spot_img
Homeຂ່າວຕ່າງປະເທດຜົນການສຶກສາຊິ້ນໃຫມ່ຊີ້ວ່າຄົນອາຍຸໜ້ອຍກວ່າ 50 ປີ ເປັນມະເຮັງລຳໄສ້ກັນເພີ່ມຂຶ້ນ!!!

ຜົນການສຶກສາຊິ້ນໃຫມ່ຊີ້ວ່າຄົນອາຍຸໜ້ອຍກວ່າ 50 ປີ ເປັນມະເຮັງລຳໄສ້ກັນເພີ່ມຂຶ້ນ!!!

Published on

ຜົນການສຶກສາຊິ້ນໃຫມ່ຊີ້ວ່າຄົນອາຍຸໜ້ອຍກວ່າ 50 ປີ ເປັນມະເຮັງລຳໄສ້ກັນເພີ່ມຂຶ້ນ!!!

 

ນັກວິໄຈບົ່ງວ່າຜູ້ປ່ວຍມະເຮັງລຳໄສ້ 1 ໃນ 7 ມີອາຍຸຕ່ຳກວ່າ 50 ປີ ຊຶ່ງຫຼາຍກວ່າມີ່ຄາດເອົາໄວ້.

418053.TIF

ຜົນການສຶກສານີ້ຕີພິມໃນວາລະສານ Cancer ໃນເມື່ອບໍດົນມານີ້ ໂດຍພົບວ່າຜູ້ປ່ວຍມະເຮັງລຳໄສ້ທຸກ 7 ຄົນ ຢ່າງໜ້ອຍ 1 ຄົນ ອາຍຸໜ້ອຍກວ່າ 50 ປີ ນອກຈາກນີ້ຜູ້ປ່ວຍທີ່ອາຍຸໜ້ອຍກວ່າ 50 ປີ ຍັງເປັນມະເຮັງໃນໄລຍະຮຸນແຮງກວ່າຜູ້ປ່ວຍທີ່ອາຍຸສູງກວ່າ

 

ໃນການສຶກສານີ້ ທີມນັກສຶກສາວິໄຈສຶກສາຄົນປ່ວຍ 260,000 ຄົນ ທີ່ກວດພົບວ່າ ເປັນມະເຮັງລຳໄສ້ໃນລະຫວ່າງ ປີ 1998 ແລະ 2001 ການສຶກສາພົບວ່າ 15 ເປີເຊັນ ຂອງຈຳນວນຜູ້ປ່ວຍໃນການສຶກສາ ເປັນຜູ້ປ່ວຍອາຍຸໜ້ອຍກວ່າ 50 ປີ

 

ຢ່າງໃດກໍຕາມ ການສຶກສາພົບວ່າ ຜູ້ປ່ວຍມະເຮັງລຳໄສ້ທີ່ອາຍຸໜ້ອຍກວ່າ 50 ປີ ມີອາຍຸຢູ່ດົນກວ່າຜູ້ປ່ວຍມະເຮັງລຳໄສ້ທີ່ອາຍຸຫຼາຍກວ່າ ແລະ ມີໂອກາດໜ້ອຍທີ່ມະເຮັງຈະກັບຄືນເນື່ອງຈາກໄດ້ຮັບການບຳບັດ

 

ທ່ານ Samantha Hendern ຮອງສາດສະດາຈານດ້ານການຜ່າຕັດທີ່ມະຫາວິທະຍາໄລ University of Michigan ໃນ ann Arbor ຊຶ່ງເປັນສະມາຊິກທີມວິໄຈນີ້ ກ່າວໃນການາໃຫ້ສຳພາດກັບໜັງສືພິມ Tampa Bay Times ວ່າຄ່ອນຂ້າງແປກໃຈທີ່ພົບວ່າມີຜູ້ປ່ວຍມະເຮັງລຳໄສ້ອາຍຸໜ້ອຍຈຳນວນຫຼາຍຂຶ້ນ

 

