spot_img
Homeຂ່າວພາຍ​ໃນພຸດສະດີ ຄອບຄົວໂຕແບບເມືອງນາຊາຍທອງ ກັບການຜະລິດເຄື່ອງບ່ອນນອນ ເອັສທີ ແລະ ຄູລໂຕ

ພຸດສະດີ ຄອບຄົວໂຕແບບເມືອງນາຊາຍທອງ ກັບການຜະລິດເຄື່ອງບ່ອນນອນ ເອັສທີ ແລະ ຄູລໂຕ

Published on

ດສະດີ ພານຸວົງ ນຶ່ງໃນບຸກຄົນທີ່ປະສົບຜົນສໍາເລັດໃນທຸລະກິດຂະໜາດນ້ອຍ ທີ່ຄ່ອຍໆກໍ່ຮ່າງສ້າງໂຕມາຈາກອາຊີບຄ້າຂາຍເຄື່ອງບ່ອນນອນ ຜ່ານການສໍາຜັດກັບຮູບແບບສິນຄ້າ ແລະ ການສຶກສາດ້ານການຕະຫຼາດ ຈາກປະສົບການຂອງຕົນເອງ ຈິ່ງແນມເຫັນຄຸນຄ່າຂອງຜ້າເສດຈາກໂຮງງານຕັດຫຍິບສົ່ງອອກ ປະກອບກັບກໍາລັງແຮງງານທີ່ມີຢູ່ໃນບ້ານໂພນແກ້ວ ເຊິ່ງພາກັນວ່າງວຽກພາຍຫຼັງແລ້ວຈາກວຽກໄຮ່ການນາ ເຮັດໃຫ້ທ່ານນາງ ພຸດສະດີ ເກີດມີແນວຄວາມຄິດພັດທະນາການຜະລິດເຄື່ອງບ່ອນນອນອອກຈໍາໜ່າຍ ອັນໄດ້ກາຍເປັນຈຸດປ່ຽນຈາກແມ່ຄ້າທໍາມະດາທີ່ຫາເຊົ້າກິນຄໍ່າ ກາຍມາເປັນເຈົ້າຂອງໂຮງງານຂະໜາດນ້ອຍ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນປະມານ 100 ຄົນ ສົ່ງຜົນໃຫ້ຄອບຄົວຂອງນາງ ພຸດສະດີ ມີສ່ວນຊ່ອຍເຫຼືອຊຸມຊົນ ຈົນຖືກຄັດເລືອກໃຫ້ເປັນນຶ່ງໃນຄອບຄົວໂຕແບບຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

SPS_2052-650x433 SPS_2061-650x433

ນາງ ພຸດສະດີ ໃຫ້ຮູ້ວ່າ ໄດ້ເລີ່ມຜະລິດເສື່ອພັບມາແຕ່ປີ 2001 ເຊິ່ງເຫັນວ່າລູກຄ້າໃຫ້ການຕອບຮັບເປັນຢ່າງດີ ຈິ່ງມີແນວຄວາມຄິດຂະຫຽາຍການຜະລິດໝອນໝູນຫຼາຍຂະໜາດ ແລະ ທາງຕະຫຼາດກໍມີຄວາມຕ້ອງການ ແລະ ສັ່ງຊື້ສິນຄ້າເພີ່ມຂຶ້ນ ຈິ່ງຕັດສິນໃຈນໍາເຄື່ອງຈັກເຂົ້າມາເພີ່ມກໍາລັງການຜະລິດ ແລະ ເພີ່ມຄວາມຫຼາກຫຼາຍໃຫ້ສິນຄ້າ ມາຮອດປັດຈຸບັນ ກໍມີປະມານ 15 ລາຍການເຊັ່ນ ໝອນໝູນຫຼາຍຂະໜາດ ໝອນຂ້າງ ໝອນລົມໄຍສັງເຄາະ ທີ່ໃສ່ກາສັນຍະລັກສິນຄ້າ (ຍີ່ຫໍ້) S.T ພ້ອມນັ້ນ ກໍມີເບາະຮອງນັ່ງ ຫຼື ສະນະ ຜ້າຫົ່ມຫຼາຍຂະໜາດ ແລະ ເສື່ອຊຸດປິກນິກ ຍີ່ຫໍ້ COOL TO ເຊິ່ງແຕ່ລະຊະນິດສິນຄ້າ ແມ່ນມີຫຼາຍລາຄາຕາມລະດັບ (ເກຣດ) ຂອງຜະລິດຕະພັນ ເຊິ່ງມີລາຄາແຕ່ 10.000 ກີບໄປຫາຫຼັກແສນ ປັດຈຸບັນ ຜະລິດຕະພັນເຄື່ອງນອນພວມໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ ແລະ ທຸກຊັ້ນຄົນສາມາດຊົມໃຊ້ໄດ້ ເຊິ່ງບາງຄັ້ງກໍຜະລິດບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ ສະນັ້ນ ເພື່ອຮອງຮັບກັບການເຕີບໃຫຽ່ຂະຫຽາຍໂຕ ໃນອະນາຄົດອັນໃກ້ນີ້ຈະສັ່ງຊື້ ແລະ ນໍາເຂົ້າເຄື່ອງຈັກທັນສະໄໝຈາກຕ່າງປະເທດ ຈໍານວນອີກ 2 ເຄື່ອງເພື່ອຍົກສູງສະມັດຖະພາບການຜະລິດ ໂດຍເນັ້ນຄຸນະພາບເປັນຫຼັກ ພ້ອມນັ້ນກໍມີແຜນການທີ່ຈະຜະລິດເພື່ອການສົ່ງອອກໄປຕ່າງປະເທດຈໍານວນນຶ່ງ.

