິດຖິຜົນໃນທຸກຂົງເຂດວຽກງານ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາຢູ່ແຕ່ລະປະເທດ.

ໃນໂອກາດດຽວກັນນີ້ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງໄດ້ ພົບປະກັບພະນັກງານສະຖານ ກົງສູນໃຫຍ່ຫວຽດນາມແລະຕາງໜ້າສະມາຄົມຊາວຫວຽດ ນາມຢູ່ບັນດາແຂວງ ພາກໃຕ້ຂອງລາວ,ພົບປະກັບ ບັນດາຫົວໜ່ວຍທຸລະກິດຫວຽດນາມທີ່ພວມລົງທຶນຢູ່ລາວແລະໄດ້ຢ້ຽມຢາມພື້ນຖານເສດຖະກິດ, ວັດທະນະ ທຳຈຳນວນໜື່ງຂອງແຂວງອັດຕະປື ແລະ ແຂວງຈຳປາສັກ./.

ທີ່ມາ http://www.kpl.net.la/lao/news/dnl%201.htm

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...