ທ່ານ Hendern ກ່າວຕື່ມອີກວ່າ ພົບວ່າມີຜູ້ປ່ວຍມະເຮັງລຳໄວ້ທີ່ອາຍຸ 30-40 ປີ ເພີ່ມຂຶ້ນຫຼາຍກວ່າເກົ່າອີກດ້ວຍ ບັນດາແພດມັກແນະນຳໃຫ້ຜູ້ຄົນທົ່ວໄປກວດກາມະເຮັງລຳໄສ້ເປັນປະຈຳຫຼັງຈາກອາຍຸຄົບ 50 ປີ ແຕ່ຄົນທີ່ມີປະຫວັດໃນຄອບຄົວເປັນມະເຮັງລຳໄສ້ຈະໄດ້ຮັບຄຳແນະນຳໃຫ້ເຂົ້າໄປກວດເບິ່ງມະເຮັງລຳໄສ້ເປັນປະຈຳຕັ້ງແຕ່ອາຍຸຄົບ 40 ປີ

 

ໃນການໃຫ້ສຳພາດກັບ CBS News ທ່ານ Hendren ກ່າວວ່າຜົນການສຶກສານີ້ຄວນເປັນຄຳເຕືອນທາງສຸຂະພາບແກ່ຄົນທົ່ວໄປ ແຕ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງມີການແນະນຳໃນການກວດຫາມະເຮັງລຳໄສ້ແຕ່ຢ່າງໃດ

 

ສະມາຄົມມະເຮັງມາເມຣິກາ ( American Cancer Society ) ຊີ້ວ່າມະເຮັງລຳໄສ້ເປັນສາເຫດໃຫ້ຄົນໃນສະຫະລັດອາເມຣິກາຕາຍຫຼາຍທີ່ສຸດເປັນປັນດັບສາມເມື່ອທຽບກັບມະເຮັງຊະນິດອື່ນໆ ແລະ ຄາດວ່າຈະເປັນສາເຫດໃຫ້ຄົນຕາຍຫຼາຍກວ່າ 49,000 ຄົນໃນປີນີ້

 

ອາການທີ່ເຫັນຫຼາຍທີ່ສຸດຂອງມະເຮັງລຳໄສ້ຄືພົບເລືອດສີດຳໃນອາຈົມ ທ່ານ Hendren ກ່າວວ່າລັກສະນະຂອງອາຈົມທີ່ມີຂະໜາດນ້ອຍ ລີບບາງ ຮູບຮ່າງຄືໄສ້ສໍມັກຈະມີມູນວ່າເປັນລຳໄສ້ ແລະ ຫາກວ່າມີອາການນ້ຳໜັກໂຕຫຼຸດຮ່ວມນຳກໍອາດຈະເວົ້າໄດ້ວ່າ ກຳລັງຈະເປັນມະເຮັງລຳໄສ້

 

ດ້ານ ທ່ານ Andrew Chan ຮອງສາດສະດາຈານດ້ານການແພດທີ່ມະຫາວິທະຍາໄລ Harvard ໃນ ບອສຕັນ ກ່າວວ່າຍັງບໍ່ເປັນທີ່ເຂົ້າໃຈກັນວ່າເປັນຫຍັງມະເຮັງລຳໄສ້ຈຶ່ງເລີ່ມເກີດຫຼາຍຂື້ນໃນຄົນທີ່ອາຍຸໜ້ອຍກວ່າ 50 ປີ

 

ລາວບອກວ່າຍັງອະທິບາຍສາເຫດບໍ່ໄດ້ ແລະ ບໍ່ໄດ້ເກີດຂື້ນຍ້ອນການວິໄຈພັດທະນາຂຶ້ນແຕ່ເປັນຕົວເລກຜູ້ປ່ວຍທີ່ສູງຂຶ້ນແທ້ໆ ລາວຄິດວ່າອາດຈະມີປັດໄຈທາງສິ່ງແວດລ້ອມທີ່ສົ່ງຜົນໃຫ້ຄົນອາຍຸໜ້ອຍເປັນມະເຮັງລຳໄສ້ຫຼາຍຂຶ້ນກໍເປັນໄດ້

 

ລາວໄດ້ກ່າວເສີມວ່າ ມະເຮັງລຳໄສ້ກໍຄືກັບມະເຮັງຊະນິດອື່ນໆທີ່ມີປັດໄຈສ່ຽງຈາການສູບຢາ, ຄວາມອ້ວນ ນິໄສການຮັບປະທານອາຫານທີ່ບໍ່ມີປະໂຫຍດ ແລະ ຂາດການອອກກຳລັງກາຍ

 

 

( ຮຽບຮຽງໂດຍ: ທັກສິນາ ຂ່າຍແກ້ວ ວີໂອເອພາສາໄທ ກຣຸງວໍຊິງຕັນ )

Cr: VOA

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...