spot_img
HomeBaby-ແມ່ແລະເດັກເລື່ອງໜ້າຮູ້ ເມື່ອລູກເກີດກ່ອນກຳນົດ

ເລື່ອງໜ້າຮູ້ ເມື່ອລູກເກີດກ່ອນກຳນົດ

Published on

ແມ່ ແລະ ລູກ ວັນນີ້ເຮົາຈະມາຮຽນຮູ້ການດູແລເດັກນ້ອຍທີ່ເກີດກ່ອນກຳນົດ ເມື່ອເວລາກັບມາເຖິງເຮືອນ ເຊິ່ງຈະມີວິທີການດູແລແບບໃດນັ້ນເຮົາມາອ່ານກັນເລີຍ

ຂໍ້ຄວນລະວັງ

ຫາກເດັກນ້ອຍເກີດກ່ອນກຳນົດ ເມື່ອກັບເຮືອນມາແລ້ວຫາກມີອາການຕົວຮ້ອນ ເປັນໄຂ້ຕົວເຫຼືອງ ຕາເຫຼືອງ ດູດນົມໄດ້ນ້ອຍ ຫຼື ບໍ່ດູດນົມເລີຍ ຄວນພາໄປພົບແພດທັນທີ

ການເບິ່ງແຍງລູກນ້ອຍ.

ການເບິ່ງແຍງເດັກເກີດກ່ອນກຳນົດຈຳເປັນຕ້ອງລະມັດລະວັງເປັນພິເສດຫຼາຍກ່ວາເດັກທີ່ເກີດຕາມກຳນົດ ເພາະເດັກນ້ອຍມີໂອກາດທີ່ຈະຕິດເຊື້ອຕ່າງໆໄດ້ງ່າຍ ເນື່ອງຈາກລະບົບພູມຄຸ້ມກັນອາດຍັງບໍ່ເຂັ້ມແຂງພໍ.

02_72
ຈຳກັດປະລິມານຄົນເຂົ້າຢ້ຽມຢາມ ໃນຊ່ວງໄລຍະ 3 ເດືອນທຳອິດ ທ່ານຄວນຈຳກັດຄົນທີ່ມາຢ້ຽມຢາມໂດຍ ສະເພາະແມ່ນຄົນທີ່ກຳລັງປ່ວຍໄຂ້ ຫຼື ຜູ້ທີ່ມີໂຣກປະຈຳຕົວແມ່ນງົດການໃຫ້ຢ້ຽມຢາມໄວ້ກ່ອນ ເພື່ອເປັນການປ້ອງກັນຄວາມສ່ຽງທີ່ຈະຕິດເຊື້ອຕ່າງໆ ທ່ານອາດແຈ້ງໃຫ້ຍາດພີ່ນ້ອງເພື່ອນຝູງຂອງທ່ານຊາບເຖິງສາເຫດ ແລະຄວນບອກພວກເຂົາວ່າຂໍເວລາອີກບໍ່ດົນພວກທ່ານຈະໄດ້ຊື່ນຊົມຫຼານແນ່ນອນ

ຫຼີກລ່ຽງການພາລູກໄປສະຖານທີ່ສາທາລະນະ ຫາກບໍ່ມີຄວາມຈຳເປັນແທ້ໆ ບໍ່ຄວນພາລູກອອກໄປນອກບ້ານ

ສຳພັດຜິວຕໍ່ຜິວ ມີການວິໄຈທີ່ພົບວ່າການອຸ້ມລູກແບບຈິງໂຈ້ ໂດຍອຸ້ມລູກແນບໃສ່ເອິກພໍ່ແມ່ເພື່ອໃຫ້ຜິວຂອງລູກໄດ້ສຳພັດຜິວຂອງພໍ່ແມ່ໂດຍຕົງຈະຊ່ວຍກະຕຸ້ນພັດທະນາການ ແລະ ສຸຂະພາບໂດຍລວມຂອງລູກ ສ້າງສາຍສຳພັນລະຫວ່າງພໍ່ແມ່ລູກ.

ສະພາບແວດລ້ອມ ແລະ ຄວາມສະອາດ ອາກາດພາຍໃນເຮືອນຄວນຖ່າຍເທບໍ່ອັບຊື້ນ ຄວນເຮັດຄວາມສະອາດພາຍໃນເຮືອນເປັນປະຈຳ.

ໃຫ້ລູກກິນນົມແມ່ ນ້ຳນົມແມ່ມີຄຸນສົມບັດຊ່ວຍໃຫ້ລູກທີ່ເກີດກ່ອນກຳນົດແຂງແຮງໄວຂຶ້ນ.

ຂໍ້ມູນຈາກ http://baby.kapook.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...