Homeຂ່າວພາຍ​ໃນສິດເກົ່າຊົນລະປະທານ ຮຸ້ນ 13 ຊັ້ນກາງ ຈັດພົບປະ-ມອບເຄື່ອງກິລາໃຫ້ ຄະນະຊັບພະຍາກອນນ້ຳ

ສິດເກົ່າຊົນລະປະທານ ຮຸ້ນ 13 ຊັ້ນກາງ ຈັດພົບປະ-ມອບເຄື່ອງກິລາໃຫ້ ຄະນະຊັບພະຍາກອນນ້ຳ

Published on

ໃນວັນທີ 5 ກຸມພາ 2016 ຜ່ານມາ ອະດີດນັກສຶກສາໂຮງຮຽນຊົນລະປະທານ ຮຸ້ນ 13 ຊັ້ນກາງ ຫລື ຄະນະຊັບພະຍາກອນນ້ຳ ມະຫາວິທະຍາໄລແຫ່ງຊາດ ໃນປັດຈຸບັນ ໄດ້ຈັດກິດຈະກຳພົບປະອະດີດນັກສຶກສາຂຶ້ນ ໂດຍພາຍໃນງານ ມີອະດີດນັກສຶກສາຮຸ້ນດັ່ງກ່າວທັງໝົດ 16 ສະຫາຍ ພ້ອມດ້ວຍພະນັກງານ ແລະ ຄູອາຈານ ພາຍໃນຄະນະຊັບພະຍາກອນນ້ຳເຂົ້າຮ່ວມ.

ກິດຈະກຳພົບປະອະດີດນັກສຶກສາຄັ້ງນີ້ ປະກອບມີການຮ່ວມຫລິ້ນກິລາບານເຕະ ແລະ ເປຕັງ ລະຫວ່າງອະດີດນັກສຶກສາ ແລະ ຄູອາຈານ ເພື່ອຮັດແໜ້ນຄວາມສາມັກຄີຊຶ່ງກັນ ແລະ ກັນ.  ພ້ອມກັນນັ້ນ, ອະດີດນັກສຶກສາຮຸ້ນດັ່ງກ່າວ ຍັງໄດ້ມອບເຄື່ອງກິລາບານເຕະ ແລະ ເປຕັງ ລວມມູນຄ່າ 4,800,000 ກີບ ໃຫ້ແກ່ ຄະນະຊັບພະຍາກອນນ້ຳ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ ກໍຄືສະຖາບັນການສຶກສາດັ່ງກ່າວອີກດ້ວຍ.

ຕອນທ້າຍພິທີ ທ່ານ ຮສ ອວນມາ ທຳມະວົງ ວ່າການຄະນະບໍດີ ຄະນະຊັບພະຍາກອນນ້ຳ ໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ອະດີດສິດເກົ່າໂຮງຮຽນຊົນລະປະທານ ຮຸ້ນ 13 ຊັ້ນກາງ ທີ່ໄດ້ນຳເຄື່ອງຊ່ວຍເຫລືອມາມອບໃຫ້ໃນຄັ້ງນີ້ ຊຶ່ງທາງຄະນະວິຊາ ຈະໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວ ກິດຈະກຳກິລາກາຍະກຳ ຕາມຫລັກມູນພາລະສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.

20160205_185214 20160205_190719

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...