ເຜືອກໂຮຍງາ

Published on

ຂ້ອຍຊື່ຈ່ອຍ (ນາມສົມມຸດເພາະບໍ່ຢາກບອກຊື່ແທ້) ມື້ນີ້ຂ້ອຍຈະມາຂໍເລົ່າເລື່ອງ ເຜືອກໂຮຍງາ ໃຫ້ທຸກຄົນໄດ້ອ່ານເລື່ອງນີ້ແມ່ນຂຽນຈາກໂຄງເລື່ອງຈິງ, ເຫດການຈິງ, ຕົວລະຄອນໃນເລື່ອງກໍ່ມີຈິງ ເພາະມັນເປັນເລື່ອງຂອງໝູ່ຂ້ອຍ ແລະ ຂ້ອຍເອງ. ທຸກຄັ້ງທີ່ຂ້ອຍເຫັນໝາກໄມ້ຊະນິດໜຶ່ງຂ້ອຍຈະຮູ້ສຶກຕະລົກໃນໃຈ ແລະ ຄິດເຫັນໜ້າໝູ່ຄົນນັ້ນທັນທີ (ຫົວອິອິຢູ່ຄົນດຽວ) ເລື່ອງມີຢູ່ວ່າ: ຍ້ອນກັບໄປປະມານສິບປາຍປີກ່ອນນິດໆ… (ວັນເດືອນປີນິບໍ່ຈື່ແລ້ວ) ຂ້ອຍກັບໝູ່ຂອງຂ້ອຍອີກຄົນໜຶ່ງຊື່ນາງ ນ້ອຍ (ນາມສົມມຸດ) ໄດ້ຮັບກຽດຈາກຫົວໜ້າໃຫ້ເປັນຜູ້ຕາງໜ້າເພິ່ນໄປປະຊຸມຢູ່ໂຮງແຮມລ້ານຊ້າງ (ແຖວແຄມຂອງ) ປະຊຸມໃນຫົວຂໍ້ໃດນິກໍ່ລືມແລ້ວ… ບາດຮອດເວລາພັກທ່ຽງທຸກຄົນໃນທີ່ປະຊຸມກໍ່ພາກັນກິນອາຫານທ່ຽງຢ່າງແຊບຊ້ອຍ, ມີທັງເຄື່ອງກິນຄາວຫວານຂະໜົມໝາກໄມ້ (ຈັດເຕັມ) ຫຼັງຈາກກິນອາຫານອື່ມຄາວແລ້ວໝູ່ຂ້ອຍກັບຂ້ອຍກໍ່ໄດ້ພາກັນຍ່າງໄປແຖວຖາດໝາກໄມ້ທີ່ເຂົາກຽດໄວ້ ໃນຂະນະທີ່ຂ້ອຍກຳລັງເລືອກໝາກໄມ້ໃສ່ຈານຢູ່ນັ້ນ ໝູ່ຂ້ອຍໄດ້ເອົາມືມາສະກິດຂ້າງຂ້ອຍປະມານສອງສາມເທື່ອຂ້ອຍກະເລີຍຫັນໜ້າໄປຖາມລາວວ່າ:

ຈ່ອຍຖາມ: ມີຫຍັງເຮີ໋ຍ!

ນ້ອຍກໍ່ໃຊ້ສາຍຕາຊັກໄປທີ່ໝາກໄມ້ຊະນິດນຶ່ງໃນຜະຖາດທີ່ເຂົາຈັດໄວ້ເທິງໂຕະແລ້ວເວົ້າກັບຂ້ອຍເບົາໆວ່າ

ນ້ອຍຊື່ມເບົາໆ: ໂຕເບິ່ງແມ້… (ເຮັດລາກສຽງຍາວໆ) ໂຮງແຮມບັກໃຫຍ່ໆຊ່າງເອົາອັນນີ້ມາຂຶ້ນໂຕະເສີຍ

ເມື່ອຕົນເອງໄດ້ຍິນໝູ່ເວົ້າແນວນັ້ນກະງົງ… ເອ໊ະ!!!! ມັນໝາຍເຖິງອັນໃດຫວະ. ຕົນກໍ່ເລີຍຖາມລາວກັບວ່າ

ຈ່ອຍຖາມເບົາໆ: ແມ່ນຫຍັງເຖົ້າ.

ນ້ອຍຕອບກັບເບົາໆຄືນວ່າ: ໂຕເຫັນບໍ່? ປ່ຽງທີ່ມີໝາກງາດຳໂຮຍໄວ້ຫັ້ນ… ແບບນັ້ນເຂົາກະເອົາມາໃຫ້ແຂກກິນ ຢູ່ເຮືອນເຮົາກິນຕະຫຼອດ.

ຈ່ອຍຖາມກັບ: ແລ້ວໂຕວ່າແມ່ນຫຍັງຫັ້ນ?

ນ້ອຍຕອບກັບ: ມັນແມ່ນເຜືອກໂຮຍງາ

ຈ່ອຍແນມເບິ່ງໜ້າໝູ່ແບບຢາກຫົວແຮງໆເດ້ແຕ່ກະອາຍເຂົາເລີຍຕອບໝູ່ເບົາໆໄປວ່າ: ເຮີ້ຍເຖົ້າ! ໂຕຢ່າໄປວ່າຢູ່ໃສເດີ້ອາຍເພິ່ນ ນີ້ມັນບໍ່ແມ່ນເຜືອກໂຮຍງາ ແຕ່ເຂົາເອີ້ນວ່າ ໝາກມັງກອນ.

ຈາກນັ້ນທັງສອງຄົນກໍ່ພາກັນຢາກຫົວຈົນເປັນເວລາຫຼາຍມື້ ໄປເລາະຕະຫຼາຍ, ຂີ່ລົດມາຕາມທາງເຫັນເຂົາຂາຍໝາກມັງກອນຢູ່ໃສກໍ່ຄິດຢາກຫົວທັນທີ!.

ແຊປະສົບການໂດຍ: ຈ່ອຍດຳ

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...