spot_img
Homeຂ່າວພາຍ​ໃນເປີດຂະບວນລົດໂຄສະນາ ຂັບຂີ່ປອດໄພ ຕ້ອນຮັບປີໃໝ່ລາວ ພສ 2557

ເປີດຂະບວນລົດໂຄສະນາ ຂັບຂີ່ປອດໄພ ຕ້ອນຮັບປີໃໝ່ລາວ ພສ 2557

Published on

ພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດ
ເອເຊຍປາຊີຟິກບຣີເວີຣີຈຳກັດ ໄດ້ຈັດກິດຈະກຳຂະບວນລົດຄາລາວານ
ເພື່ອໂຄສະນາເຊີນຊວນມວນຊົນ ຂັບຂີ່ລົດຢ່າງປອດໄພ ຕ້ອນຮັບ
ບຸນປີໃໝ່ລາວ ພສ 2557 ຂຶ້ນໃນຕອນເຊົ້າວັນທີ 11 ເມສາ 2014
ທີ່ປະຕູໄຊ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ
ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ
ນະຄອນຫລວງວຽງຈັນ ມີຫົວໜ້າພະແນກຕຳຫລວດຈະລາຈອນ
ນະຄອນຫລວງວຽງຈັນ ທ່ານຮອງອຳນວຍການບໍລິສັດ ລາວເອເຊຍ
ປາຊີຟິກເບເວີຣີຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີເປີດຂະບວນລົດດັ່ງກ່າວ ທ່ານພັນໂທ ພົມມະຈັກ ສວນບຸນມາ
ຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນໄດ້ກ່າວວ່າ ການຈັດ
ກິດຈະກຳໃນຄັ້ງນີ້ ເພື່ອເປັນການໂຄສະນາປຸກລະດົມເຊີນຊວນໃຫ້
ມວນຊົນປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ສ້າງຈິດສຳນຶກໃນການ
ຂັບຂີ່ປອດໄພ ແລະ ເຮັດໃຫ້ການສັນຈອນຕາມເສັ້ນທາງຕ່າງໆມີ
ຄວາມສະດວກ ຫລຸດຜ່ອນອຸປະຕິເຫດ ໃນໄລຍະ ບຸນປີໃໝ່ລາວ
ພສ 2557 ແລະ ເນັ້ນໃສ່ການດຶ່ມສິ່ງມືນເມົາແລ້ວຫ້າມຂັບລົດ
ເນື່ອງຈາກບຸນປີໃໝ່ລາວ ພສ 2556 ຜ່ານມາ ທົ່ວນະຄອນຫລວງ
ວຽງຈັນມີອຸປະຕິເຫດເກີດຂຶ້ນທັງໝົດ 60 ຄັ້ງ ເປັນເຫດໃຫ້ພາຫະນະ
ເປ່ເພ 149 ຄັນ ຄົນໄດ້ຮັບບາດເຈັບ 79 ຄົນ ແລະ ເສຍຊີວິດ
5 ຄົນ ສະເພາະປີໃໝ່ປີນີ້ ໄດ້ເນັ້ນໃຫ້ຕົວເລກດັ້ງກ່າວໃຫ້ເປັນສູນ
ໂດຍການຖອດຖອນຈາກປີຜ່ານມາ.

ບໍລິສັດ ເອເຊຍປາຊີຟິກບີເວີຣີຈຳກັດ ມອບຈວຍສະທ້ອນແສງຈຳນວນ
100 ອັນ ໃຫ້ແກ່ພະແນກຕຳຫລວດນະຄອນຫລວງວຽງຈັນ ເພື່ອນຳໃຊ້ເຂົ້າ ໃນໜ້າທີ່ວຽກງານວິຊາສະເພາະ ໃນມູນຄ່າ 12 ລ້ານກວ່າກີບ

ໃນໂອກາດນີ້ ທາງບໍລິສັດ ເອເຊຍປາຊີຟິກບີເວີຣີຈຳກັດ ຍັງໄດ້
ມອບຈວຍສະທ້ອນແສງຈຳນວນ 100 ອັນ ໃຫ້ແກ່ພະແນກ
ຕຳຫລວດນະຄອນຫລວງວຽງຈັນ ເພື່ອນຳໃຊ້ເຂົ້າໃນໜ້າທີ່ວຽກງານ
ວິຊາສະເພາະ ຮວມມູນຄ່າ 12 ລ້ານກວ່າກີບ.

ຂ່າວ/ພາບ ເທບພະວົງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...