Homeຂ່າວພາຍ​ໃນຕຳຫຼວດຫລວງນ້ຳທາ ມ້າງຄະດີຊື້-ຂາຍເງິນໂດລາປອມ ພົບຂອງກາງ 8 ແສນກ່ວາໂດລາ!

ຕຳຫຼວດຫລວງນ້ຳທາ ມ້າງຄະດີຊື້-ຂາຍເງິນໂດລາປອມ ພົບຂອງກາງ 8 ແສນກ່ວາໂດລາ!

Published on

ໃນ​ວັນ​ທີ 9 ມັງກອນທີ່​ຜ່ານ​ມາ ພະ​ແນກ​ຕຳຫຼວດ​ເສດຖະກິດ ​ປກສ ແຂວງ​ຫຼວງ​ນ້ຳ​ທາ ສາມາດ​ມ້າງ​ຄະດີ​ຊື້​ຂາຍ​ເງິນ​ໂດລາປອມ ​ຈຳນວນ 844.200 ໂດ​ລາ ໄດ້​ຢູ່​ເຂດ​ບ້ານ​ທົ່ງ​ໄຈ້​ເໜືອ ເມືອງ ແລະ ແຂວງ​ຫຼວງ​ນ້ຳ​ທາ ແລະ ກັກ​ຕົວ​ຜູ້​ຖືກ​ຫາ​ທັງ​ໝົດ 10 ຄົນ ຍິງ 4 ຄົນ ພ້ອມ​ທັງ​ຢຶດ​ເງິນ​ໂດລາ​ປອມ​ຈຳນວນ​ດັ່ງກ່າວ ລົດ​ຮຸນໄດ 1 ຄັນ ແລະ ລົດຈັກ 1 ຄັນ​ ມາດຳເນີນ​ການ​ສອບ​ສວນ.

ຜູ້​ຖືກ​ຫາ​ທັງ 10 ຄົນ ຊື່​ທ້າວ ທອງ​ເດືອນ ຫຼື ແສງເດືອນ ອາຍຸ 56 ປີ ຢູ່​ບ້ານ​ປາກຂະ​ຍຸງ ເມືອງ​ວຽງ​ຄຳ ແຂວງ​ວຽງຈັນ ທ້າວ ເກັດ​ສະໜາ ອາຍຸ 45 ປີ ຢູ່​ບ້ານ​ເຊ​ໃຫຍ່ ເມືອງ​ສາ​ມັກຄີ​ໄຊ ແຂວງ​ອັດ​ຕະ​ປື ທ້າວ ສົມຫວັງ ອາຍຸ 49 ປີ​ຢູ່​ບ້ານ​ບໍ່ ເມືອງໄຊ ແຂວງ​ອຸດົມ​ໄຊ ນາງ ແສງ ອາຍຸ 48 ປີ ແລະ ທ້າວ ໄໝ່​ຂັນ ອາຍຸ 44 ປີ ທັງ​ສອງ​ຢູ່​ບ້ານ​ຊຽງບືນ ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ ນາງ ວົງ ອາຍຸ 35 ປີ​ຢູ່​ບ້ານ​ແສງສະຫວ່າງ ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ ນາງ ໄຫວ ອາຍຸ 24 ປີ ຢູ່​ບ້ານ​ບໍ່ ເມືອງ​ໄຊ ແຂວງ​ອຸດົມໄຊ ທ້າວ ປ້ານ ອາຍຸ 48 ປີ ຢູ່ບ້ານ​ທົ່ງ​ໄຈ້​ເໜືອ ເມືອງ ແລະ ແຂວງ​ຫຼວງ​ນ້ຳ​ທາ ທ້າວ ຄຳ​ຜຸງ ອາຍຸ 57 ປີ ຢູ່​ບ້ານ​ຊຽງ​ນ້ຳ​ກໍ ເມືອງ​ໄຊ ແຂວງ​ອຸດົມ​ໄຊ ແລະ ນາງ ລົມ ເລີດ​ວິໄລ ອາຍຸ 53 ປີ ຢູ່​ບ້ານ​ແສງ​ສະຫວ່າງ ເມືອງ​ໄຊເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ.

ຜ່ານ​ການ​ສືບສວນ-ສອບສວນ​ຂອງ​ເຈົ້າ​ໜ້າທີ່ ທ້າວ ທອງເດືອນ ໃຫ້ການ​ວ່າ: ພວກ​ຕົນ​ໄດ້ຮ່ວມ​ກັນ​ຊື້-ຂາຍ​ເງິນ​ໂດ​ລາ​ປອມມາ​ແຕ່​ທ້າຍ​ປີ 2015 ໂດຍ​ຕິດຕໍ່ພົວພັນ​ໃຫ້​ນາງ ແສງ​ອ່ອນ ຢູ່ບ້ານ​ຫຼົງ​ຢືນ ເມືອງ​ຫຼ້າ ​ສປ ຈີນ ເປັນ​ຜູ້​ເອົາ​ມາ​ສົ່ງ​ໃຫ້ ຈາກ​ນັ້ນ ກໍ່ໄດ້​ນັດ​ໝາຍ​ຊື້-ຂາຍ​ຢູ່​ເຮືອນ​ພັກ ເຂດ​ບ້ານ​ທົ່ງ​ໄຈ້​ເໜືອ ແລະ ຖືກເຈົ້າ​ໜ້າທີ່​ຈັບ​ຕົວ​ມາ​ດຳເນີນ​ຄະດີ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...