spot_img
Homeຂ່າວພາຍ​ໃນປວງຊົນລາວທັງຊາດ ສະຫລອງບຸນປີໃໝ່ລາວ ພສ 2557 ຢ່າງມ່ວນຊື່ນ

ປວງຊົນລາວທັງຊາດ ສະຫລອງບຸນປີໃໝ່ລາວ ພສ 2557 ຢ່າງມ່ວນຊື່ນ

Published on

ປວງຊົນລາວທັງຊາດ ສະຫລອງບຸນປີໃໝ່ລາວ ພສ 2557 ຢ່າງມ່ວນຊື່ນ

ຂປລ. ນັບ​ແຕ່​ວັນ​ທີ 14-16 ເມສາ 2014 ນີ້ ເປັນ​ໄລຍະ​ສະ​ເຫລີ​ມສະຫລອງ​​​ປີ​ໃໝ່​ລາວ ຊຶ່ງເປັນບຸນ ປະເພນີປະຈຳຊາດຂອງລາວ “ສົ່ງທ້າຍປີເກົ່າ ປີມະເສັງ ພສ. 2556 ແລະ ຕ້ອນຮັບປີໃໝ່ປີມະເມຍ ພສ. 2557” ປະຊາ​ຊົນລາວ​ ໃນ​ທົ່ວປະ​ເທດ ຕ່າງ​ກໍ​ໄດ້​ຈັດຕັ້ງການສະ​ເຫລີ​ມສະຫລອງ ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ສາມັກຄີ ຂອງ​ວົງ​ສາຄະນາ​ຍາດແຫ່ງຊາດ​.
ໃນ​ວັນ​ທີ 14 ເມສາ 2014 ກົງ​ກັບມື້ຂຶ້ນ 15 ຄ່ຳເດືອ​ນ 5 ພສ. 2557 ເປັນ​ມື້​ທີ່ປວງຊົນລາວ ທັງຊາດໃນທົ່ວປະເທດ ໄດ້ເລີ່​ມຕົ້ນສະ​ເຫລີ​ມສະ​ຫລອງ​ບຸນປີ​ໃໝ່​ລາວ ຢ່າງຄຶກຄື້ນມ່ວນຊື່ນ ຕາມ​ຮີດຄອງ​ປະ​ເພນີ​ອັນ​ດີງາມຂອງ​ຊາດ​​ ຊຶ່ງ​ໃນ​ວັນ​ດັ່ງກ່າວ ​ເປັນ​ມື້ສັງຂານ​ລ່ວງນັບແຕ່ເວລາ 13:00 ​ຊາວ​ພຸດ ແລະ ປະຊາຊົນ​ລາວ ​ຢູ່​ນະຄອນຫລວງ​ວຽງ​ຈັນ​ກໍ​ຄື​ ຢູ່​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ ຕ່າງກໍໄດ້​ຈັດ​ກິດຈະ​ກຳ​ສຳຄັນ​ຕ່າງໆ​ທາງພຸດທະ​ສາສະໜາ ​ເປັນຕົ້ນ​ຢູ່​ຕາມ​ວັດວາອາ​ຮາມ​ແຕ່ລະ​ແຫ່ງ​​ ໄດ້​ນຳ​ເອົາ​ພະພຸດທະ​ຮູບ ​ລົງ​ປະດິດສະ ຖານ​ໄວ້​ທີ່​ຫໍ​ສົງ​ ເພື່ອ​ເປີດ​ໂອກາດ​ໃຫ້​ຊາວ​ພຸດ​ທະ​ບໍລິສັດທັງຫລາຍ ​ແລະ ປະຊາຊົນລາວ​ ບັນດາ​ເຜົ່າ​ໄດ້​ຫົດສົງ​ຕາມ​ຮີດຄອງປະ​ເພນີອັນດີງາມທີ່ມີມາແຕ່ດຶກດຳບັນ.
ໃນ​ຂະນະ​ດຽວ​ກັນ​ ຢູ່​ຕາມ​ສຳນັກງານ​ອົງການ, ຄຸ້ມ​ບ້ານ​ຊານ​ເມືອງ​ ບໍ່​ວ່າ​ຢູ່​ນະຄອນຫລວງ​ວຽງ​ຈັນ ຫລື ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ ກໍ​ໄດ້​ຈັດ​ພິທີ ບາສີສູ່ຂວັນ, ທຳ​ພິທີ​ຕັກບາດ, ຈັດຕັ້ງພິທີ​ອວຍພອນ​ໃຫ້​ແກ່​ການ​ນຳ​ຂອງ​ຕົນ​ ຕະຫລອດ​ເຖິງ​ຄາລະວະ​ສົມ​ມາ​ຜູ້​ຊົງ​ຄຸນ​ວຸດ​ທິ​, ພໍ່​ແມ່​ເຖົ້າ​ແກ່ ອາວຸ​ໂສ​ ເພື່ອ​​ສະ​ແດງ​ຄວາມ​ຮູ້ບຸນຄຸນກະຕັນຍູ​ກະຕະ​ເວທີ​ ຕໍ່​ຜູ້​ມີ​ພະ​ຄຸນ ​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​ໃໝ່​ ບົນ​ຈິດ​ໃຈ​ແຫ່ງ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຮັກສາ​ໄດ້​ຮີດຄອງ​ ປະ​ເພນີ​ ທີ່​ເປັນ​ເອກະລັກ​ຂອງ​ຊາດ​ຕົນ​ ໃຫ້​ຄົງ​ຢູ່​ຕະຫລອດ​ການ.