…….ນີ້ແມ່ນຜະລິດຕະພັນຂອງຄົນລາວ ໂດຍສີມືແຮງງານລາວ ແລະ ນໍາໃຊ້ວັດຖຸດິບຢູ່ພາຍໃນປະມານ 50 ສ່ວນຮ້ອຍ ເຖິງຈະນໍາໃຊ້ຜ້າເສດຈາກໂຮງງານຕັດຫຍິບສໍາລັບຍັດໃນບາງສ່ວນ ແຕ່ກໍເປັນຜ້າຄຸນະພາບດີທີ່ນໍາໃຊ້ຕັດຫຍິບເສື້ອຜ້າເພື່ອສົ່ງອອກ ແລະ ເຫຼືອອອກມາຈາກໂຕະຕັດ-ຫ້ອງຕັດ ທີ່ມີການກວດກາຄັກແນ່ ເຊິ່ງພໍມາເຖິງໂຮງງານຜະລິດເຄື່ອງບ່ອນນອນ ກໍຈະຜ່ານການຕີ ການຟອກໃຫ້ຟູ ແລະ ດູດຝຸ່ນອອກກ່ອນການຜະລິດ ເຖິງວ່າຈະເປັນຫົວໜ່ວຍທຸລະກິດຂະໜາດນ້ອຍ ແຕ່ກໍມີແຮງງານປະຈໍາປະມານ 40 ຄົນ ແລະ ມີຊາວຊ່າງຕັດຫຍິບອີກປະມານ 50 ຄົນທີ່ມາຮັບເອົາວັດຖຸດິບໄປຕັດຫຍິບຢູ່ເຮືອນໃນເວລາວ່າງ ແລະ ແຕ່ລະຄົນຈະໄດ້ຄ່າແຮງງານຕາມຜະລິດຕະພັນທີ່ເຮັດໄດ້ ເຊິ່ງບໍ່ຕໍ່ກວ່າ 1.500.000 ກີບຕໍ່ຄົນຕໍ່ເດືອນ ອັນໄດ້ສ້າງວຽກເຮັດງານທໍາ ສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານໂພນແກ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ບ້ານອ້ອມແອ້ມໃກ້ຄຽງ ຫຼີກເວັ້ນການໄປອອກແຮງງານຢູ່ຕ່າງປະເທດຂອງຊາວໜຸ່ມ-ໄວໜຸ່ມ ເຊິ່ງຖືເປັນການປະກອບສ່ວນສໍາຄັນໃນວຽກງານແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນຕາມແຜນພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານ ສປປ.ລາວ ໄດ້ວາງວິໄສທັດໄວ້ ແຕ່ນີ້ຫາປີ 2020 ໃຫ້ບັນລຸ ແລະ ປາກົດຜົນເປັນຈິງ.

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...