spot_img
Homeຂ່າວຕ່າງປະເທດປູຕິນ-ໂອບາມາ ຕໍ່ສາຍໂທລະສັບ ປຶກສາຫາລືບັນຫາຊີຣີ

ປູຕິນ-ໂອບາມາ ຕໍ່ສາຍໂທລະສັບ ປຶກສາຫາລືບັນຫາຊີຣີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ເມື່ອວັນທີ 14 ກຸມພາ 2016 ທ່ານ​ ວະລາດິເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​​ໂອ​້ລົມ​ທາງ​ໂທລະສັບ​ກັບ​ຄູ່​ຮ່ວມຕຳ​ແໜ່​ງ ສະຫະລັດອາ​ເມ​ຣິ​ກາ ທ່ານ ບາຣັກ ໂອບາມາ ​ເພື່ອ​ປຶກສາ​ຫາລືກ່ຽວ​ກັບ​ບັນ​ຫາຊີຣີ ໂດຍຜູ້ນຳທັງ 2 ປະເທດ ​ໄດ້​ຕີ​ລາຄາຢ່າງ​ຕັ້ງ​ໜ້າ​ ກ່ຽວ​ກັບ​ຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ ຢູ່ນະຄອນມິວນິກ ປະ​ເທດ​ເຢຍລະ​ມັນ ​ໃນ​ອາທິດ​ກ່ອນ ຊຶ່ງທ່ານ​ປະທານາທິບໍດີ ປູຕິນ ​ໄດ້​ຢືນ​ຢັນຄື​ນ​ໃໝ່​ວ່າ ການສ້າງສຳພັນ​ທະມິດ ທີ່​ເປັນ​ເອກະ​ພາບ​ກັນ ​ເພື່ອຕ້ານການກໍ່​ການ​ຮ້າຍ​ຢູ່ຊີຣີ ແມ່ນສິ່ງທີ່​ຈຳ​ເປັນທີ່​ສຸດ ໃນປັດຈຸບັນ.

ພ້ອມກັນນີ້, ທັງ 2 ທ່ານ ​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ ​ດຳ​ເນີນການ​ເຄື່ອນ​ໄຫວ​ຮ່ວມ​ມື​ ຜ່ານ​ບັນດາ​ອົງການ​ອື່ນໆ ທາງ​ການ​ທູ​ດ ​ແລະ ອົງການ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ຊົ່ວຄາວ ​ທີ່​ບັນ​ລຸ​ໄດ້​ຢູ່ນະຄອນມິວນິກ ​ຄັ້ງ​ວັນ​ທີ 11 ກຸມພາຜ່ານ​ມາ ໂດຍຣັດ​ເຊຍ ຄັດຄ້ານ​ທຸກ​ການ​ກະທຳ​ ເພື່ອແຊກ​ແຊງ​ການທະຫານທາງບົກ​ຢູ່ຊີຣີ ໃນ​ສະພາບ​ການທີ່ຕວກກີ ພວມ​ຜັນ​ຂະຫຍາຍການ​ບຸກ​ໂຈມ​ຕີ​ທາງ​ບົກ ພ້ອມ​ກັບ​ກຳລັງທະຫານຂອງອາຣັບບີ ຊາ​ອຸ​ດິດ ທີ່ໄດ້ເປີດສາກ​ຍິງ​ທຳລາຍ ​ບັນດາ​ສະຖານທີ່ສຳຄັນຂອງລັດຖະບານຊີຣີ ​ແລະ ຊາວເຄີດ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...