spot_img
Homeຂ່າວພາຍ​ໃນປະກາດລາຍຊື່ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດ​ທີ VIII

ປະກາດລາຍຊື່ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດ​ທີ VIII

Published on

   ຄະ­ນະ​ກຳ­ມະ­ການ​ເລືອກ​ຕັ້ງ​ລະ­ດັບ​ຊາດ​ໄດ້​ປະກາດ​ລາຍ​ຊື່​ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ­ມາ­ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ VIII, ໂດຍ​ມີ​ຜູ້​ສະ­ໝັກ ທັງ​ໝົດ 211 ທ່ານ, ໃນ​ນີ້ ຜູ້​ສະ­ໝັກ​ຢູ່​ສູນ​ກາງ​ມີ 61 ທ່ານ, ທ້ອງ­ຖິ່ນ 150 ທ່ານ, ນອກ​ນັ້ນ​ຍັງ​ມີ ສສຊ ຊຸດ​ທີ VII ສະ­ໝັກ​ຕໍ່ 48 ທ່ານ, ຈາກ​ລັດ​ວິ​ສາ​ຫະ​ກິດ 4 ທ່ານ ແລະ​ຈາກ​ວິ​ສາ​ຫະ​ກິດ​ພາກ​ເອ­ກະ​ຊົນ​ອີກ 9 ທ່ານ.

    ການ​ປະ­ກາດ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ກຸມ ພາ 2016 ທີ່​ສະ­ພາ​ແຫ່ງ​ຊາດ, ໂດຍ​ທ່ານ ກຸ​ແກ້ວ ອັກ​ຄະ​ມົນ­ຕີ ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ, ປະ­ທານ ກຳ­ມາ​ທິ​ການ​ຕ່າງ­ປະ­ເທດ, ທັງ​ເປັນ​ຄະ­ນະ​ກຳ​ມະ ການ​ລະ­ດັບ​ຊາດ​ໄດ້​ປະ­ກາດ​ລາຍ​ຊື່​ຈຳ­ນວນ​ຜູ້​ສະ­ໝັກ ຮັບ​ເລືອກ​ຕັ້ງ​ເປັນ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII : ເຂດ​ເລືອກ​ຕັ້ງ​ທີ 1 ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ 24 ທ່ານ ເລືອກ​ເອົາ 17 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 2 ແຂວງ​ຜົ້ງ​ສາ­ລີ ມີ​ຜູ້​ສະ­ໝັກ 7 ທ່ານ ເລືອກ​ເອົາ 5 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 3 ແຂວງ​ຫຼວງ​ນ້ຳ​ທາ ມີ ຜູ້​ສະ­ໝັກ 7 ທ່ານ ເລືອກ​ເອົາ 5 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 4 ແຂວງ​ອຸ­ດົມ​ໄຊ ມີ​ຜູ້​ສະ­ໝັກ 10 ທ່ານ ເລືອກ​ເອົາ 7 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 5 ແຂວງ​ບໍ່​ແກ້ວ ມີ​ຜູ້​ສະ­ໝັກ 7 ທ່ານ ເລືອກ​ເອົາ 5 ທ່ານ, ເຂດ ເລືອກ​ຕັ້ງ​ທີ 6

ແຂວງ​ຫຼວງ​ພະ​ບາງ​ມີ​ຜູ້​ສະ­ໝັກ 15 ທ່ານ ເລືອກ​ເອົາ 10 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 7 ແຂວງ​ໄຊ​ຍະ​ບູ​ລີ​ມີ​ຜູ້​ສະ­ໝັກ 12 ທ່ານ ເລືອກ​ເອົາ 8 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 8 ແຂວງ​ຫົວ­ພັນ ມີ​ຜູ້​ສະ­ໝັກ 10 ທ່ານ ເລືອກ​ເອົາ 7 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 9 ແຂວງ​ຊຽງ​ຂວາງ ມີ​ຜູ້​ສະ­ໝັກ 9 ທ່ານ ເລືອກ​ເອົາ 6 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 10 ແຂວງ​ວຽງ​ຈັນ ມີ​ຜູ້​ສະ­ໝັກ 13 ທ່ານ ເລືອກ​ເອົາ 9 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 11 ແຂວງ​ບໍ​ລິ​ຄຳ​ໄຊ ມີ​ຜູ້​ສະ­ໝັກ 9 ທ່ານ ເລືອກ​ເອົາ 6 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 12 ແຂວງ​ຄຳ​ມ່ວນ ມີ​ຜູ້​ສະ­ໝັກ 11 ທ່ານ ເລືອກ​ເອົາ 8 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 13 ແຂວງ​ສະ­ຫວັນ​ນະ​ເຂດ ມີ​ຜູ້​ສະ­ໝັກ 26 ທ່ານ ເລືອກ​ເອົາ 19 ທ່ານ, ເຂດ ເລືອກ​ຕັ້ງ​ທີ 14 ແຂວງ​ສາ­ລະ​ວັນ​ມີ​ຜູ້ ສະ­ໝັກ 11 ທ່ານ ເລືອກ​ເອົາ 8 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 15 ແຂວງ​ຈຳ­ປາ​ສັກ ມີ​ຜູ້​ສະ­ໝັກ 19 ທ່ານ ເລືອກ​ເອົາ 14 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 16 ແຂວງ​ເຊ ກອງ ມີ​ຜູ້​ສະ­ໝັກ 7 ທ່ານ ເລືອກ​ເອົາ 5 ທ່ານ, ເຂດ​ເລືອກ​ຕັ້ງ​ທີ 17 ແຂວງ ອັດ ຕະ​ປື ມີ​ຜູ້​ສະ­ໝັກ 7 ທ່ານ ເລືອກ​ເອົາ 5 ທ່ານ ແລະ​ເຂດ​ເລືອກ​ຕັ້ງ​ທີ 18 ແຂວງ ໄຊ​ສົມ­ບູນ ມີ​ຜູ້​ສະ­ໝັກ 7 ທ່ານ ເລືອກ ເອົາ 5 ທ່ານ.

ໂດຍ​ໃນ​ຈຳ­ນວນ​ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ທັງ​ໝົດ 211 ທ່ານ, ຍິງ 50 ທ່ານ, ຢູ່ ສູນ​ກາງ​ມີ 61 ທ່ານ ເປັນ​ຍິງ 17 ທ່ານ, ທ້ອງ­ຖິ່ນ 150 ທ່ານ ຍິງ 33 ທ່ານ, ສສຊ ຊຸດ​ທີ VII ສະ­ໝັກ​ຕໍ່ 48 ທ່ານ ຍິງ 20 ທ່ານ, ຈາກ​ລັດ​ວິ​ສາ​ຫະ​ກິດ 4 ທ່ານ ແລະ​ຈາກ​ວິ​ສາ​ຫະ​ກິດ​ພາກ​ເອ­ກະ​ຊົນ​ອີກ 9 ທ່ານ ຍິງ 2 ທ່ານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...