Homeຂ່າວພາຍ​ໃນແຂວງຫລວງພະບາງ ເປີດການແຂ່ງຂັນກິລາທົ່ວແຂວງ ປະຈຳປີ 2016 ຢ່າງເປັນທາງການ

ແຂວງຫລວງພະບາງ ເປີດການແຂ່ງຂັນກິລາທົ່ວແຂວງ ປະຈຳປີ 2016 ຢ່າງເປັນທາງການ

Published on

ຂປລ.ການແຂ່ງຂັນກິລາທົ່ວແຂວງຫຼວງພະບາງ ປະຈຳປີ 2016 ໄດ້ເປີດສາກຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 8 ກຸມພານີ້ ທີ່ເດີ່ນກິລາຂອງແຂວງ ຕັ້ງຢູ່ບ້ານນາຫຼວງ ໂດຍມີ ດຣ ຄຳໝັ້ນ ຈັນທະລັງສີ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ, ຕະຫຼອດຮອດຄູ-ອາຈານ, ນັກຮຽນ ແລະ ນັກກິລາ ແຕ່ລະພາກສ່ວນເຂົ້າຮ່ວມ ຢ່າງຫລວງຫລາຍ. 

ພິທີເລີ່ມຕົ້ນດ້ວຍ ຂະບວນຂອງກ້ອນກຳລັງແຕ່ລະພາກສ່ວນ ເດີນເຂົ້າສູ່ສະໜາມ; ຈາກນັ້ນ ທ່ານ ເອີງ ລໍສະຫັວນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານການກະກຽມການ ແຂ່ງຂັນວ່າ: ການແຂ່ງຂັນໃນປີນີ້ແມ່ນຈັດເປັນ 2 ຮຸ່ນຄື: ຮຸ່ນນັກຮຽນມັດທະຍົມສຶກສາ ແລະ ຮຸ່ນຊາວໜຸ່ມທົ່ວໄປ. ສໍາລັບຮຸ່ນນັກຮຽນມັດທະຍົມສຶກສານັ້ນ ຈະແຂ່ງຂັນທັງເພດຍິງ ແລະ ຊາຍໃນ 7 ປະເພດ ກິລາເຊັ່ນ: ບານເຕະ, ບານສົ່ງ, ບານບ້ວງ, ກະຕໍ້, ແລ່ນ-ລານ, ປິ່ງປ່ອງ ແລະ ເປຕັງ. ສ່ວນຮຸ່ນທົ່ວໄປຈະແຂ່ງຂັນໃນ 4 ປະເພດກິລາເຊັ່ນ: ບານເຕະຊາຍ, ບານສົ່ງຊາຍ, ບານບ້ວງຊາຍ ແລະ ແລ່ນ-ລານ ຍີງ-ຊາຍ. ການແຂ່ງຂັນໃນຄັ້ງນີ້ ແມ່ນແນໃສ່ເຮັດໃຫ້ ບັນດາໂຮງຮຽນມັດທະຍົມ ອ້ອມຂ້າງເທສະບານແຂວງ ປະຕິບັດໃຫ້ໄດ້ຕາມ 5 ຫຼັກມູນຂອງ ການສຶກສາ, ທັງຮັບປະກັນໃຫ້ວຽກງານກິລາຂອງແຂວງ ມີການພັດທະນາດີຂຶ້ນຕົ້ນຕໍແມ່ນ ເພື່ອຄັດເລືອກນັກກິລາ ທີ່ຈະເປັນຕົວແທນຂອງແຂວງຫຼວງພະບາງ ເຂົ້າຮ່ວມແຂ່ງຂັນໃນມະຫະກຳກິລາ ນັກຮຽນມັດທະຍົມສຶກສາທົ່ວ ປະເທດທີ່ແຂວງບໍລິຄຳໄຊ ແລະ ມະຫະກຳກິລາແຫ່ງຊາດທີ່ແຂວງຊຽງຂວາງ ໃນປີ 2017.   ໂອກາດນີ້ ດຣ ຄຳໝັ້ນ ຈັນທະລັງສີ ໄດ້ຂຶ້ນມີຄຳເຫັນກ່າວເປີດການແຂ່ງ ຂັນຢ່າງເປັນທາງການ ໂດຍທ່ານໄດ້ເນັ້ນໜັກໃຫ້ບັນດາກຳມະການຕັດສິນ ຈົ່ງພ້ອມກັນຕັດສິນດ້ວຍຄວາມທ່ຽງທຳ, ສ່ວນນັກກິລາແຕ່ລະຄົນຕ້ອງພ້ອມກັນຫລິ້ນດ້ວຍນ້ຳໃຈ ນັກກິລາ ຮູ້ເສຍ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ; ຮຽກຮ້ອງມາຍັງປະຊາຊົນຊາວຫຼວງພະບາງ ຈົ່ງພ້ອມກັນໃຫ້ກຳລັງໃຈ ແລະ ຊ່ວຍຊົມ ຊ່ວຍເຊຍນັກກິລາ ແຕ່ລະປະເພດ ເພື່ອເຮັດໃຫ້ການແຂ່ງຂັນກິລາຄັ້ງນີ້ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ.

ພາຍຫຼັງພິທີເປີດສຳເລັດແລ້ວ ໄດ້ມີການສະແດງຂອງນັກຮຽນຊັ້ນມັດທະຍົມ ພາຍໃນເທສະບານແຂວງ ປະກອບມີການເຕັ້ນ 3 ຈັງຫວະ, ເຕັ້ນແອໂລບິກ ແລະ ໄດ້ມີການແຂ່ງຂັນກິລາບານເຕະຄູ່ເປີດ ສະໜາມຕື່ມອີກ ໂດຍແມ່ນທີມຂອງໂຮງຮຽນມັດທະຍົມຕອນຕົ້ນພັນຫຼວງ ພົບກັບ ໂຮງຮຽນມັດທະຍົມສົມບູນປ່ອງຄຳ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...