ສຳລັບການສະ​ເຫລີ​ມສະຫລອງ​ ວັນ​ບຸນປະ​ເພນີ​ສຳຄັນ​ຂອງ​ຊາດ​ ​ ​ສະ​ເພາະ​ຢູ່​ນະຄອນຫລວງວຽງ​ຈັນ ໃນ​ຕອນບ່າຍຂອງມື້ສັງຂານ​ລ່ວງ, ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງຈັນ ໄດ້​ຈັດ​ກິດຈະ​ກຳ​ສຳຄັນ​ທາງປະເພນີເປັນຕົ້ນ: ການແຫ່​ນາງ​ສັງຂານປະຈຳປີ 2557, ຕາມເສັ້ນທາງເລີ່​ມຈາກ​ວັດ​ອິນ​ແປງ​ ແຫ່ໄປຕາມຖະໜົນເສດຖະທິລາດ ໄປຮອດວັດສີເມືອງແລ້ວໂຄ້ງກັບຄືນຕາມຖະໜົນສາມແສນໄທ ຮອດສາມແຍກໄຟອຳນາດ ສີຫອມລ້ຽວໄປສິ້ນສຸດທີ່ ວັດອິນແປງ. ໃນຂະ​ບວນ​ແຫ່​ປະກອບ​ມີ ຂະບວນຮັບພະພຸດທະຮູບ, ຂະບວນພະສົງ, ຂະບວນການນຳນະຄອນຫລວງວຽງຈັນ ແລະ ເຖົ້າ​ແກ່​ແນວ​ໂຮມ ຊຶ່ງນຳໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ສຸກັນ ມະຫາລາດ ເລຂາທິການ ສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ; ຂະບວນແຫ່ຫົວພະຍາກະບິນລະພົມ, ນາງສັງຂານ (ນາງທັງ 7 ຊຶ່ງເປັນລູກສາວຂອງ ພະຍາກະບິນລະພົມ), ຂະບວນດົນຕີ ມະໂຫລີພື້ນ ເມືອງລາວ, ຂະ​ບວນບຸບຜາ​ສາດ, ອ່າງ​ນ້ຳຫົດສົງ ແລະ ຂະບວນມວນຊົນຊາວນະຄອນຫລວງວຽງ ຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.
ການສະຫລອງບຸນປີໃໝ່ລາວທີ່ນະຄອນຫລວງວຽງຈັນ ນັບແຕ່ວັນທີ 12-16 ເມສາ 2014 ໄດ້ມີ ການເຄື່ອນໄຫວກິດຈະກຳຕ່າງໆ ຢູ່ຫາດດອນຈັນ ເປັນຕົ້ນ ແມ່ນການແຂ່ງຂັນກິລາບານເຕະ-ບານສົ່ງຫາດຊາຍ, ແຂ່ງຂັນຈັບປາແບບພື້ນບ້ານ ແລະ ກິລາປະເພດອື່ນໆ, ນອກນີ້ ທາງເບື້ອງແຄມນ້ຳຂອງ ເບື້ອງລຸ່ມ ແມ່ນໄດ້ຈັດໃຫ້ມີງານວາງສະແດງ ແລະ ຂາຍສິນຄ້າ ຜະລິດຕະພັນລາວ, ເຄື່ອງຫັດຖະກຳລາວ, ລວມເຖິງ ເຄື່ອງທີ່ລະນຶກວັດທະນະທຳ ບັນດາເຜົ່າຕະລອດວັນ./.

ທີ່ມາ http://www.kpl.net.la/lao/news/dnl%204.htm

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...