Homeຂ່າວພາຍ​ໃນເຈົ້າໜ້າທີ່ລະບຸ ໄຟໄໝ້ເຮືອນຢູ່ໜອງດ້ວງທົ່ງ ຍ້ອນໄຟຟ້າລັດວົງຈອນ-ສາຍໄຟໝົດອາຍຸໃຊ້ງານ!

ເຈົ້າໜ້າທີ່ລະບຸ ໄຟໄໝ້ເຮືອນຢູ່ໜອງດ້ວງທົ່ງ ຍ້ອນໄຟຟ້າລັດວົງຈອນ-ສາຍໄຟໝົດອາຍຸໃຊ້ງານ!

Published on

ເວລາປະມານ 9 ໂມງເຊົ້າ ຂອງວັນທີ 15 ກຸມພານີ້, ໄດ້ເກີດເຫດໄຟໄໝ້ເຮືອນຫລັງໜຶ່ງ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຍ້ອນໄຟຟ້າລັດວົງຈອນ ແລະ ສົ່ງຜົນກະທົບ ຕໍ່ໃສ່ເຮືອນທີ່ຢູ່ໃກ້ຄຽງອີກ 5 ຫລັງ, ແຕ່ໂຊກດີໜ່ວຍມອດໄຟ ສາມາດສະກັດກັ້ນໄຟໄວ້ໄດ້.

ເຈົ້າໜ້າທີ່ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຮືອນຫລັງດັ່ງກ່າວ ເປັນເຮືອນ 2 ຊັ້ນ ລຸ່ມກໍ່ເທິງໄມ້ ແລະ ເປັນເຮືອນຢູ່ໃນສະພາບເກົ່າແກ່ ຖືກປຸກສ້າງມາໄດ້ຫລາຍປີແລ້ວ, ບວກໃສ່ການຊົມໃຊ້ໄຟຟ້າເກີນຂະໜາດ ແລະ ສາຍໄຟກໍໝົດອາຍຸການນຳໃຊ້ງານແລ້ວ ແຕ່ບໍ່ໄດ້ຮັບການປ່ຽນຖ່າຍ ພ້ອມທັງອາກາດໃນໄລຍະນີ້ ມີຄວາມຮ້ອນສູງ ຈຶ່ງເຮັດໃຫ້ເກີດໄຟໄໝ້ໄດ້ງ່າຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມ ຈົ່ງມີສະຕິ, ລະມັດລະວັງໃນການນຳໃຊ້ຟືນໄຟ, ການໄຕ້ທູບ, ທຽນບູຊາຕ່າງໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...