spot_img
Homeຂ່າວຕ່າງປະເທດສະຫະພາບເອີຣົບ ຍິງດາວທຽມສັງເກດມະຫາສະໝູດ ດວງທຳອິດ ຂຶ້ນສູ່ວົງໂຄຈອນ!

ສະຫະພາບເອີຣົບ ຍິງດາວທຽມສັງເກດມະຫາສະໝູດ ດວງທຳອິດ ຂຶ້ນສູ່ວົງໂຄຈອນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກຸມພານີ້ວ່າ ໃນຕອນ​ຄ່ຳຂອງ​ວັນ​ທີ 16 ກຸມພາຜ່ານມານີ້ ຢູ່​ທີ່ສູນຈັກກະວານ Plessetsk ຂອງຣັດ​ເຊຍ ໄດ້ມີພິທີສົ່ງດາວ​ທຽມ​ສັງ​ເກດ​ມະຫາ​ສະໝູ​ດ ດວງທຳ​ອິດ​ຂອງ​ສະຫະພາບ​ເອີ​ຣົບ (EU) ທີ່ມີຊື່ວ່າ “Sentinel 3A” ​ຂຶ້ນ​ສູ່ອາ​ວະ​ກາດ ໂດຍດາວ​ທຽມດວງດັ່ງກ່າວ ມີນ້ຳໜັກ 1,200 ກິໂລກຣາມ ​ຜະລິດໂດຍ​ກຸ່ມ​ບໍລິສັດ Thales Alenia Space ຂອງແບນ​ຊິກ ຊຶ່ງດາວທຽມດວງນີ້ ຈະເຮັດໃຫ້ສະຫະພາບເອີຣົບ ສາມາດສັງ​ເກດ​ບັນດາ​ບັນຫາ​ ກ່ຽວ​ກັບມະຫາສະ​ໝູ​ດທັງວັນ ​ແລະ ຄືນ ​ ​ຜ່ານ​ການວັດ​​ແທກຄວາມ​ສູງ​ຂອງຄື້ນຄວາມ​ຮ້ອນ ​ແລະ ຄວາມ​ໄວ​ຂອງ​ລົມ.

ທັງນີ້ ເນື່ອງຈາກການ​ເຄື່ອນ​ໄຫວ​ສັງ​ເກດມະຫາ​ສະ​ໝູ​ດ ມີ​ບົດບາດ​ສຳຄັນ ຊ່ວຍ​ໃຫ້ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊຶ່ງເປັນການຜັນຂະຫຍາຍຂໍ້ຕົກລົງ ທີ່ບັນລຸ​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 21 ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 21) ຢູ່​ນະຄອນຫລວງປາຣີ ປະເທດຝະລັ່ງ ​​ເມື່ອ​ເດືອນທັນວາ ປີ​2015 ຜ່ານມາ. ນອກນັ້ນ, ດາວທຽມດວງນີ້ ຍັງ​ຈະປະກອບສ່ວນ ​ເຂົ້າ​​​ໃນ​ການພັດທະນາ​ ບັນດາ​ການ​ບໍລິການດ້ານ​ການ​ຄ້າອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...